spot_img
HomeມູມໄອທີລາວApple ອອກອັບເດດ iOS 9.1 beta 5 ໃຫ້ກັບນັກພັດທະນາແລ້ວ ມີຫຍັງໃໝ່ແດ່

Apple ອອກອັບເດດ iOS 9.1 beta 5 ໃຫ້ກັບນັກພັດທະນາແລ້ວ ມີຫຍັງໃໝ່ແດ່

Published on

iOS-9.1-Beta-5-main-600x360

ຫລັງ​ຈາກ​ທີ່ Apple ອອກ​ອັບ​ເດດ iOS 9.1 beta 4 ໃຫ້​ກັບ​ນັກ​ພັດທະນາ ແລະ iOS 9.1 Public beta 4 ໃຫ້​ກັບ​ບຸກ​ຄົນ​ທົ່ວ​ໄປ​ໄດ້​ອັບ​ເດດ​ກັນ​ແລ້ວ ຫລ້າ​ສຸດ Apple ອອກ​ອັບ​ເດດ iOS 9.1 beta 5 build 13B137 ໃຫ້​ກັບ​ນັກ​ພັດທະນາ​ແລ້ວ

iOS 9.1 beta 5 ມີ​ຫຍັງ​ໃໝ່ແດ່

ios_9_1_beta_5

ໂດຍ​ເວີລ໌​ຊັ່ນ​ມີ​ການ​ປັບປຸງ​ການເຮັດວຽກງານ​ໃຫ້​ມີ​ຄວາມ​ສະຖຽນ​ຍິ່ງ​ຂຶ້ນ ອີກ​ທັງ​ມີ​ຄຸນສົມບັດ​ໃໝ່​ແລະ​ການ​ປັບປຸງ​ຄວາມ​ເຂົ້າ​ກັນ​ໄດ້​ສຳລັບ​ຜະລິດຕະພັນ​ຂອງ​ແອບ​ເປີ້ນ​ທີ່​ຈະ​ເກີດ​ຂຶ້ນ ເຊັ່ນ Apple TV Gen 4 ແລະ iPad Pro 12.9 ນິ້ວ ລວມ​ເຖິງ​ການ​ປັບປຸງ Unicode 8 ການ​ເພີ່ມ​ການ​ສະໜັບສະໜູນ​ສຳລັບ​ອິ​ໂມ​ຈິ ໃຜ​ທີ່​ເປັນ​ນັກ​ພັດທະນາ​ສາມາດ​ອັບ​ເດດ​ແບບ OTA ໄດ້​ເລີຍ ໂດຍ​ເຂົ້າ​ທີ່ Settings > General > Software Update

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...