Homeຂ່າວຕ່າງປະເທດສະຫະລັດຯ ສົ່ງລູກປືນ - ລະເບີດໃຫ້ກຸ່ມຕິດອາວຸດໃນຊີຣີເພີ່ມ ເພື່ອຕໍ່ສູ້ກັບກຸ່ມໄອເອັສ!

ສະຫະລັດຯ ສົ່ງລູກປືນ – ລະເບີດໃຫ້ກຸ່ມຕິດອາວຸດໃນຊີຣີເພີ່ມ ເພື່ອຕໍ່ສູ້ກັບກຸ່ມໄອເອັສ!

Published on

EyWwB5WU57MYnKOuXocdPvb3dNns1S5BQlqKrvuHbe4asgY8WsWWPl

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 13 ຕຸລານີ້ວ່າ ພັນເອກ ສະຕີບ ວໍເຣັນ ໂຄສົກກອງກຳລັງພັນທະມິດ ຊຶ່ງນຳໂດຍສະຫະລັດອາເມຣິກາ ປະຈຳຖານທັບທີ່ນະຄອນຫລວງແບກແດດ ປະເທດອີຣັກ ໄດ້ອອກມາເປີດເຜີຍວ່າ ເຮືອບິນລຳລຽງຂອງກອງທັບສະຫະລັດຯ ໄດ້ສົ່ງລູກປືນ ແລະ ລະເບີດມື ລວມກ່ວາ 50 ໂຕນ ໃຫ້ແກ່ກຸ່ມຕິດອາວຸດ ພັນທະມິດອາຫລັບຊີຣີ (Syrian Arab Coalition: SAC) ໃນວັນທີ 11 ຕຸລາຜ່ານມາ ເພື່ອສະໜັບສະໜູນດ້ານອາວຸດຍຸດໂທປະກອນໃຫ້ແກ່ກຸ່ມດັ່ງກ່າວ ຊຶ່ງກຳລັງຕໍ່ສູ້ກັບກຸ່ມໄອເອັສ ຢູ່ບໍລິເວນເມືອງຣັກກະ ທາງພາກເໜືອຂອງປະເທດຊີຣີ.

ທັງນີ້ ການສົ່ງອາວຸດໃຫ້ແກ່ກຸ່ມຕິດອາວຸດໃນຊີຣີ ແມ່ນເກີດຂຶ້ນພາຍຫລັງຣັດເຊຍໄດ້ປະຕິບັດການໂຈມຕີທາງອາກາດຕໍ່ກຸ່ມໄອເອັສໃນຊີຣີ ໂດຍ ພັນເອກ ສະຕີບ ວໍເຣັນ ໄດ້ຮັບປະກັນວ່າ ມີຄວາມສ່ຽງພຽງເລັກໜ້ອຍທີ່ກຸ່ມ SAC ຈະຖືກໂຈມຕີດ້ວຍລະເບີດຂອງຣັດເຊຍ ເນື່ອງຈາກກອງທັບຣັດເຊຍມຸ່ງເນັ້ນການໂຈມຕີໃນພື້ນທີ່ອື່ນ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...