Homeຂ່າວຕ່າງປະເທດເຜີຍພາບການຊ້ອມຮົບ ຄັ້ງຍິ່ງໃຫຍ່ມະໂຫລານ ເພື່ອຂົ່ມຂວັນຣັດເຊຍ ຂອງກຸ່ມນາໂຕ້!

ເຜີຍພາບການຊ້ອມຮົບ ຄັ້ງຍິ່ງໃຫຍ່ມະໂຫລານ ເພື່ອຂົ່ມຂວັນຣັດເຊຍ ຂອງກຸ່ມນາໂຕ້!

Published on

NjpUs24nCQKx5e1D61iggRz9bZ7zsmOxGrcb7ewZekW

ສຳນັກຂ່າວຕ່າງປະເທດ ເຜີຍແຜ່ພາບການຊ້ອມຮົບສະແດງແສນຍານຸພາບຂອງ ອົງການສົນທິສັນຍາປ້ອງກັນແອັດແລນຕິກເໜືອ ຫລື ນາໂຕ້ ຄັ້ງໃຫຍ່ທີ່ສຸດ ໃນຮອບ 10 ປີ ດ້ວຍການລະດົມກຳລັງທະຫານເຂົ້າຮ່ວມ 36,000 ຄົນ ຈາກບັນດາປະເທດສະມາຊິກ ແລະ ພັນທະມິດ ພາຍໃຕ້ຊື່ປະຕິບັດການ Trident Juncter ພາຍໃນບໍລິເວນເຂດຕອນກາງຂອງ ທະເລເມດິແຕຣານຽນ ທີ່ເລີ່ມຕົ້ນມາຕັ້ງແຕ່ວັນຈັນທີ 19 ຕຸລາ ແລະ ຈະດຳເນີນໄປຈົນເຖິງວັນທີ 6 ພະຈິກ ຈຶ່ງຈະສຳເລັດ.

ທັງນີ້ ການຊ້ອມຮົບຄັ້ງມະໂຫລານດັ່ງກ່າວ ເກີດຂຶ້ນເພື່ອຫວັງຂົ່ມຂວັນຣັດເຊຍ ແລະ ສະແດງໃຫ້ເຫັນວ່າ ທະຫານຂອງສະມາຊິກນາໂຕ້ກ່ວາ 30 ປະເທດ ມີຄວາມກຽມພ້ອມ ທີ່ຈະປະເຊີນໜ້າກັບຣັດເຊຍ ທີ່ກຳລັງສົ່ງທະຫານ ແລະ ອາວຸດເຂົ້າໄປຊ່ວຍລັດຖະບານ ທ່ານ ບາຊາ ອັນ-ອັດຊາດ ແຫ່ງ ປະເທດຊີຣີ ໃນການຕໍ່ສູ້ກັບກຸ່ມລັດອິດສະລາມ ຫລື ໄອເອັສ. 

ທ່ານ ພົນເອກ ອະເລັກຊານເດີ້ ເວີໂບ ຮອງເລຂາທິການນາໂຕ້ ໄດ້ກ່າວກັບສື່ມວນຊົນວ່າ ນາໂຕ້ມີຄວາມກັງວົນຢ່າງສູງ ຕໍ່ກັບການທີ່ຣັດເຊຍເຂົ້າມາຕັ້ງຖານທັບ ໃນປະເທດຊີຣີ, ຢ່າງໃດກໍຕາມ ຊາດພັນທະມິດນາໂຕ້ ແມ່ນມີຄວາມກຽມພ້ອມ ແລະ ມີປະສິດທິພາບໃນການປົກປ້ອງຊາດພັນທະມິດ ຈາກການຖືກໂຈມຕີ ຂອງຝ່າຍກົງກັນຂ້າມ.

NjpUs24nCQKx5e1D61iggRz9bZ7zsl4B9hCR83UIJqw

NjpUs24nCQKx5e1D61iggRz9bZ7zsl6vmS7zrCdywPG

NjpUs24nCQKx5e1D61iggRz9bZ7zsl7fUS3Nvoxiie2

NjpUs24nCQKx5e1D61iggRz9bZ7zsl8l8IR404YFV4a

NjpUs24nCQKx5e1D61iggRz9bZ7zsl93nI0d5xkebeb

NjpUs24nCQKx5e1D61iggRz9bZ7zsmBvE407cFDsIo5

 

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...