Homeຂ່າວຕ່າງປະເທດປະມຸກລັດອັງກິດ ຈັດງານລ້ຽງອາຫານຄ່ຳ ຕ້ອນຮັບຜູ້ນຳຈີນ ຢ້ຽມຢາມປະເທດ!

ປະມຸກລັດອັງກິດ ຈັດງານລ້ຽງອາຫານຄ່ຳ ຕ້ອນຮັບຜູ້ນຳຈີນ ຢ້ຽມຢາມປະເທດ!

Published on

BRITAIN-CHINA-DIPLOMACY

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 21 ຕຸລານີ້ວ່າ ສົມເດັດພຣະຣາຊິນີ ອາລິຊາເບດ ທີ 2 ແຫ່ງອັງກິດ ໄດ້ຈັດງານລ້ຽງອາຫານຄ່ຳ ເພື່ອຮັບຮອງ ພະນະທ່ານ ສີຈິ້ນຜິງ ປະທານປະເທດຈີນ ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງຂອງຈີນ ທີ່ພະຣາຊະວັງແບັກກິງແຮມ ເມື່ອຕອນຄ່ຳຂອງວັນທີ 20 ຕຸລາຜ່ານມາ ໃນລະຫວ່າງການເດີນທາງ ຢ້ຽມຢາມປະເທດອັງກິດຢ່າງເປັນທາງການຂອງຜູ້ນຳຈີນ ໂດຍມີເປົ້າໝາຍເພື່ອເປີດບັນຍາກາດໃໝ່ ຂອງການຮ່ວມມືດ້ານການຄ້າ ແລະ ການລົງທຶນລະຫວ່າງສອງປະເທດ.

ທັງນີ້ ລັດຖະບານອັງກິດຄາດວ່າ ການຢ້ຽມຢາມຂອງພະນະທ່ານ ສີຈິ້ນຜິງ ໃນຄັ້ງນີ້ ຈະນຳມາຊຶ່ງຂໍ້ຕົກລົງດ້ານການຄ້າ ແລະ ການລົງທຶນ ທີ່ເປັນມູນຄ່າຫລາຍກ່ວາ 30 ຕື້ປອນ ແລະ ຈະຊ່ວຍສ້າງການຈ້າງງານໃຫ້ແກ່ຊາວອັງກິດ ຫລາຍກ່ວາ 3,900 ຕຳແໜ່ງ.

NjpUs24nCQKx5e1D61fDFaNGfVvyifrBTNizLXZKF8Q

BRITAIN-CHINA-DIPLOMACY

່າວ,

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...