spot_img
Homeຂ່າວທ້ອງຖິ່ນຫາດຊາຍຟອງວາງສະແດງສິນຄ້າ ກຽມໃສ່ຊ່ວງເຮືອມິດຕະພາບ ລາວ-ໄທ

ຫາດຊາຍຟອງວາງສະແດງສິນຄ້າ ກຽມໃສ່ຊ່ວງເຮືອມິດຕະພາບ ລາວ-ໄທ

Published on

79b79138708fe22b4c1c1b790786e740

ວັນ​ທີ 5 ຕຸລາ 2015 ເມືອງຫາດ​ຊາຍ​ຟອງ ນະຄອນຫຼວງວຽງ​ຈັນ ໄດ້​ຈັດ​ງານ​ວາງສະແດງ ແລະ ຈຳໜ່າຍ​ສິນຄ້າ​ໜຶ່ງ​ບ້ານມີ​ໜຶ່ງ​ຜະລິດ​ຕະ​ພັນ ໜຶ່ງ​ເມືອງບໍ່​ໃຫ້​ຫຼຸດ 5 ຜະລິດ​ຕະ​ພັນ (ໂອດ໋ອບ) ສິນຄ້າ​ຄອບຄົວ​ຕົວ​ແບບ ແລະ ສິນຄ້າ​ທົ່ວ​ໄປ ຄັ້ງ​ທີ 1 ຂຶ້ນ ທີ່​ສວນ​ວັດທະນະທຳ​ບັນດາເຜົ່າ ໃຫ້​ກຽດ​ເຂົ້າ​ຮ່ວມ​ມີ​ທ່ານ ບຸນທາມ ພຸດ​ທະ​ວົງສາ ເຈົ້າເມືອງຫາດ​ຊາຍ​ຟອງ ທ່ານ ແອັດ ພັນນີ​ວົງ ປະທານ​ກຸ່ມ​ບໍລິສັດ ອິນແປງ​ກຣຸບ ຈຳກັດ ບັນດາ​ຫົວໜ້າພະ​ແນກ ຮອງ​ເຈົ້າເມືອງ ການນຳ​ເມືອງ​ຫາດ​ຊາຍ​ຟອງ ແລະ ຫົວໜ່ວຍ​ທຸລະ​ກິດ.

ສິນຄ້າ​ທີ່​ນຳ​ມາ​ວາງສະແດງໃນ​ງານ​ຄັ້ງ​ນີ້​ ປະກອບ​ມີ​ຜະລິດ​ຕະພັນ​ສິນຄ້າ​ໂອ​ດ໋ອບ ຈຳນວນ 11 ຫົວໜ່ວຍ ແລະ ສິນຄ້າ​ຄອບຄົວຕົວ​ແບບ ຈຳນວນ 23 ຫົວໜ່ວຍ ທີ່​ມາ​ຈາກ​ບັນດາ 9 ຕົວ​ເມືອງ ເຊິ່ງ​ງານ​ຈະ​ໄດ້​ດຳເນີນ​ໄປ​ເປັນ​ເວລາ 6 ວັນ ຈົນ​ຮອດ​ມື້​ງານ​ແຂ່ງຂັນ​ຊ່ວງ​ເຮືອ​ມິດຕະພາບ ລະຫວ່າງ​ເມືອງ​ຫາດ​ຊາຍ​ຟອງ ກັບເມືອງ​ໜອງ​ຄາຍ ແຂວງ​ໜອງຄາຍ​ ຣາ​ຊະ​ອານາຈັກ​ໄທ ​ທີ່​ຈະ​ໄດ້ຈັດ​ຂຶ້ນ​ວັນ​ທີ 10 ຕຸລາ 2015 ທີ່ສວນ​ນ້ຳ​ອິນ​ແປງ ຣີ​ເວີ​ໄຊ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...