spot_img
Homeປ່ອງຢ້ຽມດວງດາວເຄີຍມີນ້ຳຖ້ວມເທິງດາວອັງຄານ ພ້ອມພົບຮ່ອງຮອຍສິ່ງມີຊີວິດ?

ເຄີຍມີນ້ຳຖ້ວມເທິງດາວອັງຄານ ພ້ອມພົບຮ່ອງຮອຍສິ່ງມີຊີວິດ?

Published on

a1_7

ນັກ​ວິທະຍາ​ສາດ​ເຜີຍ ດາວ​ອັງ​ຄານ​ເຄີຍ​ເກີດ​ເຫດ​ນ້ຳ​ຖ້ວມ​ເທື່ອ​ໃຫຍ່ ໂດຍ​ວິ​ເຄາະ​ຈາກ​ຫລັກ​ຖານ​ຕ່າງໆ ຂອງ​ນາ​ຊ່າ ນ້ຳ​ໜ້າ​ຈະ​ຍັງ​ຂັງ​ຢູ່​ໃຕ້​ດິນ ແລະ ​ອາດ​ພົບ​ຮ່ອງ​ຮອຍ​ສິ່ງ​ມີ​ຊີວິດ​ໃນ​ອະ​ດີດ​ກໍ​ເປັນ​ໄດ້ 
ເມື່ອ​ວັນທີ່ 30 ກັນຍາ ເວັບ​ໄຊຕ໌​ມິ​ເລີລ໌ ເປີດ​ເຜີຍ​ວ່າ ຫລັງ​ຈາກ​ອົງ​ການ​ນາ​ຊ່າ​ໄດ້​ເຜີຍແຜ່​ຮູບ​ພາບ​ ແລະ ​ຂໍ້​ມູນ​ກ່ຽວກັບ​ການ​ຄົ້ນ​ພົບ​ນ້ຳ​ເທິງ​ດາວ​ອັງ​ຄານ ກໍ​ໄດ້​ມີ​ກຸ່ມ​ນັກ​ວິທະຍາ​ສາດ​ຈາ​ກສະ​ຖາ​ບັນ​ວິທະຍາ​ສາດ​ດາວ​ເຄາະ  ແລະ ​ມະຫາ​ວິທະຍາ​ໄລ​ອິດສະຫຼະ​ແຫ່ງ​ບາ​ເຊ​ໂລ​ນ່າ ອອກ​ມາ​ລະ​ບຸ​ວ່າ ເຄີຍ​ມີ​ນ້ຳ​ຖ້ວມ​ເທື່ອ​ໃຫຍ່​ເທິງ​ດາວ​ອັງ​ຄານ​ເມື່ອ 3 ພັນ​ລ້ານ​ປີ​ກ່ອນ
ນັກ​ວິທະຍາ​ສາດ​ກຸ່ມ​ດັ່ງ​ກ່າວ​ໄດ້​ຕີ​ພິມ​ບົດ​ຄວາມ​ງານ​ວິ​ໄຈ​ກ່ຽວກັບ​ກໍລະນີ​ນີ້ ເຊີ່ງ​ຂໍ້​ມູນ​ສ່ວນ​ໃຫຍ່​ເນັ້ນ​ໄປ​ທີ່​ການ​ຊີ້​ໃຫ້​ເຫັນ​ເຖິງ​ສາ​ເຫດ​ຂອງ​ນ້ຳ​ຖ້ວມ​ເທື່ອ​ໃຫ່ຍ​ຂອງ​ດາວ​ອັງ​ຄານ
ພວກເຂົາ​ສະເໜີ​ແນວ​ຄິດ​ທີ່​ວ່າ ອາດ​ເກີດ​ເຫດການ​ທີ່​ນ້ຳ​ກ້ອນ ແລະ ​ຄາບ​ຕ່າງໆ ເຊີ່ງ​ສະ​ສົມ​ຢູ່​ລະຫວ່າງ​ພູເຂົາ​ລະ​ລາຍ​ກາຍ​ເປັນ​ຂອງ​ແຫລວ ໂດຍ​ມີ​ລາ​ວາ​ໃຕ້​​ດິນ​ທີ່​ຮ້ອນ​​ເປັນ​ໂຕ​ການ​ ແລະ​ ເຮັດໃຫ້​ເກີດ​ນ້ຳ​ຖ້ວມ​ດວງ​ດາວ​ໃນ​ທີ່ສຸດ ເຊີ່ງ​ການ​ເກີດ​ນ້ຳ​ຖ້ວມ​ເທື່ອ​ນີ້​ອາດ​​ທຳຮ້າຍ​ຮ່ອງ​ຮອຍ​ຂອງ​ສິ່ງ​ທີ່​ເຄີຍ​ມີ​ຊີວິດ​ຢູ່​ເທິງ​ດາວ​ໄປ​ກໍ​ໄດ້ ຄາດ​ວ່າ ປະລິມານ​ຂອງ​ນ້ຳ​ທີ່​ຖ້ວມ​ດວງ​ດາວ​ນັ້ນ​ໜ້າ​ຈະ​ຫລາຍ​ພໍ​ທີ່​ຈະ​ຈະ​ໝົດທະ​ວີບ​ຍຸ​ໂຣບ​ຂອງ​ໂລກ​ໄດ້​ເລີຍ

ນອກ​ຈາກ​ນີ້​​ພວກເຂົາ​ຍັງ​ລະ​ບຸ​ວ່າ ເຖິງແມ່ນວ່າ​ເຫດການ​ນ້ຳ​ຖ້ວມ​ດາວ​ອັງ​ຄານ​ຈະ​ຜ່ານມາ​ຫລາຍ​ພັນ​ລ້ານ​ປີ​ແລ້ວ​ກໍ​ຕາມ ແຕ່​ໜ້າ​ຈະ​ຍັງມີ​ຮ່ອງ​ຮອຍ​ຂອງ​ແຫລ່ງ​ນ້ຳ​ຂະໜາດ​ໃຫຍ່​ຢູ່​​ພື້ນ​ຜິວ​ດາວ ເຊັ່ນ​ດຽວ​ກັບ​ຄວາມ​ເປັນ​ໄປ​ໄດ້​ວ່າ​ອາດ​ພົບ​ຮ່ອງ​ຮອຍ​ຂອງ​ສິ່ງ​ທີ່​ເຄີຍ​ມີ​ຊີວິດ​ຢູ່​ດ້ວຍ​ເຊັ່ນ​ກັນ ໂດຍ​ຂອງ​ສະພາບ​ແວດ​ລ້ອມ​ໃນ​ເວລາ​ນັ້ນ ກໍ​ອາດ​ຊ່ວຍ​ປິ່ນປົວ​ຮ່ອງ​ຮອຍ​ຂອງ​ສິ່ງ​ມີ​ຊີວິດ​ທີ່​ຢູ່​ເທິງ​ດາວ​ເອົາ​ໄວ້ ເຊັ່ນ​ດຽວ​ກັບ​ເທິງ​ໂລກ ທີ່​ຮ່ອງ​ຮອຍ​ຂອງ​ສິ່ງ​ມີ​ຊີວິດ​ເມື່ອ​​ຈົມ​ຢູ່​ໃຕ້​ດິນ​ ແລະ ​ຄ່ອຍ​ຖືກ​ຄົ້ນ​ພົບ​ໃນ​ປະຈຸບັນ
ນັກ​ວິທະຍາ​ສາດ​ຫວັງ​ເປັນ​ຢ່າງ​ຍິ່ງ​ວ່າ ຫາກ​ມີ​ການ​ຄົ້ນ​ພົບ​ແຫລ່ງ​ນ້ຳ​ຂະໜາດ​ໃຫຍ່​ເທິງ​ດາວ​ອັງ​ຄານ​ຢ່າງ​ທີ່​ພວກເຂົາ​ຄາດ​ການ​ໄວ້​ແທ້ໆ ຈະ​ເປັນ​ປະໂຫຍດ​ຕໍ່​ການ​ວິ​ໄຈ​ກ່ຽວກັບ​ສິ່ງ​ມີ​ຊີວິດ​ເທິງ​ດາວ​ອັງ​ຄານ ແລະ​ ເປັນ​ປະໂຫຍດ​ຕໍ່​ກິດຈະກຳ​ຕ່າງໆ ຂອງ​ມະນຸດ​ທີ່​ອາດ​ເກີດ​ຂຶ້ນ​ເທິງ​ດາວ​ອັງ​ຄານ​ໃນ​ອະນາຄົດ

a2_7

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...