HomeມູມໄອທີລາວFacebook ເພີ່ມບໍລິການແຈ້ງເຕືອນຜູ້ໃຊ້ ຫາກບັນຊີຂອງເຈົ້າຖືກແຮັກຈາກລັດຖະບານ

Facebook ເພີ່ມບໍລິການແຈ້ງເຕືອນຜູ້ໃຊ້ ຫາກບັນຊີຂອງເຈົ້າຖືກແຮັກຈາກລັດຖະບານ

Published on

ຄວາມ​ປອດ​ໄພ​ເທິງ​ໂລກ​ອອນ​ໄລນ໌​ກາຍ​ເປັນ​ປະ​ເດັນ​ຮ້ອນ​ແຮງ​ທັນ​ທີ ຫລັງ​ຈາກ​ທີ່  Edward Snowden ອະ​ດີດ​ລູກ​ຈ້າງ​ຂອງ​ຫນ່ວຍ​ສືບ​ລາດສະ​ການ​ລັບ​ແຫ່ງສະຫະລັດ​ອາເມ​ຣິ​ກາ  (ຊີ​ໄອ​ເອ) ໄດ້​ອອກ​ມາ​ເປີດ​ເຜີຍ​ວ່າ​ໄດ້​ມີ​ເຄື່ອງ​ມື​ສຳລັບ​ລັກ​ລອບ​ດັກ​ຟັງ​ແລະ​ເບິ່ງ​ຂໍ້​ມູນ (PRISM)

7028_15102012180784

ຫລ້າ​ສຸດ​ທາງ Facebook ໄດ້​ເພີ່ມ​ຄຸນສົມບັດ​ໃໝ່ ໂດຍ​ຈະ​ແຈ້ງ​ເຕືອນ​ໄປ​ຍັງ​ຜູ້​ໃຊ້​ທັນ​ທີ ຫາກ​ບັນ​ຊີ​ຜູ້​ໃຊ້​ຂອງ​ເຈົ້າ​ກຳ​ລັງ​ຖືກ​ຄຸກ​ຄາມ​ໂດຍ​ມີ​ລັດຖະບານ​ຢູ່​ເບື້ອງ​ຫລັງ ທາງ Alex Stamos ປະ​ທານ​ເຈົ້າ​ຫນ້າທີ່​ຝ່າຍ​ຮັກສາ​ຄວາມ​ປອດ​ໄພ​ຂອງ Facebook ໄດ້​ລະ​ບຸ​ວ່າ ເຫດຜົນ​ທີ່​ຕັດ​ສິນ​ໃຈ​ເພີ່ມ​ການ​ແຈ້ງ​ເຕືອນ​ເຊັ່ນ​ນີ້ ເນື່ອງ​ຈາກ​ການ​ຖືກ​ຄຸກ​ຄາມ​ໂດຍ​ລັດຖະບານ​ນັ້ນ ແຕກ​ຕ່າງ​ຈາກ​ການ​ແຮັກ​ທົ່ວ​ໄປ ແລະ​ຍາກ​ທີ່​ຈະ​ປ້ອງ​ກັນ​ຕົວ​ເອງ ພວກເຂົາ​ຈຶ່ງ​ຄິດວ່າ​ການ​ແຈ້ງ​ເຕືອນ​ຜູ້​ໃຊ້​ເປັນ​ທາງ​ເລືອກ​ທີ່​ຖືກ​ຕ້ອງ​ແລ້ວ ຢ່າງໃດ​ກໍ​ຕາມ​ທາງ Facebook ໄດ້​ລະ​ບຸ​ວ່າ​ວ່າ ບໍ່​ສາມາດ​ເປີດ​ເຜີຍ​ວິທີ​ທີ່​ທາງ Facebook ໃຊ້​ໃນ​ການ​ກວດ​ສອບ​ວ່າ​ການ​ໂຈມ​ຕີ​ມາ​ຈາກ​ລັດຖະບານ​ໄດ້

 

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...