spot_img
Homeຂ່າວພາຍ​ໃນນາຍົກເນັ້ນ ຕ້ອງຫັນການເຕີບໂຕເສດຖະກິດ ໄປສູ່ຄຸນນະພາບທີ່ສູງຂຶ້ນ!

ນາຍົກເນັ້ນ ຕ້ອງຫັນການເຕີບໂຕເສດຖະກິດ ໄປສູ່ຄຸນນະພາບທີ່ສູງຂຶ້ນ!

Published on

thongsing

ຂປລ. ທ່ານ​ນາຍົກລັດຖະມົນຕີ ​ໄດ້​ເນັ້ນ​ໜັກ​ໃນ​​ກອງ​ປະຊຸມ ​ເຜີຍ​ແຜ່​ແນະ​ນໍາ​ການຈັດ​ຕັ້ງ​ປະຕິບັດ​ ແຜນ​ພັດທະນາ ​ເສດຖະກິດ-ສັງຄົມແຫ່ງ​ລັດ ​ສົກ​ປີ 2015-2016 ໃນ​ວັນ​ທີ 13 ຕຸລາ 2015 ນີ້ວ່າ:  ​ ​ເພື່ອ​ຮັບປະກັນ​ ໃຫ້ການ​ຂະຫຍາຍຕົວ​ ຂອງ​ເສດຖະກິດ​ ກ່ອນ​ອື່ນ​ໝົດ​ຕ້ອງ​ຮັບປະກັນ​ ຄວາມ​ຕໍ່​ເນື່ອງ, ສົມ​ດຸນ ​ແລະ ຍືນ​ຍົງ​ ພື້ນຖານ​ເສດຖະກິດ​ ຕ້ອງ​ມີ​ຄວາມ​ເຂັ້ມ​ແຂງ ​ແຕ່​ຕ້ອງ​ເຮັດ​ໃຫ້ການ​ຜະລິດ​ພາຍ​ໃນ​ ມີ​ຄວາມ​ເຂັ້ມ​ແຂງ, ຕ້ອງ​ຫັນ​ການ​ເຕີບ​ໂຕ​ເສດຖະກິດ​ ໄປ​ສູ່​ຄຸນ​ນະພາ​ບທີ່​ສູງ​ຂຶ້​ນ ​ແລະ ​​ບັນຫາ​ທີ່​ຈະ​ຕ້ອງ​ເອົາ​ໃຈ​ໃສ່​ກວ່າ​ໝູ່​ ແມ່ນ​ດ້ານ​ລາຍ​ຮັບ​ຕົວ​ຈິງ​ ຂອງ​ຄອບຄົວ​ໄດ້​ເພີ່ມ​ຂຶ້ນ ​ສົມ​ຄູ່​ກັບ​ການ​ເຕີບ​ໂຕ​ ຂອງ GDP ​ແລ້ວ​ຫລື​ບໍ່.

ໃນ​ໂອກາ​ດດັ່ງກ່າວ, ທ່່ານ ທອງ​ສິງ ທໍາ​ມະ​ວົງ ນາຍົກລັດຖະມົນຕີ ​ຍັງ​​ໄດ້​ເນັ້ນ​ໃຫ້​ທຸກ​ພາກສ່ວນ ​ເອົາ​ໃຈ​ໃສ່​ຄື: ​ສົກ​ປີ 2015-2016 ນີ້​ຕ້ອງ​ຖືເປັນ​ບຸລິມະສິດ ​ກ່ຽວ​ກັບ​ວຽກ​ງານ​ຕິດຕາມ, ກວດກາ ​ແລະ ຄຸ້ມ​ຄອງ​ໂຄງການ​ ການ​ລົງທຶນ​ທີ່​ໄດ້​ ອະນຸມັດ​ໄປ​ແລ້ວ​ໃຫ້​ດີ​ກວ່າ​ເກົ່າ. ​ຕ້ອງ​ເຮັດ​ໜ້າ​ທີ່​ຄຸ້ມ​ຄອງ​ມະຫາ​ພາກ, ສ້າງ​ເງື່ອນ​ໄຂ​ ອໍານວຍ​ຄວາມ​ສະ ດວກ ​ແລະ ມອບ​ສິດ​ຢ່າງ​ຈະ​ແຈ້ງ​ໃຫ້​ທ້ອງ​ຖິ່ນ, ຕ້ອງ​ມີ​ກົນ​ໄກ ​ປະສານ​ງານ​ທີ່​ຊັດ​ເຈນ​, ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ​ຄໍາ​ສັ່ງ ​ຂອງ​ນາຍົກລັດຖະມົນຕີ ສະບັບ​ເລກທີ 13/ນຍ, ລົງ​ວັນ​ທີ 11/06/2012 ​ເຫັນ​ວ່າ​ມີ​ຄວາມ​ຄືບ​ໜ້າ ​ແລະ ກໍ​ສາມາດ​ກໍາ​ໄດ້​ ຫລາຍ​ບັນຫາ​ທີ່​ຫຍໍ້​ທໍ້ ຈຶ່່ງ​ສະ​ເໜີ​ໃຫ້​ສືບ​ຕໍ່​ຈັດ​ຕັ້ງ​ປະຕິບັດ​ ຄໍາ​ສັ່ງ​ອອກ​ໄປ​ອີກ​ຄື: ​ຕໍ່​ການໂຈະ​ການ​ອະນຸ ມັດ​ ຂໍ​ສໍາ​ປະທານ​ໃໝ່​ ທາງ​ດ້ານ​ບໍ່​ແຮ່, ປູກ​ຢາງພາລາ ​ແລະ ​ໄມ້​ວິກ ຮອດ​ປີ 2020; ການ​ອະນຸມັດ​ກາ​ນລົງ​ທຶນ ຕ້ອງ​ຮັບປະກັນ​ປະສິດທິພາບ ​ແລະ ຄຸນ​ນະພາ​ບຂອງ​ການ​ລົງທຶນ, ຕ້ອງ​ຄັດ​ເລືອກ​ເອົາ​ຜູ້​ລົງທຶນ​ ທີ່​ມີ​ປະສົບ​ການ, ມີ​ຄວາມ​ສາມາດ, ມີ​ທຶນຮອນ​ແທ້ ​ແລະ ​ເປັນ​ທີ່​ຍອມຮັບ​ຂອງ​ສາກົນ​ ບໍ່​ອະນຸມັດ​ຊະຊາຍ​ຈົນ​ຄຸ້ມ​ຄອງ​ບໍ່​ໄດ້ ​ເພື່ອ​ຮັບປະກັນ​ຜົນ​ປະ​ໂຫຍ​ດ ຂອງ​ປະ​ເທດ​ຊາດ ​ໃນ​ໄລຍະ​ຍາວ​, ຫລີກລ້ຽງ​ບັນຫາ​ຜູ້​ລົງທຶນ ​ມາ​ຈັບ​ຈອງ​ໂຄງການ​ເພື່ອ​ຂາຍ​ຕໍ່ ຫລື ແກ່ຍາວ​ເວລາ; ພ້ອມ​ນັ້ນ​ ກໍ​ຕ້ອງ​ເຮັດ​ໜ້າ​ທີ່​ດຶງ​ດູດ ການ​ລົງທຶນ ​ແລະ ນໍາ​ຜົນ​ປະ​ໂຫຍ​ດ ມາ​ສູ່​ປະຊາຊົນ​ຢ່າງ​ແທ້​ຈິງ, ສ້າງ​ເງື່ອນ​ໄຂ​ທີ່​ສະດວກ​ກວ່າ, ​ໄວ​ກວ່າ ​ແລະ ​ໂປ່​ງ​​ໄສ​ກວ່າ ທັງ​ຈະ​ແຈ້ງ​ຊັດ​ເຈນ​ ບົນ​ພື້ນຖານ​ລະບຽບ​ກົດໝາຍ ​​ໂດຍ​ອີງ​ໃສ່​ສະພາບ​ການ​ໃນ​ໄລຍະ​ໃໝ່​ ທີ່​ມີ​ການ​ເຊື່ອ​ມໂຍງ ກໍ​ຄື ການ​ແຂ່ງຂັນ​ໃນ​ອານຸພາກ​ພື້ນ​ ລວມທັງ​ການ​ເຂົ້າ​ເປັນ​ ປະຊາ​ຄົມ​ເສດຖະກິດ​ອາ​ຊຽນ.

ສໍາລັບ ​ກົນ​ໄກ​ປະສານ​ງານ ​ແລະ ການ​ຕິດຕາມ​ການ​ປະຕິບັດ ​ແຜນ​ພັດທະນາ ​ເສດຖະກິດ-ສັງຄົມ ​ເ​ຫັນ​ວ່າ​ມີ​ຄວາມ​ສໍາຄັນ ​ຫລາຍ​ຍ້ອນ​ການຈັດ​ຕັ້ງ​ປະຕິບັດ ​ບັນດາ​ທິດ​ທາງ​ໜ້າ​ທີ່ ​ແລະ ຄາດໝາຍ​ສູ້​ຊົນ​ ຕ້ອງ​ສອດຄ່ອງ​ກົມກຽວ, ສ້າງ​​ໃຫ້​ໄດ້​ກໍາ​ລັງ​ແຮງ​ສັງ​ລວມ, ຫລີກ​ລ້ຽງ​ການ​ຖິ້ມ ​ຄວາມ​ຮັບຜິດຊອບ​ໃຫ້​ກັນ ຫລື ການ​ເຮັດ​ຊໍ້າ​ຊ້ອນ​ກັນ; ກ່ຽວ​ກັບ​ການຈັດ​ຕັ້ງ​ປະຕິບັດ ວຽກ​ງານ 3 ສ້າງ ​​ເຊິ່ງ​ເປັນ​ບັນຫາ​ສໍາຄັນ ​​ໂດຍ​ສະ​ເພາະ​ ການ​ແບ່ງ​ຄວາມ​ຮັບຜິດຊອບ​ ນັບ​ທັງ​ການ​ປະຕິບັດ​ນິຕິ​ກໍາ​, ກົນ​ໄກ​ປະສານ​ງານ ​ແລະ ອື່ນໆ​ ຈຶ່ງ​ຮຽກຮ້ອງ​ໃຫ້​ພາກສ່ວນ​ທີ່​ກ່ຽວຂ້ອງ ຕ້ອງ​ຕີ​ລາຄາ ຢ່າງ​ພາວະ​ວິ​ໄສ​ບົນ​ພື້ນຖານ​ຂໍ້​ມູນ ​ແລະ ສະພາບຄວາມ​ເປັນ​ຈິງ; ພ້ອມ​ນັ້ນ ​ກໍ​ໃຫ້​ເອົາ​ໃຈ​ໃສ່​ວຽກ​ຄົ້ນຄວ້າ ​ວິ​​ໄສ​ທັດ​ຮອດ​ປີ 2030, ຍຸດ​ທະ​ສາດ​ການ​ພັດທະນາ ​ເສດຖະກິດ-ສັງຄົມ​ ຮອດ​ປີ 2025 ຂອງ​ຂະ​ແໜງການ ​ແລະ ທ້ອງ​ຖິ່ນ ​ໂດຍ​ອີງ​ໃສ່​ທ່າ​ແຮງ​ບົ່ມ​ຊ້ອນ​ຂອງ​ຕົນ​ ນັບ​ທັງ​ກາລະ​ໂອກາດ​ຂອງ​ພາກ​ພື້ນ ​ແລະ ສາກົນ​ ທີ່​ຈະ​ເປັນ​ປະ​ໂຫຍ​ດ ​ເພື່ອ​ຮັບປະກັນ​​ການ​ພັດທະນາ​ໃນ​ໄລຍະ​ຍາວ ​ເຮັດ​ໃຫ້​ເສດຖະກິດ​ມີ​ການ​ເຕີບ​ໂຕ ​ທີ່​ມີ​ຄຸນນະພາບ, ມີ​ສະຖຽນ​ລະ​ພາບ, ມີ​ການ​ກະຈາຍ​ລາຍ​ໄດ້, ຍົກລະດັບຊີ​ວິດ​ການ​ເປັນ​ຢູ່​ ຂອງ​ປະຊາຊົນ​ໃຫ້​ດີ​ຂຶ້ນ ​ເທື່ອ​ລະກ້າວ. ​ໃນ​ນັ້ນ​ກໍ​ໃຫ້​ສຸມ​ໃສ່​ປັບປຸງ ​ແລະ ສ້າງ​ຖານ​ຂໍ້​ມູນ​ສະຖິຕິ​ແຕ່​ຂັ້ນ​ບ້ານ, ຂັ້ນ​ເມືອງ ​ແລະ ຂັ້ນ​ແຂວງ ​ໂດຍ​ນໍາ​ໃຊ້​ລະບົບ​ຂໍ້​ມູນ​ຂ່າວສານ ​ທີ່​ທັນ​ສະ​ໄໝ​ເຂົ້າ​ໃນ ​ການ​ເຜີຍ​ແຜ່, ຮັບປະກັນ​ການ​ເຂົ້າ​ເຖິງ ​ໃນ​ຫລາຍ​ຮູບ​ແບບ​ໄດ້​ຢ່າງ​ສະດວກ, ວ່ອງ​ໄວ ​ແລະ ມີ​ຄຸນ​ນະພາ​ບຕິດ​ພັນ​ກັບ ​ວຽກ​ງານ 3 ສ້າງ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...