spot_img
Homeຂ່າວການພັດທະນາສປປ.ລາວ ເປີດຂະບວນການສັກຢາ ກັນພະຍາດໂປລິໂອ

ສປປ.ລາວ ເປີດຂະບວນການສັກຢາ ກັນພະຍາດໂປລິໂອ

Published on

SPS_7242-650x433

ສປປ.ລາວ ເປີດຂະບວນການສັກຢາວັກແຊັງກັນພະຍາດໂປລິໂອ ຊະນິດສັກ (IPV) ທົ່ວປະເທດ ປະຈໍາປີ 2015 ຮ່ວມກັບເພື່ອນມິດສາກົນໃນທົ່ວໂລກ 196 ປະເທດ ເພື່ອສ້າງເງື່ອນໄຂເຮັດໃຫ້ທົ່ວໂລກປາສະຈາກພະຍາດເປ້ຍລ່ອຍ ຍ້ອນເຊື້ອພະຍາດໂປລິໂອ ພາຍໃນປີ 2020 ອີກດ້ານນຶ່ງກໍເພື່ອສ້າງໃຫ້ ສປປ.ລາວ ເຮົາຫຼຸດຜ່ອນອັດຕາການເຈັບເປັນ ແລະ ເສຍຊີວິດຂອງເດັກນ້ອຍລົງເທື່ອລະກ້າວ.

…….ພິທີເປີດຂະບວນການສັກຢາວັກແຊັງກັນພະຍາດໂປລິໂອ ຊະນິດສັກ (IPV) ທົ່ວປະເທດ ປະຈໍາປີ 2015 ໄດ້ຈັດຂຶ້ນເມື່ອວັນທີ 15 ຕຸລາ 2015 ທີ່ນະຄອນວຽງຈັນ ເຊິ່ງເປັນກຽດເຂົ້າຮ່ວມໂດຍທ່ານ ທອງສິງ ທໍາມະວົງ ນາຍົກລັດຖະມົນຕີແຫ່ງ ສປປ.ລາວ ທ່ານ ສຈ.ດຣ ເອກະສະຫວ່າງ ວົງວິຈິດ ລັດຖະມົນຕີວ່າການກະຊວງສາທາລະນະສຸກ ທ່ານ ດຣ.ນາງ ຈູລຽດ ໄຟລໂຊຄ ຜູ້ຕາງໜ້າອົງການອະນາໄມໂລກ ທ່ານ ມິໂອ ຊິນຢຸນ ຜູ້ຕາງໜ້າອົງການອຸຍນີເເຊັບ ປະຈໍາ ສປປ.ລາວ ມີເຈົ້າຄອງນະຄອນຫຼວງວຽງຈັນ ລັດຖະມົນຕີຊ່ອຍວ່າການກະຊວງສາທາລະນະສຸກ ພະແນກສາທາລະນະສຸກນະຄອນຫຼວງ ບັນດາພະນັກງານ ແພດ ໝໍ ແລະ ມວນຊົນຊາວນະຄອນຫຼວງວຽງຈັນ ເຂົ້າຮ່ວມ.

…….ລັດຖະມົນຕີວ່າການກະຊວງສາທາລະນະສຸກ ກ່າວວ່າ ພະຍາດໂປລິໂອ ແມ່ນພະຍາດຊຶມເຊື້ອຊະນິດນຶ່ງທີ່ຕິດຕໍ່ຮ້າຍແຮງ ເຊິ່ງເກີດຂຶ້ນເມື່ອຄົນຜູ້ນຶ່ງຕິດເຊື້ອໄວຣັສ ໂປລິໂອ ເຂົ້າໄປຮຸກຮານລະບົບປະສາດແລ້ວພາໃຫ້ເກີດມີອາການອໍາມະພາດ ຫຼື ເປ້ຍລ່ອຍ ແລະ ເສຍຊີວິດໄດ້ ເຊື້ອໄວຣັສໂປລິໂອ ມີ 3 ຊະນິດ ທີ່ສາມາດເຮັດໃຫ້ເປັນລ່ອຍ ແລະ ບໍ່ສາມາດປິ່ນປົວໃຫ້ກັບຄືນມາເປັນປົກກະຕິໄດ້ ເຊິ່ງພະຍາດໂປລິໂອຈະເປັນນໍາຄົນທີ່ບໍ່ໄດ້ຮັບວັກແຊັງກັນໂປລິໂອຄົບຕາມກໍານົດ ໃນນັ້ນ ເດັກອາຍຸຕໍ່າກວ່າ 5 ປີ ຈະມີຄວາມສ່ຽງຫຼາຍກວ່າກຸ່ມອາຍຸອື່ນ ທັງນີ້ເຊື້ອໄວຣັສໂປລິໂອ ສາມາດເຂົ້າສູ່ຮ່າງກາຍໂດຍທາງປາກ ຜ່ານການກິນອາຫານ ຫຼື ດື່ມນໍ້າທີ່ແປດເປື້ອນດ້ວຍອາຈົມຂອງຄົນຜູ້ນຶ່ງທີ່ຖືເຊື້ອໄວຣັສໂປລິໂອ ພະຍາດໂປລິໂອ ສາມາດກັນໄດ້ດ້ວຍການໃຫ້ວັກແຊັງກັນໂປລິໂອ ສໍາລັບຢູ່ ສປປ.ລາວ ນັບຕັ້ງແຕ່ເລີ່ມໂຄງການສັກຢາກັນພະຍາດແຫ່ງຊາດ ນັບແຕ່ປີ 1994 ເປັນຕົ້ນມາ ເຊິ່ງພວກເຮົາມີແຕ່ວັກແຊັງໂປລິໂອຊະນິດກິນທາງປາກ ຢອດໃຫ້ເດັກນ້ອຍອາຍຸລຸ່ມ 1 ປີ ແລະ ເຮັດໃຫ້ ສປປ.ລາວ ສາມາດລຶບລ້າງພະຍາດໂປລິໂອ ແຕ່ປີ 2000 ເປັນຕົ້ນມາ.

…….ເຖິງແມ່ນວ່າ ເກືອບທຸກປະເທດໃນທົ່ວໂລກໄດ້ບັນລຸຄາດໝາຍການລຶບລ້າງພະຍາດໂປລິໂອແລ້ວກໍຕາມ ແຕ່ທຸກໆປະເທດກໍຍັງມີຄວາມສ່ຽງທີ່ຈະກັບຄືນມາມີການລະບາດພະຍາດໂປລິໂອອີກ ເນື່ອງຈາກຍັງມີປະເທດຈໍານວນນຶ່ງ ມີການໂຄຈອນຂອງເຊື້ອພະຍາດໂປລິໂອຢູ່ ແລະ ອາດສາມາດສົ່ງອອກໄປຍັງຕ່າງປະເທດກໍໄດ້ ຮວມທັງ ສປປ.ລາວ ເຮົາ ເຊິ່ງການໄດ້ຮັບວັກແຊັງໂປລິໂອ ຊະນິດສັກ 1 ເຂັມ ຄວບຄູ່ກັບການໃຫ້ໂປລິໂອ ຊະນິດກິນທາງປາກ 3 ຄັ້ງ ກໍຈະເຮັດໃຫ້ພູມຄຸ້ມກັນຂອງເດັກນ້ອຍສູງຂຶ້ນ ແລະ ຄົງໂຕໄປຕະຫຼອດຊີວິດ.

…….ການເປີດຂະບວນການນໍາໃຊ້ວັກແຊັງກັນພະຍາດໂປລິໂອຊະນິດສັກ ເຂົ້າໃນຕາຕະລາງສັກຢາກັນພະຍາດແຫ່ງຊາດ ເຊິ່ງເລີ່ມແຕ່ເວລານີ້ເປັນຕົ້ນໄປ ລູກຫຼານທຸກຄົນອາຍຸລຸ່ມ 1 ປີໃນທົ່ວປະເທດ ກໍຈະໄດ້ຮັບວັກແຊັງຄົນລະ 1 ເຂັມ ຄວບຄູ່ກັບວັກແຊັງຊະນິດອື່ນໆ ໃນໄລຍະທີ່ຜ່ານມາ ກໍມີການກະກຽມທາງດ້ານແພດ ໝໍ ການອົບຮົມໃນທົ່ວປະເທດແຕ່ສູນກາງລົງຮອດສຸກສາລາໄດ້ສໍາເລັດແລ້ວ ແລະ ການນໍາສົ່ງວັກແຊັງກັນໂປລິໂອກໍໄດ້ໄປຮອດສຸກສາລາແລ້ວ ພ້ອມຈະໃຫ້ບໍລິການແກ່ປະຊາຊົນໃນທົ່ວປະເທດ ດັ່ງນັ້ນ ຈິ່ງຂໍແຈ້ງມາຍັງປະຊາຊົນບັນດາເຜົ່າ ຈົ່ງນໍາເອົາລູກຫຼານຂອງຕົນທີ່ມີອາຍຸ 3 ເດືອນເຄິ່ງຂຶ້ນໄປ ໃຫ້ໄປຮັບການສັກຢາກັນພະຍາດຢ່າງທົ່ວເຖິງຢູ່ສະຖານທີ່ບໍລິການສຸຂະພາບ ສຸກສາລາ ໂຮງໝໍ ຂອງລັດ ຫຼື ທີມແພດ ທີ່ລົງເຄື່ອນໄຫວໄປສັກຢາກັນໂປລິໂອຢູ່ບ້ານຂອງທ່ານໂດຍບໍ່ເສຍຄ່າ.

ຂ່າວຈາກ ວຽງຈັນທູເດ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...