Homeຂ່າວການສຶກສາຖ້າຢາກປະສົບຄວາມສຳເລັດ ກໍ່ຢ່າຟ້າວພໍໃຈສິ່ງໃດງ່າຍໆ

ຖ້າຢາກປະສົບຄວາມສຳເລັດ ກໍ່ຢ່າຟ້າວພໍໃຈສິ່ງໃດງ່າຍໆ

Published on

success_puzzle

ຄົນທີ່ປະສ​​ົບຄວາມສຳເລັດ​ຈະຕ້ອງການໃຫ້ຜົນງານຂອງຕົນເອງອອກ​ມາ “ບໍ່​ມີ​ບ່ອນ​ຕິ” ແລະ ມັກຈະມີເປົ້າໝາຍ​ໃໝ່ໆ ທີ່ສູງຂຶ້ນໄປ ຊຶ່ງຕ້ອງໃຊ້ຄວາມພະຍາຍາມຫຼາຍຂຶ້ນ ເພື່ອໄປໃຫ້​ເຖິງໃຫ້ໄດ້

ຕົວຢ່າງເຊັ່ນ ນັກກິລາທີ່​ສ້າງຜົນງານໄດ້ດີ​ເລີດໃນສາຍຕາຂອງຜູ້ຊົມ ເມື່ອນັກຂ່າວສຳພາດ​ເຖິງເປົ້າໝາຍ ຕໍ່ໄປຂອງເຂົາ ກໍ່ຄົງບໍ່ມີໃຜຕອບວ່າ ເຂົາພໍໃຈຫຼາຍ ແລະ ຈະຢຸດຄວາມສາມາດໄວ້ພຽງ​ເທົ່ານີ້ ທຸກຄົນລ້ວນ​ແຕ່ມີການ​ເບິ່ງເປົ້າໝາຍທີ່ສູງຂຶ້ນໄປ ແລະ ພ້ອມທີ່ຈະພັດທະນາຝີມືຄວາມສາມາດໃຫ້ດີຂຶ້ນໄປອີກ ທຸກຄົນຈຶ່ງມັກຈະຕອບວ່າ “ຢາກ​ເຮ​ັດໃຫ້ໄດ້ດີກວ່ານີ້ອີກ”

ແມ່ນແຕ່ແຊມປ໌ໂລກ ກໍ່ຍັງຕ້ອງມີການພັດທະນາຢ່າງຕໍ່ເນື່ອງ ເພື່ອຮັກສາແຊມປ໌ເອົາໄວ້ໃຫ້ໄດ້ ຊຶ່ງບໍ່​​ແມ່ນເລື່ອງງ່າຍເລີຍ ເພາະຄູ່ແຂ່ງຂອງເຂົາຈະຕ້ອງຝຶກຊ້ອມຢ່າງໜັກ ເພື່ອໃຫ້ໄດ້ຂຶ້ນມາເປັນເບີໜຶ່ງແທນທີ່ເຂົາ ເມື່ອ​ໃດກໍ່ຕາມທີ່ເຂົາ ຢຸດພັດທະນາ ບໍ່ຕັ້ງເປົ້າໝາຍໃຫ້ສູງຂຶ້ນ ເມື່ອນັ້ນຄົນທີ່ມີການພັດທະນາຢ່າງຕໍ່ເນື່ອງ ຢູ່ຕະຫຼອດເວລາຈະຂຶ້ນມາແທນທີ່ເຂົາ ແລະ ອາດແຊງໜ້າເຂົາໄປໄກໃນທີ່ສຸດ

ດັ່ງນັ້ນ, ຄົນທີ່ປະສົບຄວາມສໍາເລັດ ກໍ່ຄື ຄົນທີ່​ເຮັດໃຫ້​ເຖິງທີ່ສຸດ ເພາະຄົນທຳມະດາທົ່ວໄປມັກຈະພໍໃຈແລ້ວກັບຜົນງານທີ່​ໄດ້​ພຽງ 80% ຂອງເປົ້າໝາຍ ແລ້ວ​ເອີ້ນ​ລະດັບຂອງຜົນງານວ່າພໍໃຊ້ໄດ້ແລ້ວ ແລະ ຢຸດຄວາມພະຍາຍາມໄວ້ພຽງ​ເທົ່າ​ນັ້ນ ແຕ່ສຳລັບຄົນທີ່ປະສົບຄວາມສຳເລັດ ການ​ເຮັດໄດ້ພຽງ “ພໍໃຊ້” ນັ້ນບາງຄັ້ງທຽບເທົ່າກັບ “​ເຮັດ​ບໍ່​ໄດ້” ດ້ວຍ​ຊ້ຳ ເນື່ອງຈາກລະດັບທີ່ວັດວ່າ “ສຳເລັດ” ຂອງເຂົານັ້ນຕ້ອງຢູ່ໃນລະດັບ “ບໍ່​ມີ​ບ່ອນ​ຕິ” ​ເທົ່າ​ນັ້ນ

ໃນໂລກຂອງຄົນ​ເຮັດ​ວຽກ ເຮົາກໍ່ຕ້ອງມີເປົ້າໝາຍໃນການ​ເຮັດ​ວຽກ ບໍ່ວ່າຈະເປັນ ເປົ້າໝາຍ​ລາຍເດືອນ ເປົ້າໝາຍລາຍໄຕມາດ ຫຼື ເປົ້າໝາຍ​ລາຍປີ ຄົນແຕ່ລະຄົນ​ ເຖິງຈະຢືນຢູ່ຈຸດດຽວກັນກໍ່ຕາມ ​ແຕ່ຍັງຕີຄວາມໃນເລື່ອງຂອງເປົ້າໝາຍບໍ່ຄືກັນ ​ເຮັດໃຫ້ຄົນທີ່ມຸ່ງໝັ້ນໃນການສະແຫວງຫາຄວາມບໍ່​ມີ​ບ່ອນ​ຕິ ກັບຄົນທີ່ພໍໃຈໃນຜົນ​ໄດ້​ຮັບທີ່ໄດ້ 80% ມີຄວາມຮູ້ສຶກຕໍ່ການບັນລຸຜົນທີ່ບໍ່ເທົ່າກັນ ເຊັ່ນ: ເປົ້າໝາຍຄື ຕ້ອງ​ເຮັດໃຫ້ຍອດຂາຍ​​ເພີ່ມຂຶ້ນ 20% ຄົນທີ່ປະສົບຄວາມສຳເລັດຈະຖືວ່ານີ້ຄືເປົ້າສຳລັບກ້າວສູ່ຂັ້ນຕໍ່ໄປ ຖ້າ​ເຮັດເປົ້ານີ້​ສຳ​ເລັດຈະໄດ້ໄປຢືນລໍຖ້າ ເພື່ອ​ເຮັດເປົ້າຕໍ່ໄປ

ແຕ່ສຳລັບຄົນທົ່ວໆໄປ ພໍ​ເຮັດໄດ້ສຳ​ເລັດ​ແລ້ວ ກໍ່ດີໃຈໃຫຍ່ໂຕ ແລະ ພ້ອມທີ່ຈະຢຸດ ເພາະ​ເບິ່ງ​ບໍ່ເຫັນຂັ້ນຖັດໄປທີ່ຈະຕ້ອງ​ເຮັດ​ຕໍ່ ຊຶ່ງກໍ່ເປັນເລື່ອງທຳມະດາຂອງມະນຸດທີ່ເມື່ອ​ເຮັດ​ວຽກແລ້ວກໍ່ຢາກຈະພັກ ​ເຖິງຄົນທັງສອງປະເພດຈະມຸ່ງໜ້າເຂົ້າສູ່ເປົ້າໝາຍຄື​ກັນ ແຕ່ເປົ້າໝາຍທີ່ວາດໃນໃຈຂອງທັງສອງຄົນ ກັບເປັນຄົນລະເປົ້າໝາຍກັນໂດຍສິ້ນເຊີງ ຄວາມແຕກຕ່າງທີ່ເຫັນໄດ້ຈາກພຶດຕິກຳທີ່ສະແດງອອກນັ້ນ ບໍ່​ແມ່ນວ່າ ຄົນທີ່ບໍ່ເກັ່ງເປັນຄົນບໍ່ເອົາການເອົາງານ ແຕ່ເປັນເພາະ ຄົນເຫຼົ່ານີ້ຄິດ​ບໍ່​ເຖິງວ່າ ຖ້າ​ເຮັດໄດ້ຕາມເປົ້າແລ້ວ ຍັງມີສິ່ງ​ໃດທີ່ຈະຕ້ອງ​ເຮັດ​ຕໍ່ອີກ

ຖ້າຢາກຈະເປັນຄົນທີ່ປະສົບຄວາມສຳເລັດຈະຕ້ອງມີຄວາມຕ້ອງການຫຼາຍຂຶ້ນໄປເລື້ອຍໆ ຕາມລະດັບຄວາມເກັ່ງຂອງຕົນ ເຖິງຜົນທີ່ໄດ້ຈະດີຢູ່ແລ້ວກໍ່ຕາມ ກໍ່ຍັງມີຄວາມຮູ້ສຶກວ່າ ຖ້າ​ເຮັດ​​ແບບນັ້ນໜ້າຈະໄດ້ດີກວ່ານີ້ ​ເທື່ອໜ້າລອງ​ເຮັດອີກວິທີໜຶ່ງ​ເບິ່ງດີກວ່າ ຫາວິທີພັດທະນາຕົນເອງຢູ່ຕະຫຼອດເວລາ ຢ່າຟ້າວພໍໃຈສິ່ງ​ໃດ​ງ່າຍໆແລ້ວຢຸດທີ່ຈະພັດທະນາໃຫ້ດີຍິ່ງຂຶ້ນ ເພາະມັນຄືອຸປະສັກທີ່​ເຮັດໃຫ້ໄປບໍ່​ເຖິງຄວາມສຳ​ເລັດຈັກ​ເທື່ອ ຈົ່ງ​ເບິ່ງໄປຂ້າງໜ້າ ແລ້ວຈະພົບວ່າຍັງມີຄວາມທ້າທາຍໃໝ່ໆ ທີ່ລໍຖ້າຢູ່ໃນຂັ້ນຕໍ່ໆໄປ

 

ແຫຼ່ງຂໍ້​ມູນ: http://th.jobsdb.com/TH/TH/

 

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...