Homeຂ່າວທ້ອງຖິ່ນເມືອງຫົງສາ ຈັດງານປະກວດເຂົ້າໜົມຫວານພື້ນເມືອງ ຄັ້ງທຳອິດ!

ເມືອງຫົງສາ ຈັດງານປະກວດເຂົ້າໜົມຫວານພື້ນເມືອງ ຄັ້ງທຳອິດ!

Published on

Untitled-1 .30.09.15.1

ຂປລ. ເມືອງ ​ຫົງ​ສາ ​ແຂວງ​ໄຊ​ຍະ​ບູລີ ໄດ້ຈັດງານ​ປະ​ກວດ​ເຂົ້າໜົມ​ຫວານ​ພື້ນ​ເມືອງ ​ເປັນ​ຄັ້ງ​ທໍາ​ອິດ ໃນວັນທີ23 ກັນຍາ 2015 ທີ່ເດີ່ນກິລາຂອງເມືອງ ​ເນື່ອງ​ໃນ​​ໂອກາດ​ປະກາດ ​ເມືອງຫົງ​ສາ ​ເປັນ​ເມືອງ​ຢຸດຕິ​ການ​ຖາງ​ປ່າ​ເຮັດ​ໄຮ່​ເລື່ອນລອຍ ​ແລະ ຮັບຮອງ​​ເອົາ 7 ບ້ານ​​ເປັນ​ບ້ານ​ພັດທະນາ​ຂອງ​ເມືອງ. ​ໂດຍ​ການ​ ​ເຂົ້າ​ຮ່ວມ​ຂອງ​ທ່ານ ຍັນ​ຍົງ ສີ​ປະ​ເສີດ ຮອງ​ເຈົ້າ​ແຂວງ​ໄຊ​ຍະ​ບູລີ, ​ມີເຈົ້າ​ເມືອງ-ຮອງ​ເຈົ້າ​ເມືອງ​, ພ້ອມ​ດ້ວຍປະຊາຊົນ​ ​ແລະ ນັກຮຽນ​ເຂົ້າ​ຮ່ວມງານ​ຄັ້ງ​ນີ້ ມີ​ຕົວ​ແທນຈາກ 10 ບ້ານ​ພາຍ​ໃນ​​ເທສະ​ບານ​ເມືອງ ສົ່ງ​ເຂົ້າໜົມ​ເຂົ້າ​ຮ່ວມ​ແຂ່ງຂັນ​ລວມມີ 10 ລາຍການ ​ເຊິ່ງ​ເປັນ​​ເຂົ້າໜົມ​ທີ່​ເກີດ​ຈາກ​ຫົວ​ຄິດ​ປະດິດ​ສ້າງ​ຂອງ​ປະຊາຊົນ​ບັນດາ​ ເຜົ່າ ​ໂດຍ​ການ​ນໍາ​ເອົາ​ວັດຖຸ​ດິບ​ຈາກ​ທ້ອງ​ຖິ່ນ​ ​ເປັນ​ຕົ້ນ​ແມ່ນ​ເຂົ້າ, ໝາກພ້າວ, ມັນ​ຕົ້ນ, ສາລີ, ​ເຜືອກ ​ແລະ ອື່ນໆ ປະສົມ​ປຸງ​ແຕ່ງ​ເປັນ​​ເຂົ້າໜົມ ​ຫວານ​ທີ່​ມີ​ສີສັນ​ສວຍ​ງາມ, ມີ​ກິ່ນ​ຫອມ ​ແລະ ມີ​ລົດ​ຊາດ​ແຊບ. ຜ່ານ​ການ​​ປະກວດ​, ​ຄະນະ​ກຳມະການ​​​ໄດ້ເປັນເອກະ ພາບ​ ​​​ໃຫ້ບ້ານ ​ ເມືອງ​ຫານ ທີ່​ເຮັດ​​ເຂົ້າໜົມຊັ້ນຫລາຍສີສັນຫອມ​ຫວານ ໄດ້ອັນ​ດັບໜຶ່​ ​, ອັນ​ດັບ 2 ບ້ານ​ນາ​ສ້າ​ນ ​ເຮັດ​ເຂົ້າຕົ້ມ​ຕັດ​ໃສ່​ໝາກພ້າ​ວຫອມ​ຫວານ ​​ແລະ ອັນ​ດັບ 3 ບ້ານ ຈຳປາ​ເຮັດ​ເຂົ້າຕົ້ມກະທິ​ພື້ນ​ບ້ານຫອມ​ຫວານ. ທັງ ​ນີ້ ​ເພື່ອ​ເປັນ​ການ​ອະນຸລັກ ປົກ​ປັກ​ຮັກສາ​ຮີດຄອງ​ປະ​ເພນີ​ອັນ​ດີງາມ​ຂອງ​ຊາດ, ​ຂອງ​ເຜົ່າ ​ໂດຍ​ສະ​ເພາະ​ແມ່ນ​ມູນ​ເຊື້ອ ​ຄວາມ​ດຸ​ໝັ່ນ​ຂະຫຍັນ​ພຽນ​​ໃນ​ການ​ປຸງ​ແຕ່ງອາຫານ, ການ​ປຸງ​ແຕ່ງ​ເຂົ້າໜົມ​ພື້ນ​ບ້ານ ທີ່​ເປັນ​ເອກະລັກ​ໃຫ້​ຢູ່​ຄຽງ​ຄູ່​ກັບ​ຊາວ​ເມືອງ​ຫົງ​ສາ​ຕະຫລອດ​ໄປ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...