Homeປະເພນີ-ວັດທະນະທຳການຊື້-ຂາຍສິນຄ້າ ງານຕະຫຼາດນັດບຸນອອກພັນສາ ແລະ ຊ່ວງເຮືອ ເລີ່ມຄຶກຄື້ນ!

ການຊື້-ຂາຍສິນຄ້າ ງານຕະຫຼາດນັດບຸນອອກພັນສາ ແລະ ຊ່ວງເຮືອ ເລີ່ມຄຶກຄື້ນ!

Published on

d526798b0ae19580c4099065039c3b16

ງານ​ຕະຫຼາດນັດ​ຊື້-ຂາຍ​ສິນຄ້າ​ພາຍ​ໃນ​ໂອກາດ​ບຸນ​ອອກ​ພັນສາ​ປະ​ວໍລະນາ ແລະ ບຸນ​ຊ່ວງເຮືອ​ປະເພນີ ທ່າ​ວັດ​ຈັນ ປະຈຳ​ປີ 2015 ໄດ້​ມີ​ຂຶ້ນ​ລະຫວ່າງ​ວັນ​ທີ 22-28 ຕຸລາ 2015 ແລະ ມາຮອດ​ປັດຈຸບັນ​ນີ້ ​ໄດ້​ມີ​ບັນດາ​ບໍ​ລິສັດ ຫ້າງ​ຮ້ານ ແລະ ຫົວໜ່ວຍ​ທຸລະ​ກິດ​ຕ່າງໆ ໄດ້​ນຳ​ເອົາ​ຜະລິດຕະ​ພັນ ກໍ່​ຄື​ສິນຄ້າ​ຂອງ​ຕົນ​ທີ່​ຜະລິດ​ຢູ່​ພາຍ​ໃນ ແລະ ຕ່າງປະເທດ ລວມ​ທັງ​ຜະລິດ​ຕະ​ພັນ​ຂອງ​ຄອບຄົວ​ຕົວ​ແບບ ແລະ ຜະລິດ​ຕະ​ພັນໂອ​ດ໋ອບ ສິນຄ້າ​ທົ່ວ​ໄປ​ຂອງ​ປະຊາຊົນ​ລາວ ໂດຍ​ສະເພາະ ເຂົ້າຫຼາມ ປີ້ງ​ໄກ່ ເຄື່ອງໃຊ້​ສອຍ​ປະຈຳ​ວັນ ເຄື່ອງ​ບໍລິໂພກ ແລະ ອາຫານ​ການ​ກິນ​ປະເພດ​ຕ່າງໆ​ ມາວາງ​ຈຳໜ່າຍ​ຂາຍ​ຢູ່​ພາຍ​ໃນ​ງານເປັນ​ຈຳນວນ​ຫຼວງຫຼາຍ​ແລ້ວ ແລະ ບັນຍາກາດ​ການ​ຊື້-ຂາຍ ໃນ​ໄລຍະ 4-5 ວັນ​ຜ່ານ​ມາ​ ກໍ່ເຫັນ​ວ່າ​ມີ​ຄວາມ​ຄຶກຄື້ນ​ມ່ວນຊື່ນ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...