Homeຂ່າວພາຍ​ໃນສະຫວັນນະເຂດມອບກະດູກໄດໂນເສົາ ອາຍຸ 115 ລ້ານປີ ໃຫ້ກະຊວງວິທະຍາສາດຯ

ສະຫວັນນະເຂດມອບກະດູກໄດໂນເສົາ ອາຍຸ 115 ລ້ານປີ ໃຫ້ກະຊວງວິທະຍາສາດຯ

Published on

ໄດໂນເສົາ
ວັນທີ 29 ກັນຍາ ນີ້ທ່ານ ດຣ ແສງທອງ ວັງແກ້ວມະນີ ຫົວໜ້າພະແນກວິທະຍາສາດ ແລະເຕັກໂນໂລຊີແຂວງສະຫວັນນະເຂດ ໄດ້ຕ່າງໜ້າໃຫ້ພະນັກງານ, ວິຊາການໃນພະແນກຂຶ້ນມອບໂຄງກະດູກໄດໂນເສົາ (ກອບປີ)ສາຍພັນ ສະປາຍໂນຊໍ ໃຫ້ກັບທ່ານ ສັນຍາ ປະເສີດ ຫົວໜ້າຫ້ອງການກະຊວງວິທະຍາສາດ ແລະເຕັກໂນໂລຊີ ໂດຍຊ້ອງໜ້າພະນັກງານທັງສອງຝ່າຍທີ່ເຂົ້າຮ່ວມ ເພື່ອນຳໄປວາງສະແດງ ແລະນຳໃຊ້ເຂົ້າໃນວຽກງານທີ່ຈຳເປັນຕໍ່ໄປ.
ອີງຕາມໜັງສືມອບ-ຮັບໂຄງກະດູກໄດໂນເສົາ (ກອບປີ) ທີ່ນຳມາມອບໃນຄັ້ງນີ້ປະກອບມີ: ກະດູກຫາງ 6 ອັນ, ກະດູກຄ້ຳຫາງ 2 ອັນ, ຄີນ້ອຍ 8 ອັນ, ກະດູກຄ້ຳຄີນ້ອຍ 6 ອັນ, ຄີໃຫຍ່ 7 ອັນ, ກະໂພກ 2 ອັນ, ຄ້ຳກະໂພກ 2 ອັນ, ຂາ 2 ອັນ, ແຄ່ງ 1 ອັນ, ຄໍ 4 ອັນ ແລະກະດູກຂ້າງ 9 ອັນ; ໄດໂນເສົາສາຍພັນ ສະປາຍໂນຊໍ ນີ້ແມ່ນໄດ້ຖືກຄົ້ນພົບທີ່ບ້ານກະລືມ ເມືອງຊົນນະບູລີ ເປັນສັດກິນປາຄາດວ່າມີອາຍຸໄດ້ 115 ລ້ານປີ.
ສະເພາະຢູ່ທີ່ຫໍພິພິທະພັນມີໂຄງກະດູກໄດໂນເສົາທັງໝົດ 6 ສາຍພັນທີ່ໄດ້ຖືກຄົ້ນພົບໃນ 6 ເມືອງຄື: ອາດສະພອນ, ຊົນນະບູລີ, ເຊໂປນ, ໄກສອນພົມວິຫານ, ໄຊບູລີ ແລະໄຊພູທອງ.

ຂ່າວ-ພາບ: ພຸດທະສິນ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...