Homeຂ່າວພາຍ​ໃນປີນີ້ສະພາບອາກາດບໍ່ອຳນວຍ ສາເຫດການປັກດຳເຂົ້ານາປີ ຫລຸດແຜນການ!

ປີນີ້ສະພາບອາກາດບໍ່ອຳນວຍ ສາເຫດການປັກດຳເຂົ້ານາປີ ຫລຸດແຜນການ!

Published on

10

ຂປລ. ຕາມການລາຍງານຂອງ ກະຊວງກະສິກຳ ແລະ ປ່າໄມ້ ໃຫ້ຮູ້ວ່າ: ມາຮອດປັດຈຸບັນກະສິກອນ ທົ່ວປະເທດໄດ້ສຳເລັດ ການປັກດຳເຂົ້ານາປີ ຂອງຕົນແລ້ວ ໃນເນື້ອທີ່ 770.000 ເຮັກຕາ, ເທົ່າກັບ 98 % ຂອງ​ເນື້ອ​ທີ່ແຜນການ​ທີ່ວາງໄວ້ 787.000 ​ເຮັກຕາ, ໃນນີ້ຢູ່ພາກເໜືອ ປະຕິບັດໄດ້ 98%, ພາກກາງ 97%  ແລະ ພາກໃຕ້ ປະຕິບັດໄດ້ 99% ​ແຕ່ທຽບໃສ່ປີຜ່ານມາຫລຸດລົງ, ຍ້ອນສະພາບອາກາດບາງເຂດ ບໍ່ເອື້ອຍອຳນວຍ, ຝົນມາຊ້າ ຈຶ່ງ​ເຮັດ​ໃຫ້ການ​ປັກ​ດຳ ບໍ່ທ່ວງທັນ​ກັບ​ລະດູ​ການ.

ສະນັ້ນ, ​ເພື່ອ​ເຮັດ​ໃຫ້​ເຂົ້ານາປີ​ຂອງ​ກະສິກອນ​ ໄດ້​ຮັບ​ຜົນ​ຜະລິດຕາມ​ຄາດໝາຍ ປັດຈຸບັນຂະແໜງ ກະສິກຳໄດ້ສົ່ງພະນັກງານ ວິຊາການຂອງຕົນ ລົງແນະນຳ ແຕ່ລະທ້ອງຖິ່ນ, ໃຫ້ເອົາໃຈໃສ່ບົວລະບັດໃສ່ຝຸ່ນ, ເສຍຫຍ້າຮັກສານ້ຳໃຫ້ພຽງພໍ, ເພື່ອສາມາດຍົກສູງ ສະມັດຕະພາບການຜະລິດໃຫ້ດີຂຶ້ນ, ພ້ອມທັງແນະນຳ​ໃຫ້​ ກະສິກອນເອົາໃຈໃສ່ ປູກພຶດຕ່າງໆ ​ເພື່ອ​ທົດ​ແທນ​ເນື້ອ​ທີ່​ນາປີ​ທີ່​ເສຍ​ຫາຍ ​ເຊິ່ງປັດຈຸບັນ ທົ່ວປະເທດສາມາດປູກພືດ​ຜັກ​ຕ່າງໆ ໄດ້ຫລາຍກ່ວາ  65% ຂອງແຜນການ ແລະ ສືບຕໍ່ຊູກຍູ້ກະສິກອນ ເອົາໃຈໃສ່ຕ້ານຜົນກະທົບ ຈາກໄພທຳມະຊາດ ທີ່ອາດຈະເກີດຂຶ້ນ ໂດຍສະເພາະແມ່ນ ການຕ້ານແລ້ງ, ຕ້ານຖ້ວມ ທີ່ປະເທດເຮົາເຄີຍປະສົບ ມາແລ້ວໃຫ້ມີປະສິດທິຜົນ.

ໃນ​ລະດູ​ການ​ຜະລິດປີຜ່ານມາ ກະສິກອນ​ສາມາດ​ປັກ​ດຳ​ເຂົ້ານາປີ​ໄດ້​ໃນ​ເນື້ອ​ທີ່​ 772.600 ​ເຮັກຕາ, ຜົນຜະລິດບັນລຸໄດ້ປະມານ 3,2 ລ້ານໂຕນ, ໃນນີ້ພາກເໜືອປະຕິບັດໄດ້ 476 ພັນກວ່າໂຕນ, ພາກກາງປະຕິບັດໄດ້ຫລາຍກວ່າ 1,84 ລ້ານໂຕນ, ພາກໃຕ້ປະຕິບັດໄດ້ 958 ພັນໂຕນ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...