spot_img
Homeສຸຂະພາບ ແລະ ສີ່ງແວດລ້ອມປະໂຫຍດ ຂອງການກິນຫມາກໄມ້ໃນຕອນເຊົ້າ

ປະໂຫຍດ ຂອງການກິນຫມາກໄມ້ໃນຕອນເຊົ້າ

Published on

26_20151012163712.
ມື້ເຊົ້າ ຖືເປັນມື້ທີ່ສຳຄັນທີ່ສຸດສຳລັບຮ່າງກາຍ ການຮັບປະທານອາຫານເຊົ້າ ຈະເຮັດໃຫ້ຮ່າງກາຍເຮັດວຽກທັງມື້ຢ່າງມີປະສິດທິພາບ ແລະຍັງຊ່ວຍລຸດຄວາມຢາກອາຫານ ເຮັດໃຫ້ກິນອາຫານໃນມື້ອື່ນໆ ລວມທັງຂະໜົມຈຸບຈິບນ້ອຍລົງໄດ້ອີກດ້ວຍ ແລ້ວຖ້າມີໝາກໄມ້ ສົດໆ ເປັນສ່ວນຫນຶ່ງໃນມື້ເຊົ້າດ້ວຍ ຮັບຮອງວ່າຈະຍິ່ງເປັນປະໂຫຍດຢ່າງຫລວງຫລາຍຂຶ້ນ
ຊ່ວຍເພີ່ມພະລັງງານໃຫ້ຮ່າງກາຍ ຫມາກໄມ້ກໍຖືເປັນອາຫານຊະນິດໜຶ່ງທີ່ອຸດົມໄປດ້ວຍຄາລ໌ໂບໄຮເດຣຕ ໄຟເບີລ໌ ແລະນ້ຳຕານທີ່ຍ່ອຍຊ້າ ຊຶ່ງຫມາກໄມ້ນີ້ລະທີ່ຈະຊ່ວຍໃຫ້ຮ່າງກາຍຂອງເຈົ້າຮູ້ສຶກຄຶກຄັກໄດ້ຕະຫລອດທັງມື້ ບໍ່ວ່າຈະເປັນແອບເປີ້ນ ໝາກກຽ້ງ ກ້ວຍ ຫມາກໄມ້ຕະກູນເບີລ໌ລີ່ ຫລືເມລອນ ຫມາກໄມ້ເຫລົ່ານີ້ເປັນຕົວເລືອກທີ່ດີ ຖ້າຢາກຈະຮັບປະທານຫມາກໄມ້ໃນມື້ເຊົ້າ
ກະຕຸ້ນລະບົບຂັບຖ່າຍ ຫາກເຈົ້າກຳລັງປະສົບບັນຫາທ້ອງອືດ ຢູ່ລອງຮັບປະທານຫມາກໄມ້ໃນມື້ເຊົ້າເບີ່ງ ເພາະຫມາກໄມ້ມີກາກໃຍສູງສາມາດຊ່ວຍລ້າງສານພິດທີ່ຢູ່ໃນຮ່າງກາຍມາຕັ້ງແຕ່ຫລັງມື້ເຢັນຈົນເຖິງຕື່ນນອນໄດ້ ດັ່ງນັ້ນຖ້າເຮົາຮັບປະທານຫມາກໄມ້ເຂົ້າໄປໃນມື້ເຊົ້າກໍຈະຊ່ວຍກະຕຸ້ນໃຫ້ລະບົບຂັບຖ່າຍເຮັດວຽກໄດ້ດີຂຶ້ນ ເມື່ອສານພິດຕ່າງ ໆ ຖືກຂັບອອກມາຜ່ານການຂັບຖ່າຍແລ້ວ ຮ່າງກາຍກໍຈະຮູ້ສຶກສົດຊື່ນ
ເຮັດໃຫ້ອາລົມດີ ຢ່າງທີ່ຫລາຍ ໆ ຄົນຮູ້ວ່າ ສະຫມອງຂອງເຮົາຕ້ອງໃຊ້ກູລໂຄດຢ່າງຫຼວງຫຼາຍເພື່ອເຮັດວຽກໄດ້ຢ່າງມີປະສິດທິພາບ ດັ່ງນັ້ນເຮົາຈຶ່ງຕ້ອງຫາແຫຼ່ງທີ່ມີ
ກູລໂຄດສູງແລະມີປະໂຫຍດຕໍ່ຮ່າງກາຍປ້ອນໃຫ້ສະຫມອງດ້ວຍ ຫມາກໄມ້ຈຶ່ງເປັນຕົວເລືອກທີ່ດີທີ່ຈະເຮັດໃຫ້ເຈົ້າຮູ້ສຶກດີຫລາຍຂຶ້ນ ເພາະນ້ຳຕານຈາກທຳມະຊາດແລະໄຟເບີລ໌ທີ່ຢູ່ໃນຫມາກໄມ້ຈະຊ່ວຍເຮັດໃຫ້ເຮົາມີສະມາທິແລະຊ່ວຍຊະລໍລະດັບນ້ຳຕານທີ່ຢູ່ໃນເລືອດ ແຖມຍັງຊ່ວຍເຮັດໃຫ້ອາລົມດີອີກດ້ວຍ
ເຮັດໃຫ້ຮູ້ສຶກສົດຊື່ນ ການຮັບປະທານຫມາກໄມ້ທີ່ມີປະລິມານນ້ຳສູງ ຢ່າງເຊັ່ນ ໝາກໂມ ແອບເປີ້ນ ໝາກກ້ຽງ ແລະ ໝາກນັດ ຈະຊ່ວຍເຮັດໃຫ້ຮ່າງກາຍຂອງເຈົ້າໄດ້ຮັບນ້ຳຫລາຍຂຶ້ນ ແລະທົດແທນອາການຂາດນ້ຳທີ່ເກີດຂື້ນໃນເວລານອນທີ່ເຮົາອາດຈະບໍ່ໄດ້ດື່ມນ້ຳເລີຍ ດັ່ງນັ້ນຖ້າໃຜທີ່ບໍ່ຢາກເກີດພາວະຂາດນ້ຳໃນຕອນເຊົ້າ ຢ່າລືມຫາຫມາກໄມ້ມາກິນດ້ວຍ
ລຸດຄວາມຢາກນ້ຳຕານ ຖ້າຫາກວ່າເຈົ້າເປັນຄົນທີ່ຕິດຂອງຫວານ ກໍຄົງຈະຮູ້ສຶກຢາກກິນຂອງຫວານຕະຫລອດເວລາ ແລະນັ້ນຄືສາເຫດທີ່ເຮັດໃຫ້ ນ້ຳໜັກເພີ່ມຂຶ້ນ ດັ່ງນັ້ນຈຶ່ງຄວນຮັບປະທານຫມາກໄມ້ໃນຕອນເຊົ້າ ເພາະນ້ຳຕານແລະໄຟເບີລ໌ທີ່ຢູ່ໃນຫມາກໄມ້ຈະຊ່ວຍເຮັດໃຫ້ເຈົ້າຮູ້ສຶກຢາກກິນຂອງຫວານນ້ອຍລົງ ເຮັດ ໃຫ້ ສຸກຂະພາບດີຂຶ້ນ ນ້ຳໜັກລຸດລົງ ລວມເຖິງຊ່ວຍລຸດນິໄສບໍ່ດີ ຂອງເຈົ້າທີ່ມັກຮັບປະທານຂອງຫວານເລື້ອຍໆ ໄດ້ດ້ວຍ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...