Homeຂ່າວພາຍ​ໃນທ່ານ​ນາຍົກລັດຖະມົນຕີ ​ໃຫ້ກຽດຕ້ອນຮັບປະທານ​ກຸ່ມ​ບໍລິສັດຄາ​ສ​ເບີກ

ທ່ານ​ນາຍົກລັດຖະມົນຕີ ​ໃຫ້ກຽດຕ້ອນຮັບປະທານ​ກຸ່ມ​ບໍລິສັດຄາ​ສ​ເບີກ

Published on

OLYMPUS DIGITAL CAMERA

ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ 09 ຕຸລາ 2015 ທີ່​ຫ້ອງ​ວ່າການ​ລັດຖະບານ ທ່ານ ທອງສິງ ທໍາ​ມະ​ວົງ, ນາຍົກລັດຖະມົນຕີ ​ໄດ້​ໃຫ້ກຽດຕ້ອນຮັບ​ການ​ເຂົ້າ​ຢ້ຽມຂໍ່ານັບ​ຂອງ ທ່ານ ສຈ. ດຣ. ​ແຟມມິ້ງ ​ເບ​ເຊັນ​ບາ​ເຄີ້ຣ ປະທານ​ກຸ່ມ​ບໍລິສັດ​ຄາ​ສ​ເບີກ ພ້ອມ​ດ້ວຍ​ຄະນະ.

​ໂອກາດ​ດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ​ໄດ້​ສະແດງຄວາມຊົມ​ເຊີຍ, ພ້ອມ​ທັງ​ໄດ້ຕີ​ລາຄາ​ສູງ​ ຕໍ່ທ່ານປະທານ​ກຸ່ມ​ບໍລິສັດຄາ​ສ​ເບີກ ​ແລະ ຄະນະ ​ທີ່​ໄດ້​ເດີນທາງ​ມາ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່ ສປປ ລາວ​ ໃນ​ຄັ້ງ​ນີ້. ພ້ອມ​ດຽວກັນ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ ຫວັງ​ວ່າ​ບໍລິສັດ​ຄາ​ສ​ເບີກ ຈະ​ສືບຕໍ່​ໃຫ້ການ​ຊ່ວຍ​ເຫຼືອ ​ເພື່ອ​ພັດທະນາ​ເບຍ​ລາວ​ ກໍ່ຄື ການປະກອບສ່ວນຊ່ວຍເຫຼືອສັງຄົມລາວຕໍ່​ໄປ​ເປັນ​ຕົ້ນ ການ​ສົ່ງ​ເບຍ​ລາວອອກ​ຂາຍ​ຢູ່​ຕ່າງປະ​ເທດ​ໃຫ້ຫຼາຍຂຶ້ນ, ​ສ້າງ​ ​ແລະ ພັດທະນາຊັບພະຍາກອນ​​ລາວ ​ໃຫ້​ມີ​ຄວາມ​ຊໍານິ​ຊໍານານງານ, ​ມີ​ນະ​ໂຍບາຍ​ຊື້ ​ແລະ ນໍາ​ໃຊ້ ​ເພື່ອ​ສົ່ງ​ເສີມ​ສິນຄ້າ​ພາຍ​ໃນໃຫ້ຫຼາຍຂຶ້ນ, ນອກ​ນັ້ນ ​ຕ້ອງ​ມີ​ການ​ແລກປ່ຽນ ​ແລະ ຖອດ​ຖອນ​ບົດຮຽນ ​ແລະ ວິທີ​ການ​ຕ່າງໆ ​ເພື່ອ​ເຮັດ​ແນວ​ໃດ​ໃຫ້​ຜູ້​ບໍລິ​ໂພ​ກ​ເຫຼົ້າ, ​ເບຍ ມີ​ຄວາມ​ຮັບຜິດຊອບ​​ໃນ​ການ​ດື່ມ​ທີ່​ເໝາະສົມ ​ແນ​ໃສ່​ເພື່ອຫຼີກລ້ຽງບັນຫາ​ການ​ເກີດອຸບັດ​ຕິ​ເຫດ ​ແລະ ​ເປັນ​ໄພ​ຕໍ່ສຸຂະພາບ.

ທ່ານ ສຈ.ດຣ. ​ແຟມມິ້ງ ​ເບ​ເຊັນ​ບາ​ເຄີ້ຣ​ ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່ ທ່ານນາຍົກລັດຖະມົນຕີ ​ທີ່​ໄດ້​ສະຫຼະ​ເວລາ​​ ໃຫ້ການ​ຕ້ອນຮັບ​ຢ່າງ​ອົບ​ອຸ່ນ​, ພ້ອມ​ທັງ​ໄດ້​ແຈ້ງຈຸດປະສົງ ຂອງ​ການ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ເຄື່ອນ​ໄຫວ​ວຽກງານ ​ໃນ​ຄັ້ງ​ນີ້ ​​ເປັນ​ຕົ້ນ ຜົນ​ການ​ພົບ​ປະ​ກັບ​ຄະນະ​ບໍລິສັດ​ເບຍ​ລາວ, ພ້ອມ​ທັງ​ໃຫ້​ຄໍາໝັ້ນສັນຍາ​ວ່າ ຈະ​ສືບຕໍ່​ໃຫ້ການ​ສະໜັບສະໜູນຊ່ວຍ​ເຫຼືອ ​ແລະ ປະກອບສ່ວນ​ໃນ​ດ້ານ​ຕ່າງໆ ​ເພື່ອ​ພັດທະນາ​ເບຍ​ລາວ ຕໍ່​ໄປ.

ທ່ານນາຍົກລັດຖະມົນຕີ

ແຫລ່ງ: ຫ້ອງວ່າການລັດຖະບານ

ຜູ້ຂຽນ: ຂ່າວ/ພາບ: ອານິຄົມ ວົງເດືອນ, ວັນນະສິນ ຈັນດາວົງ.

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...