Homeຂ່າວທ້ອງຖິ່ນ ເຈົ້າແຂວງບໍ່ແກ້ວ ບໍ່ອະນຸຍາດຂະຫຍາຍເນື້ອທີ່ປູກກ້ວຍ ຫລັງກະທົບສິ່ງແວດລ້ອມໜັກ!

ເຈົ້າແຂວງບໍ່ແກ້ວ ບໍ່ອະນຸຍາດຂະຫຍາຍເນື້ອທີ່ປູກກ້ວຍ ຫລັງກະທົບສິ່ງແວດລ້ອມໜັກ!

Published on

F-Banana2

ຂປລ.​ ເນື່ອງ​ຈາກ​ສະພາບ​ ການ​ລົງທຶນປູກ​ກ້ວຍ ຂອງ​ນັກ​ລົງທຶນ​ຕ່າງປະ​ເທດ ຢູ່​ແຂວງ​ບໍ່​ແກ້ວ​ ໃນ​ໄລຍະ​ທີ່​ຜ່ານ​ມາ ​ໄດ້​ມີ​ບັນຫາ​ບາງ​ຢ່າງ ​ໂດຍ​ສະ​ເພາະ​ ການ​ນຳ​ໃຊ້​ປຸຍ​ເຄມີ ລວມທັງ​ຢາຂ້າ​ຫຍ້າ ​ແລະ ຢາ​ຂ້າ​ສັດຕູ​ພືດ ທີ່​ບໍ່​ໄດ້​ຮັບ​ການຕິດຕາມ​ກວດກາ ​ແລະ ​ຄຸ້ມຄອງ​ຈາກ​ພາກ​ລັດ ​ເຮັດ​ໃຫ້​ສົ່ງ​ຜົນ ​ກະ​ທົບຕໍ່ສິ່ງ​ແວດ​ລ້ອມ. ທາງ​ເຈົ້າ​ແຂວງຈຶ່ງ​ໄດ້​ມີຄຳ​ສັ່ງ​ຢຸດ​ເຊົາ ​ທຸລະ​ກິດການ​ປູກກ້ວຍ ​ໂດຍບໍ່ອະນຸຍາດ​ ໃຫ້​ມີ​ການ​ຂະຫຍາຍ​ເນື້ອ​ທີ່​ ປູກ​ກ້ວຍ​ຕື່ມ​ອີກ ​ໃນ​ທົ່ວ​ແຂວງ​ບໍ່​ແກ້ວ, ​ພຽງ​ໃຫ້​ສືບຕໍ່ດຳ​ເນີນ​ ໂຄງການທີ່​ປູກ​ແລ້ວ​ ໃນ​ເນື້ອ​ທີ່​ 10 ພັນ​ກວ່າເຮັກຕາ​ ໃນ​ປັດຈຸ​ບັນ  ​ແລະ ໃຫ້​ເຈົ້າໜ້າທີ່​ດຳ​ເນີນ​ ການ​ກວດກາ​ຢ່າງ​ເຂັ້ມ​ງວດ.

ທ່ານ ດຣ. ຄຳ​ພັນ ​ເຜີຍ​ຍະ​ວົງ ​ເຈົ້າ​ແຂວງ​ບໍ່​ແກ້ວ ​ເປີດ​ເຜີຍ​ຕໍ່ສື່​ມວນ​ຊົນວ່າ: ສາ​ເຫດ​ທີ່​​ເຮັດ​ໃຫ້​ມີ​ຜົນ​ກະທົບ​ ຕໍ່ສິ່ງ​ແວດ​ລ້ອມ ​ແລະ ປະຊາຊົນ​ອ້ອມ​ຂ້າງ ຈາກ​ໂຄງການ​ປູກ​ກ້ວຍ​ ໃນ​ໄລຍະ​ຜ່ານ​ມາ​ນັ້ນ, ສ່ວນໜຶ່ງ​ແມ່ນ​ມາ​ຈາກ​ການ​ຄຸ້ມ​ຄອງ ຕິດຕາມ​ກວດກາ​ ຂອງ​ເຈົ້າໜ້າທີ່​ກ່ຽວຂ້ອງ​ພາກ​ລັດ​ ບໍ່​ໄດ້ດີ​ເທົ່າ​ທີ່​ຄວນ, ​ເຮັດ​ໃຫ້​ມີ​ການ​ນຳ​ເຂົ້າ​ປຸຍ​ເຄມີ, ຢາຂ້າ​ຫຍ້າ ​ແລະ ຢາ​ຂ້າສັດຕູ​ພືດ ທີ່​ເປັນ​ອັນຕະລາຍ​ຮ້າຍ​ແຮງ ​ແລະ ສິ່ງ​ສຳຄັນ​ແມ່ນ​ເຄມີ​ ທີ່​ທົ່ວໂລກ​ບໍ່​ໄດ້​ນຳ​ໃຊ້​ແລ້ວ, ​ແຕ່​ນັກ​ລົງທຶນ ຍັງ​ມີ​ການລັກລອບ​ນຳ​ເຂົ້າມາ​​ໃຊ້​ຢູ່. ສະ​ນັ້ນ​ ທາງ​ ອຳນາດ​ການ​ປົກຄອງ​ແຂວງ ​ໄດ້​ແຕ່ງ​ຕັ້ງ​ຄະນະ​ກຳມະການ ລົງ​ຕິດຕາມ​ແກ້​ໄຂ​ບັນຫາ​ນີ້ ​ເປັນ​ຕົ້ນ ​ແມ່ນ​ການ​ກວດກາ ​ການ​ນຳ​ເຂົ້າສານ​ເຄມີ ​ໃຫ້​ຖືກຕ້ອງ​ຕາມ​ຫລັກ​ວິຊາ​ການ, ບໍ່​ເປັນ​ອັນຕະລາຍ​ຕໍ່ປະຊາຊົນ ​ແລະ ສິ່ງ​ແວດ​ລ້ອມ, ພ້ອມ​ທັງ​ໃຫ້​ຢຸດຕິ​ ການ​ຂະຫຍາຍ​​ເນື້ອ​ທີ່​ປູກ​ກ້ວຍ ​ແລະ ອະນຸຍາດ​ໃຫ້​ມີ ​ການບົວລະບັດ​ຮັກສາ​ ຕົ້ນ​ກ້ວຍ​ທີ່​ປູກ​ແລ້ວ ຈົນ​ກວ່າ​ໄດ້​ຮັບໝາກຜົນ ​ໃນ​ໄລ​ຍະ​ເວລາ​ສຳ​ປະທານ.

ທ່ານ ​ເຈົ້າ​ແຂວງ​ບໍ່​ແກ້ວ ​ໃຫ້​ຮູ້​ຕື່ມ​ວ່າ: ​ການ​ອະນຸຍາດ​ໃຫ້​ນັກ​ລົງທຶນ​ປູກ​ກ້ວຍ​ຜ່ານ​ມາ​ນັ້ນ ​ໄດ້​ປະກອບສ່ວນ​ສ້າງ​ລາຍ​ຮັບ​ ໃຫ້​ປະ​ຊາຊົນ​ຈຳນວນໜຶ່ງ​ ເຊັ່ນ: ລາຍ​ຮັບ​ຈາກການ​ ໃຫ້​ສຳ​ປະທານ​ທີ່​ດິນ, ການ​ມີ​ວຽກ​ເຮັດ​ງານ​ທຳ​ຂອງ​ຊຸມ​ຊົນ ​ແລະ ອື່ນໆ, ​ແຕ່​ສັງ​ເກດ​ເຫັນ​ວ່າ ​ເປັນ​ລາຍ​ຮັບ​ທີ່​ບໍ່ຍາວ​ນານ, ການ​ນຳ​ໃຊ້​ແຮງ​ງານ​ ມີ​ຄວາມ​ສ່ຽງສູງຕໍ່ສຸຂະພາບ ຈາກ​ສານ​ເຄມີ​​ອັນຕະລາຍ, ພ້ອມ​ນັ້ນ​ ຍັງ​ຈະ​ເຮັດ​ໃຫ້​ດິນ​ມີ​ສະພາບ​ເຊື່ອ​ມ​ໂຊມ​ອີກ​ດ້ວຍ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...

ແຂວງອັດຕະປື ຮັບຮອງຜົນປະເມີນມາດຕະຖານພົ້ນທຸກ ປີ 2025 ພ້ອມວາງເປົ້າໝາຍສູ້ຊົນຮອດປີ 2030.

ແຂວງອັດຕະປື ໄດ້ຮັບຮອງຜົນການປະເມີນມາດຕະຖານພົ້ນທຸກ ແລະ ມາດຕະຖານພັດທະນາ ທ້າຍສະໄໝປີ 2025 ທົ່ວແຂວງ ພົບວ່າ: ມີຄອບຄົວພົ້ນທຸກ 30,838 ຄອບຄົວ (ກວມ 88.32%). ບ້ານພົ້ນທຸກ...

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...