Homeຂ່າວພາຍ​ໃນແຮງງານລາວຄ່ຳຄວນ ຖືກນາຍບ້ານເກັບເງິນ ຫົວລະ 400,000 ກີບຕໍ່ປີ

ແຮງງານລາວຄ່ຳຄວນ ຖືກນາຍບ້ານເກັບເງິນ ຫົວລະ 400,000 ກີບຕໍ່ປີ

Published on

ແຮງງານລາວ
ການເຮັດວຽກຂອງແຮງງານລາວ (ຮູບປະກອບບໍ່ກ່ຽວກັບຂ່າວ)

ແຮງງານລາວຈຳນວນໜຶ່ງ ທີ່ບໍ່ປະສົງອອກນາມ ທີ່ເປັນຄົນແຂວງຈຳປາສັກ ທີ່ໄດ້ເດິນທາງໄປເຮັດວຽກຢູ່ໄທ ໄດ້ສົ່ງຈົດໝາຍເຖິງທີມຂ່າວ ລາວໂພສວ່າ ພວກຕົນຮູ້ສຶກບໍ່ໄດ້ຮັບ ຄວາມເປັນທຳແລະທຸກໃຈຫຼາຍ ທີ່ໃນແຕ່ລະປີຕ້ອງຈ່າຍເງິນໃຫ້ແຂວງ ປີລະ 100,000 ກີບຕໍຄົນຕໍ່ປີໃນປີທີ່ຜ່ານມາ ແຕ່ຕົກມາຮອດຕອນນີ້ ສະເພາະຢູ່ບ້ານ ທົງໄຊ ເມືອງປະທຸມພອນ ແຂວງຈຳປາສັກ ແມ່ນໄດ້ຂຶ້ນເປັນ 400,000 ກີບຕໍ່ຄົນຕໍ່ປີແລ້ວ ເຊິ່ງພວກຕົນເຫັນວ່າເປັນການເກັບເງິນ ທີ່ແພງຫຼາຍ ເພາະການໄປເັຮດວຽກຢູ່ໄທ ຂອງແຮງງານລາວ ສ່ວນຫຼວງຫຼາຍແມ່ນແຮງງານບໍ່ມີສີມື ຈຶ່ງໄດ້ຮັບເງິນເດືອນໜ້ອຍ ກວ່າຈະໄດ້ເງິນສົ່ງມາບ້ານໃຫ້ພໍ່ແມ່ ກໍຕ້ອງອົດທົນເຮັດວຽກໜັກ ແລະປະຢັດທີ່ສຸດ ແລະທີ່ສຳຄັນອັນໜຶ່ງພວກຕົນກໍໄປ ດ້ວຍຄວາມຖືກຕ້ອງຕາມກົດໝາຍ.

ວິທີການເກັບເງິນແມ່ນນາຍບ້ານເປັນຄົນເກັບ ເມື່ອສອບຖາມວ່າເປັນຫຍັງຕ້ອງເກັບ ນາຍບ້ານກໍບອກວ່າເປັນຄຳສັ່ງຈາກທາງແຂວງ ໂດຍອ້າງວ່າເປັນຄ່າທີ່ໄປເຮັດວຽກຢູ່ໄທ ທີມຂ່າວເຮົາຈຶ່ງຄາດວ່າ ເປັນນະໂຍບາຍທ້ອງຖິ່ນພາຍໃນແຂວງ ເພາະຕາມທີ່ໄດ້ສອບຖາມແລ້ວນັ້ນ ບໍ່ປາກົດວ່າມີບ້ານໃດ ຫຼືແຂວງໃດ ເກັບເງິນນຳຜູ້ໄປອອກແຮງງານຢູ່ໄທ ຄືດັ່ງກ່າວ.

ອີງຕາມພາລະໜ້າທີ່ຂອງສື່ ຕາມກົດໝາຍສື່ມວນຊົນ ໄດ້ກຳໜົດໄວ້ ທີມຂ່າວລາວໂພສ ຈຶ່ງເຜີຍແຜ່ຂ່າວນີ້ອອກສູ່ສັງຄົມ ເພື່ອໃຫ້ພາກສ່ວນທີ່ກ່ຽວຂ້ອງໄດ້ມີ ໂອກາດຊີ້ແຈງສ້າງຄວາມເຂົ້າໃຈ ທີ່ຖືກຕ້ອງແກ່ແຮງງານລາວ (ແຂວງຈຳປາສັກ) ໃຫ້ໄດ້ຮັບຄວາມຈະຈ່າງແຈ້ງ ແລະເຂົ້າໃຈຕໍ່ການເກັບເງິນດັ່ງກ່າວ.

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...