Homeມູມໄອທີລາວໄມໂຄຣຊອບກຽມຖອນ Control Panel ໃນ Windows 10

ໄມໂຄຣຊອບກຽມຖອນ Control Panel ໃນ Windows 10

Published on

Control_Panel_1

ໄມ​ໂຄ​ຣຊອບ​ກຽມ​ຖອນ Control Panel ໃນ Windows 10 ແທນ​ທີ່​ດ້ວຍ​ເມ​ນູ Settings

ເມື່ອ​ວັນທີ່ 9 ຕຸລາ 2558 ເວັບ​ໄຊຕ໌  neowin.net ໄດ້​ເປີດ​ເຜີຍ​ວ່າ ໄມ​ໂຄ​ຣຊອບ​ມີ​ແຜນ​ທີ່​ຈະ​ຖອນControl Panel ອອກ​ຈາກ  Windows 10 ໃນ​ອະນາຄົດ ເນື່ອງ​ຈາກ​ຕັ້ງ​ແຕ່ Windows 8 ກໍ​ມີ​ເມ​ນູ Settings ສຳລັບ​ໃຊ້​ຕັ້ງ​ຄ່າ​ຕ່າງໆ ຄ້າຍ​ກັບ Control Panel ແລ້ວ ແຕ່​ຍັງ​ບໍ່​ສາມາດ​ຕັ້ງ​ຄ່າ​ໄດ້​ຄອບ​ຄຸມ​ຄືກັບ Control Panel ແຕ່​ຫລັງ​ຈາກ​ທີ່​ເມ​ນູ Settings ຖືກ​ປັບປຸງ​ໃຫ້​ສົມບູນ​ໃນ​ການ​ອັບ​ເດດ​ເທື່ອ​ຕໍ່​ໆໄປ​ຂອງ Windows 10 ແລ້ວ ໄມ​ໂຄ​ຣຊອບກໍ​ຈະ​ຖອນ Control Panel ອອກ​ຢ່າງ​ຖາວອນ ເພື່ອ​ໃຫ້​ເມ​ນູ Settings ມາ​ແທນ​ທີ່
         ​ສາ​ເຫດ​ທີ່​ໄມ​ໂຄ​ຣຊອບ​ຕ້ອງ​ຖອນ  Control Panel ອອກ​ໄປ​ນັ້ນ ເນື່ອງ​ຈາກ​ການ​ເກັບ​ທັງ​ເມ​ນູ Settings ແລະ Control Panel ເອົາ​ໄວ້​ທັ້ງ​ຄູ່​ຈະ​ເຮັດໃຫ້​ເປືອງ​ຊັບພະ​ຍາ​ກອນ​ເຄື່ອງ​ເກີນ​ຄວາມ​ຈຳ​ເປັນ ສຳລັບ​ຜູ້​ໃຊ້  Windows 10 ທີ່​ຍັງ​ລື້ງເຄີຍ​ການ​ໃຊ້ Control Panel ຫລາຍກວ່າ​ກໍ​ຕ້ອງ​ກຽມ​ປັບ​ຕົວ​ຫັນ​ໄປ​ໃຊ້​ເມ​ນູ Settings ກັນ​ໄດ້​ແລ້ວ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...