spot_img
Homeວິທະຍາສາດ-ວິທະຍາການຫາກເຈົ້າເປັນໜຶ່ງຄົົນທີ່ມັກເບຍແລະກາແຟ ເຈົ້າອາດຈະເປັນພະຍາດທາງຈິດ

ຫາກເຈົ້າເປັນໜຶ່ງຄົົນທີ່ມັກເບຍແລະກາແຟ ເຈົ້າອາດຈະເປັນພະຍາດທາງຈິດ

Published on

98de138623384db993ce41bc55d52b80

ມະນຸດ​ຈະ​ມີ​ຄວາມ​ມັກ​ອາຫານ​ທີ່​ມີ​ລົດຊາດ​ຂົມ​ທີ່​ບໍ່​ຄື​ໃຜ ເຊັ່ນ ຊັອກ​ໂກ​ແລດ (Dark Chocolate) ກາ​ແຟ ຫລື​ບລັອກ​ໂຄ​ລີ ໂດຍ​ທົ່ວ​ໄປ​ແລ້ວ​ສ່ວນ​ໃຫຍ່​ສັດ​ອື່ນໆ ຈະ​ຕີ​ຄວາມ​ລົດຊາດ​ຂົມ​ວ່າ​ເປັນ​ຄຳ​ເຕືອນ​ໃຫ້​ຫລີກ​ລ້ຽງ​ຈາກ​ອາຫານ​ເຫລົ່າ​ນັ້ນ ແຕ່​ມະນຸດ​ບາງ​ຄົນ​ບໍ່​ຄິດ​ເຊັ່ນ​ນັ້ນ ນັກ​ວິທະຍາ​ສາດ​ກໍ​ບໍ່​ແນ່​ໃຈ​ເຊັ່ນ​ກັນ​ວ່າ​ເປັນຫຍັງ?

ການ​​ມັກ​ອາຫານ​ລົດ​ຂົມ ອາດ​ເປັນ​ພາບ​ສະ​ທ້ອນ​ບຸກຄະລິກກະພາບ​ຂອງ​ເຈົ້າ ຕາມ​ການສຶກສາ​ໃໝ່​ໃນ​ວາລະສານ Appetite ກ່າວ​ວ່າ ຜູ້​ຄົົນທີ່​ມີ​ຄວາມ​​ມັກ​ໃນ​ອາຫານ​ລົດ​ຂົມ ມີ​ແນວ​ໂນ້ມ​ທີ່​ຈະ​ເປັນ​ພະຍາດທາງ​ຈິດ​ແລະ​ຕໍ່​ຕ້ານ​ສັງຄົມ

ການສຶກສາ​ເທື່ອ​ນີ້​ໄດ້​ມີ​ການ​​ຖາມ​ຄົນ​ຈຳນວນ 500 ຄົນ​ເຖິງ​ຄວາມ​ສຸກ​ທີ່​ແຕກ​ຕ່າງ​ກັນ​ລະຫວ່າງ​ຂອງ​ຕົວ​ຢ່າງ​ອາຫານ​ທີ່​ມີ​ລົດ​ຫວານ ສົ້ມ ເຄັມ ແລະ ​ຂົມ ຈາກ​ນັ້ນ​ພວກ​ເຂົາ​ຈະ​​ຖືກ​ຖາມ​ຕໍ່​ດ້ວຍ​ຊຸດ​ທົດສອບ​ປະ​ເມີນ​ບຸກ​ຄະລິກ​​ເພື່ອ​ປະ​ເມີນ​ຄວາມ​ໃຈຮ້າຍ ຊຶ່ງ​ມີ​ທັງ​ການ​ວັດ​ບຸກຄະລິກ​ດ້ານ​ມືດ (ການ​ຫລົງ​ຕົວ​ເອງ ຄວາມ​ຜິດ​ປົກກະຕິ​ທາງ​ຈິດ ແລະ ​ຄົົນທີ່​ມີ​ບຸກຄະລິກກະພາບ​ແບບ Mach) ວັດ​ຄວາມ​ຊາ​ດິດ (ທັງ​ທາງ​ຄຳ​ເວົ້າ ລັກສະນະ​ພາຍນອກ ແລະ​ ຄວາມ​ຮູ້ສຶກ​ນຶກ​ຄິດ) ລວມ​ທັງ​ການ​ວັດ​ເພື່ອ​ຈັດ​ກຸ່ມ​ບຸກຄະລິກກະພາບ 5 ດ້ານ (ຄົົນທີ່​ມີ​ບຸກຄະລິກ​ດ້ານ​ບວກ​ຕໍ່​ຕົນເອງ​ແລະ​ສິ່ງ​ຮອບ​ຂ້າງ, ຄົົນທີ່​ມີ​ບຸກຄະລິກ​ໃນ​ການ​ປັບ​ຕົວ​ເຂົ້າ​ກັບ​ຄົນ​ອື່ນ​ໄດ້​ດີ, ຄົົນທີ່​ມີ​ຄວາມ​ຮັບ​ຜິດຊອບ, ດ້ານ​ຄວາມໝັ້ນຄົງ​ທາງ​ອາລົມ ແລະ ​ຄົົນທີ່​ມີ​ບຸກຄະລິກກະພາບ​ແບບ​ກົງ​ໄປ​ກົງ​ມາ)

ຈາກ​ການສຶກສາ​ພົບ​ວ່າ ກຸ່ມ​ຄົົນທີ່​ມັກ​ອາຫານ​ລົດ​ຂົມ​ມີ​ແນວ​ໂນ້ມ​ທີ່​ໄດ້​ຄະ​ແນນ​ດ້ານ​ຄວາມ​ຜິດ​ປົກກະຕິ​ທາງ​ຈິດ ຄວາມ​ຊາ​ດິດ ແລະ ​ຄວາມ​ໃຈຮ້າຍງ່າຍ ຊຶ່ງ​ຕາມ​ຂໍ້​ມູນ​ທີ່​ໄດ້​ຈາກ​ການສຶກສາ ເມື່ອ​ນຳ​ມາ​ເຊື່ອມ​ໂຍງ​ກັນ​ແລ້ວ ຜົນ​ທີ່​ໄດ້​ສະແດງ​ໃຫ້​ເຫັນ​ວ່າ “ຍິ່ງເຮົາ​ມັກ​ອາຫານ​ແລະ​ເຄື່ອງ​ດື່ມ​ທີ່​ມີ​ລົດ​ຂົມ​ເທົ່າ​ໃດ ກໍ​ຍິ່ງ​ເຊື່ອມ​ໂຍງ​ກັບ​ບຸກຄະລິກກະພາບ​ດ້ານ​ມືດ​ເທົ່າ​ນັ້ນ” ຜູ້​ຂຽນ​ງານ​ວິ​ໄຈ​ກ່າວ

ນອກ​ນີ້ ນັກ​ວິ​ໄຈ​ກໍ​ຍັງ​ໃຫ້​ຄວາມ​ສົນ​ໃຈ​ຕໍ່​ຄວາມ​ເຂົ້າໃຈ​ໃນ​ສິ່ງ​ທີ່​ເຮັດໃຫ້​ຄົົນທີ່​ມັກ​ອາຫານ​ສະເພາະ​ລົດຊາດທີ່ຂົມ ອາດ​ມີ​ເງື່ອນ​ງຳ​ທີ່​ຊັບ​ຊ້ອນ​ໃນ​ເຊີງ​ຊີ​ວະວິທະຍາ​ແລະ​ຈິດ​ວິທະຍາ ລວມ​ທັງ​ການ​ໄດ້ຮັບ​ແຮງ​ຈູງ​ໃຈ​ຕໍ່​ການ​ຕອບສະໜອງ​ຕໍ່​ລົດ​ຊາດ​ແລະ​ກິ່ນ​ຂອງ​ອາຫານ

ນອກ​ຈາກ​ນີ້​ນັກ​ວິ​ໄຈ​ຍັງມີ​ຄວາມ​ກັງ​ວົນ​ໃຈ​ຕໍ່​ການ​ເລືອກ​ໃຊ້​ອາຫານ​ສຳລັບ​ເປັນ​ຕົວ​ຢ່າງ​ຂອງ​ອາຫານ​ທີ່​ມີ​ລົດ​ຂົມ ເນື່ອງ​ຈາກ​ຄົນ​ແຕ່​ລະ​ຄົນ​ມີ​ການ​ອະທິບາຍ​ລົດ​ຊາດ​ທີ່​ແຕກ​ຕ່າງ​ກັນ

ແລະ​ເຖິງແມ່ນວ່າ ການສຶກສາ​ເທື່ອ​ນີ້​ຈະ​ເປັນ​ກໍລະນີ​ສຶກ​ສາ​ທີ່​ດີ​ສຳລັບ​ຄວາມ​ສຳພັນ​ລະຫວ່າງ “ບຸກ​ຄະຄິກ​ດ້ານ​ມືດ” ກັບ​ຄວາມ​ພໍ​ໃຈ​ໃນ​ລົດ​ຂົມ ແຕ່​ກໍ​ບໍ່​ໄດ້​ໃຫ້​ຂໍ້​ມູນ​ໃດໆ ກ່ຽວກັບ​ສິ່ງ​ທີ່​ອາດ​ກໍ່​ໃຫ້​ເກີດ​ຄວາມ​ພໍ​ໃຈ ວ່າ​ມີ​ຄວາມ​ກ່ຽວ​ຂ້ອງ​ທາງ​ຊີວະ​ວິທະຍາ​ຫລື​ຈິດ​ວິທະຍາ ຫລື​ທັງ​ສອງ​ສາດ​ເທົ່າໃດ ທັງ​ນີ້​ຍັງ​ຄົງ​ຕ້ອງ​ເຮັດ​ການສຶກສາ​ກັນ​ຕໍ່ໄປ

ອ້າງ​ອິງ: www.popsci.com/psychopaths-may-prefer-bitter-foods

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...