spot_img
Homeຂ່າວຕ່າງປະເທດນາຍົກສິງກະໂປ ຈັດຕັ້ງລັດຖະບານຊຸດໃໝ່ ຫລັງຊະນະການເລືອກຕັ້ງ

ນາຍົກສິງກະໂປ ຈັດຕັ້ງລັດຖະບານຊຸດໃໝ່ ຫລັງຊະນະການເລືອກຕັ້ງ

Published on

649161-01

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 30 ກັນຍານີ້ວ່າ ທ່ານ ລີ ຊຽນລຸງ ນາຍົກລັດຖະມົນຕີສິງກະໂປ ປະກາດຈັດຕັ້ງຄະນະລັດຖະບານຊຸດໃໝ່ ທີ່ທຳນຽບປະທານາທິບໍດີ ຫລັງຈາກທີ່ພັກພີເອພີ ຊຶ່ງເປັນພັກລັດຖະບານຊຸດປັດຈຸບັນ ສາມາດຊະນະການເລືອກຕັ້ງທົ່ວໄປ ໃນມື້ວັນທີ 12 ກັນຍາຜ່ານມາ ດ້ວຍຄະແນນສຽງຫລາຍກ່ວາ 70%.

ທັງນີ້ ທ່ານ ລີ ຊຽນລຸງ ໄດ້ປະກາດແຕ່ງຕັ້ງລັດຖະມົນຕີຜູ້ຊ່ວຍປະສານງານໃໝ່ 3 ຕຳແໜ່ງ ຊຶ່ງຄະນະລັດຖະມົນຕີຊຸດໃໝ່ນີ້ ແມ່ນຈະປະກອບມີລັດຖະມົນຕີຈຳນວນທັງໝົດ 20 ຄົນ ໂດຍຈະເລີ່ມເຂົ້າປະຕິບັດໜ້າທີ່ຢ່າງເປັນທາງການໃນວັນພະຫັດທີ 1 ຕຸລານີ້.

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...