spot_img
Homeຂ່າວຕ່າງປະເທດໄຕ້ຝຸ່ນ “ມູຈີແກ”ຖະຫລົ່ມຈີນພົບຜູ້ເສຍຊີວິດ 19 ລາຍ

ໄຕ້ຝຸ່ນ “ມູຈີແກ”ຖະຫລົ່ມຈີນພົບຜູ້ເສຍຊີວິດ 19 ລາຍ

Published on

1 2

„ໄຕ້​ຝຸ່ນ “ມູ​ຈີ​ແກ”ຖະ​ຫລົ່ມ​ຈີນ​ພົບ​ຜູ້​ເສຍຊີວິດ 19 ລາຍ ພາ​ຍຸ​ໄຕ້​ຝຸ່ນ “ມູ​ຈີ​ແກ”ທີ່​ພັດ​ເຂົ້າ​ຖະ​ຫລົ່ມ​ທາງ​ຕອນ​ໃຕ້​ຂອງ​ຈີນ ເຮັດໃຫ້​ບ້ານເຮືອນ​ໄດ້ຮັບ​ຄວາມ​ເສຍ​ຫາຍ​ແລະ​ມີ​ຜູ້​ເສຍຊີວິດ​ແລ້ວ 19 ລາຍ ສູນ​ຫາຍ​ອີກ 4 ຄົນ ມື້​ວັນພຸດ​ທີ່ 7 ຕຸລາ ເວລາ 11:25 ນາທີ ຕາມເວລາທ້ອງຖິ່ນ ສຳ​ນັກ​ຂ່າວ​ຮອຍ​ເຕີລ໌​ ລາຍ​ງານ​ຈາກ​ເມືອງ​ຊ່ຽງ​ໄຮ້ ປະເທດ​ຈີນ ເມື່ອ​ວັນທີ່ 7 ວ່າ ພາ​ຍຸ​ໄຕ້​ຝຸ່ນ “ມູ​ຈີ​ແກ”ພັດ​ເຂົ້າ​ຖະ​ຫລົ່ມ​ຈີນ​ຈົນ​ມີ​ຍອດ​ຜູ້​ເສຍຊີວິດ​ແລ້ວ 19 ລາຍ ໃນ​ຈຳນວນ​ນີ້ 7 ລາຍ ເປັນ​ປະຊາຊົນ​ໃນ​ມົນ​ທົນ​ກວາງ​ຕຸ້ງ ທາງ​ຕອນ​ໃຕ້​ຂອງ​ປະເທດ ຂະນະ​ທີ່​ສຳ​ນັກ​ຂ່າວ​ຊິນ​ຫົວ​ຂອງ​ຈີນ​ລາຍ​ງານ​ວ່າ ອີກ 7 ລາຍ ເປັນ​ຜູ້​ທີ່​ເສຍຊີວິດ​ຈາກ​ເຫດ​ການດິນເຈື່ອນ ນອກ​ຈາກ​ນີ້ ຍັງ​ພົບ​ຊາວ​ປະ​ມົງ 3 ລາຍ ເສຍຊີວິດ​ເພາະ​ອຸປະຕິເຫດ​ໃນ​ທະ​ເລ ຊາວບ້ານ​ອີກ 1 ຄົນ​ເສຍຊີວິດ​ຈາກ​ເຫດ​ບ້າ​ນ​ຖະຫລົ່ມ​ເນື່ອງ​ຈາກ​ຄວາມ​ແຮງ​ຂອງ​ພາ​ຍຸ ແລະ​ຊາວ​ປະ​ມົງ​ອີກ 4 ຄົນ ຍັງ​ຄົງ​ສູນ​ຫາຍ ພາ​ຍຸ​ໄຕ້​ຝຸ່ນ​ມູ​ຈີ​ແກ​ເຮັດໃຫ້​ເກີດ​ດິນເຈື່ອນ​ທີ່​ມົນ​ທົນ​ກວາງ​ຕຸ້ງ​ເມື່ອ​ວັນທີ່ 4 ທີ່​ຜ່ານມາ ເປັນ​ເຫດ​ໃຫ້​ເກີດ​ໄຟ​ຟ້າ​ດັບ​ບໍລິເວນ​ພື້ນ​ທີ່​ຊາຍ​ຝັ່ງ ຈົນ​ເຈົ້າ​ຫນ້າທີ່​ຕ້ອງ​ຍົກ​ເລີກ​ຖ້ຽວ​ບິນ​ຈຳນວນ​ຫລາຍ​ສິບ​ຖ້ຽວ ​ແລະ ​ຍົກ​ເລີກ​ການ​ໃຫ້​ບໍລິການ​ລົດ​ໄຟ​ຄວາມ​ໄວ​ສູງ ຫນ່ວຍ​ງານ​ກິດຈະການ​ພົນລະເຮືອນ​ຂອງ​ມົນ​ທົນ​ດັ່ງ​ກ່າວ​ເຜີຍ​ວ່າ ພາ​ຍຸຖະຫລົ່ມ​ເທື່ອ​ນີ້​ຍັງມີ​ຄວາມ​ເສຍ​ຫາຍ​ມູນ​ຄ່າ 23,240 ລ້ານ​ຫຍວນ ກະທົບ​ກັບ​ຊີວິດ​ປະຊາຊົນ​ຈຳນວນ 3.5 ລ້ານ​ຄົນ​

ບົດຄວາມຫຼ້າສຸດ

ສ ເກົາຫຼີ ມອບທຶນຈຳນວນ 6 ລ້ານໂດລາ ເພື່ອຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາ ກຳນົດຈັດຕັ້ງປະຕິບັດ 2025-2029

ລັດຖະບານ ສ ເກົາຫຼີສະໜອງທຶນຊ່ວຍເຫຼືອລ້າໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວ ເມືອງຄຳເກີດ ພິທີເຊັນບົດບັນທຶກການຮ່ວມມືໂຄງການຂະຫຍາຍ ແລະ ປັບປຸງລະບົບນໍ້າປະປາຫຼັກຊາວເມືອງຄຳເກີດ ແຂວງບໍລິຄຳໄຊ ລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ)...

ຍທຂ ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ

ຍທຂ ປະກາດການຈັດຕັ້ງ ພະນັກງານການນຳຂັ້ນສູງ. ເມື່ອບໍ່ດົນມານີ້, ກະຊວງໂຍທາທິການ ແລະ ຂົນສົ່ງ (ຍທຂ) ປະກາດແຕ່ງຕັ້ງທ່ານ ເດດສົງຄາມ ທຳມະວົງ ເປັນຮອງລັດຖະມົນຕີກະຊວງ ຍທຂ ແລະ ຍົກຍ້າຍ...

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ

ໂຮມຊຸມນຸມ ສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ພິທີໂຮມຊຸມນຸມ ສະເຫລີມສະຫລອງວັນສື່ມວນຊົນ ແລະ ການພິມຈຳໜ່າຍ ຄົບຮອບ 75 ປີ ໄດ້ຈັດຂຶ້ນໃນວັນທີ...

ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ

ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກແລະ ປກສ ແຂວງຈຳປາສັກສຶກສາອົບຮົມກຸ່ມຍັກຍອກຢາງພາລາຂອງສາມບໍລິສັດ ວັນທີ 8 ສິງຫາ 2025 ນີ້, ກອງບັນຊາການ ປກສ ເມືອງບາຈຽງຈະເລີນສຸກ ແລະ ປກສ...