Homeຂ່າວທ້ອງຖິ່ນຈຳປາສັກ ປຶກສາຫາລືການປະຕິຮູບ ວຽກງານສາທາລະນະສຸກ

ຈຳປາສັກ ປຶກສາຫາລືການປະຕິຮູບ ວຽກງານສາທາລະນະສຸກ

Published on

THUN 4.20.15.1

ປລ. ພະແນກສາທາລະນະສຸກແຂວງຈໍາປາສັກ ໄດ້ເປີດກອງປະຊຸມປຶກສາ ຫາລືການປະຕິຮູບວຽກງານສາທາລະນະສຸກ ​ເມື່ອ​ກາງ​ເດືອນ​ຕຸລາ​ນີ້ ເພື່ອກໍານົດ ແລະ ປັບປຸງຍຸດທະສາດຕ່າງໆ ທີ່ກ່ຽວພັນກັບວຽກງານດັ່ງກ່າວໃຫ້ມີການພັດ ທະນາດີຂຶ້ນໃນຕໍ່ໜ້າ, ໂດຍການເປັນປະທານຂອງທ່ານ ດຣ.ສົມກຽດ ວໍລະລາດ ຫົວໜ້າພະແນກສາທາລະນະສຸກແຂວງ, ຄະນະນໍາຫ້ອງການສາທາລະນະສຸກ 10 ຕົວເມືອງ ຕະຫລອດຮອດຊ່ຽວຊານ, ພະນັກງານ-ວິຊາການ ເຂົ້າຮ່ວມ.

ໃນໂອກາດກ່າວເປີດກອງປະຊຸມ ທ່ານ ດຣ.ສົມກຽດ ວໍລະລາດ ກ່າວວ່າ: ການປະຕິຮູບວຽກງານສາທາລະນະສຸກ ເພື່ອປັບປຸງການ ພັດທະນາວຽກງານຊັບພະຍາກອນມະນຸດ, ປັບປຸງລະບົບການເງິນ, ການບໍລິການຮັກສາສຸຂະພາບ, ການບໍ ລິຫານຄຸ້ມຄອງ, ການບໍລິຫານຈັດການ ແລະ ການປະສານງານກັບຄູ່ຮ່ວມພັດທະນາ ລວມທັງປັບປຸງລະບົບຂໍ້ມູນຂ່າວສານດ້ານສາທາລະນະສຸກໃຫ້ດີຂຶ້ນກ່ວາເກົ່າ.

ກອງປະຊຸມໄດ້ຜ່ານແຜນພັດທະນາ ວຽກງານສາທາລະນະສຸກ 5 ປີຄັ້ງທີ VIII (2016-2020), ວິໄສທັດຮອດປີ 2020 ແລະ ຍຸດທະສາດການພັດທະນາ ວຽກງານສາທາລະນະສຸກໄລຍະ 10 ປີ (2016-2025).

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ໃນນັ້ນ ຕໍ່ການສະຫຼຸບວຽກງານພົ້ນເດັ່ນ ປະຈໍາເດືອນພະຈິກ 2026 ຂອງລັດຖະບານ: ກອງປະຊຸມ ໄດ້ຕີລາຄາວ່າ ເຖິງສະພາບການສາກົນ ແລະ ພາກພື້ນ ຍັງສືບຕໍ່ຜັນແປໄປຢ່າງສັບສົນ ແລະ ຄາດເດົາໄດ້ຍາກ, ແຕ່ລັດຖະບານ...

ວັນທີ 24 ພະຈິກນີ້ ທີ່ສະພາແຫ່ງຊາດ (ສພຊ), ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ພົບປະໂອ້ລົມການນຳ ແລະ ພະນັກງານ-ລັດຖະກອນ ຂອງກຳມາທິການກົດໝາຍ ແລະ...

 ຜູ້ທີ່ມີຄວາມມັກຮັກ ແລະ ຢາກລອງສ້າງສັນຜົນງານຜ່ານຮູບເງົາທີ່ມາຈາກແນວຄິດຂອງຕົນເອງ. ພ້ອມຢາກເປັນສ່ວນໜຶ່ງໃນການແລກປ່ຽນພາຍໃຕ້ໂຄງການ ອົດສະຕຣາລີ-ແມ່ນ້ຳຂອງ (ຫວຽດນາມ, ກຳປູເຈຍ ແລະ ລາວ) ທີ່ເປີດໃຫ້ຄົນລາວທຸກຄົນ. ບໍ່ວ່າຈະເປັນແມ່ຍິງ, ນັກສ້າງສັນຊົນເຜົ່າພື້ນເມືອງ ແລະ ນັກສ້າງສັນອິດສະຫຼະ… ...

ປກສ ແຂວງວຽງຈັນ ກັກຕົວຜູ້ຖືກຫາ 4 ຄົນ ຮ່ວມກັນກໍ່ເຫດປຸ້ນຊັບຄົນຮູ້ຈັກ

ເຈົ້າໜ້າທີ່ຕຳຫຼວດ ກອງບັນຊາການ ປກສ ແຂວງວຽງຈັນ ສາມາດກັກຕົວຜູ້ຖືກຫາ 4 ຄົນ ທີ່ຖືກກ່າວຫາວ່າຮ່ວມກັນກໍ່ເຫດປຸ້ນຊັບຜູ້ເສຍຫາຍ 2 ຄົນ ຢູ່ເຂດເສັ້ນທາງສວນກ້ວຍ ລະຫວ່າງບ້ານຖິ່ນຍຸງ ເມືອງວຽງຄຳ ຫາ...