spot_img
Homeຂ່າວຕ່າງປະເທດປູຕິນ ຊັດວາທະ ໂອບາມາ ລະບຸກຸ່ມໄອເອັສລະບາດ ຍ້ອນສະຫະລັດແຊກແຊງອີຣັກ - ລີບີ!

ປູຕິນ ຊັດວາທະ ໂອບາມາ ລະບຸກຸ່ມໄອເອັສລະບາດ ຍ້ອນສະຫະລັດແຊກແຊງອີຣັກ – ລີບີ!

Published on

Secretary-General meeting President of Russia

ສຳນັກຂ່າວຕ່າງປະເທດ ລາຍງານໃນວັນທີ 29 ກັນຍາຜ່ານມານີ້ວ່າ ໃນມື້ວັນຈັນຜ່ານມານີ້ (28 ກັນຍາ) ປະທານາທິບໍດີ ວະລາດິເມຍ ປູຕິນ ແຫ່ງສະຫະພັນຣັດເຊຍ ໄດ້ຂຶ້ນກ່າວປາໄສໃນກອງປະຊຸມໃຫຍ່ອົງການສະຫະປະຊາຊາດ ໂດຍຮຽກຮ້ອງໃຫ້ທຸກຊາດສະມາຊິກ ຮ່ວມກັນຕໍ່ສູ້ຕ້ານກຸ່ມລັດອິດສະລາມ ຫລື ໄອເອັສ ໂດຍລະບຸວ່າ ການທີ່ປະເທດຕ່າງໆບໍ່ໃຫ້ການຮ່ວມມືກັບ ປະທານາທິບໍດີ ອັດຊາດ ແຫ່ງຊີຣີ ທີ່ກຳລັງປະເຊີນໜ້າກັບກຸ່ມກໍ່ການຮ້າຍພາຍໃນປະເທດຂອງຕົນນັ້ນ ແມ່ນເປັນເລື່ອງຜິດພາດຢ່າງໜັກໜ່ວງ.  ທ່ານ ປູຕິນ ໄດ້ຮຽກຮ້ອງໃຫ້ລວມເອົາ ປະທານາທິບໍດີ ອັດຊາດ ແຫ່ງຊີຣີ ແລະ ອີຣ່ານເຂົ້າຮ່ວມວົງໃນການແກ້ໄຂບັນຫາ ຊຶ່ງຂັດກັບທ່າທີຂອງປະທານາທິບໍດີ ບາຣັກ ໂອບາມາ ຊຶ່ງຕໍ່ມາໄດ້ຍອມອ່ອນຂໍ້ຮ່ວມມືກັບອີຣ່ານໃນການຕໍ່ສູ້ກັບກຸ່ມໄອເອັສແລ້ວ ແຕ່ວ່າໂອບາມາ ຍັງບໍ່ຍອມຮັບການຢູ່ໃນອຳນາດຂອງປະທານາທິບໍດີ ອັດຊາດ ເທື່ອ.

ທ່ານ ປູຕິນ ໄດ້ກ່າວຕື່ມອີກວ່າ ເຫດການຮຸນແຮງທີ່ກຳລັງລຸກລາມຢູ່ໃນຕາເວັນອອກກາງ ແມ່ນເກີດຈາກການທີ່ກອງທັບສະຫະລັດອາເມຣິກາ ແຊກແຊງ ແລະ ສະໜັບສະໜູນການໂຄ່ນລົ້ມ ຊັດດຳ ຮຸດແຊນຜູ້ນຳຂອງອີຣັກ ແລະ ມູອຳມາ ກັດດາຟີ ຜູ້ນຳລີບີ.  ທ່ານກ່າວວ່າ ຫລັງຈາກສິ້ນສຸດສົງຄາມເຢັນ ບັນດາປະເທດມະຫາອຳນາດຕາເວັນຕົກ ໄດ້ຕັ້ງຕົນເອງເປັນສູນກາງການຄອບງຳແຫ່ງໃໝ່ຂອງໂລກ ແລະ ໃຊ້ກຳລັງແຊກແຊງສະຖານະການປະເທດຕ່າງໆຢ່າງເປີດແປນ ແລະ ອວດອົ່ງ ຊຶ່ງການກະທຳດັ່ງກ່າວນີ້ ໄດ້ນຳໄປສູ່ລັດທິອະນາທິປະໄຕໃນຕາເວັນອອກກາງ ຊຶ່ງມີກຸ່ມຫົວຮຸນແຮງ ແລະ ກໍ່ການຮ້າຍເກີດຂຶ້ນແຜ່ຫລາຍປານດອກເຫັດ.

ປະທານາທິບໍດີແຫ່ງຣັດເຊຍ ຍັງກ່າວເສີມອີກຕື່ມວ່າ ການບຸກໂຈມຕີກຸ່ມໄອເອັສໂດຍພັນທະມິດຕາເວັນຕົກ ແລະ ອາຫລັບ ຊຶ່ງນຳໜ້າໂດຍສະຫະລັດອາເມຣິການັ້ນ ແມ່ນເຂົ້າຂ່າຍຜິດກົດໝາຍ ເນື່ອງຈາກບໍ່ໄດ້ຖືກຮ້ອງຂໍຈາກລັດຖະບານຊີຣີ ແລະ ບໍ່ມີມະຕິເຫັນດີອະນຸມັດ ຈາກສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ.  ທ່ານ ປູຕິນ ເວົ້າວ່າ ຖ້າຫາກມີຊ່ອງທາງທີ່ຖືກຕ້ອງຕາມກົດໝາຍ ຣັດເຊຍເອງ ກໍອາດຈະເປີດປະຕິບັດການໂຈມຕີທາງອາກາດໃສ່ກຸ່ມໄອເອັສ ເພື່ອຊ່ວຍເຫລືອຊີຣີທັນທີ.

ດ້ານທ່ານ ບາຣັກ ໂອບາມາ ປະທານາທິບໍດີ ແຫ່ງ ສະຫະລັດອາເມຣິກາ ໄດ້ກ່າວປາໄສໃນມື້ດຽວກັນວ່າ ຫາກສົງຄາມຢູ່ຊີຣີຢຸຕິລົງ ອັດຊາດ ຕ້ອງອອກຈາກອຳນາດ ແລະ ບໍ່ຄວນກັບມາສູ່ອຳນາດອີກ ຊຶ່ງສວນທາງກັບທັດສະນະຂອງປະທານາທິບໍດີປູຕິນ ທີ່ໄດ້ຂຶ້ນກ່າວປາໄສຫລັງຈາກນັ້ນໄດ້ເວົ້າວ່າ ມີພຽງແຕ່ຊາວຊີຣີເອງເທົ່ານັ້ນ ທີ່ຈະສາມາດປົດຜູ້ນຳຂອງຕົນເອງໄດ້.

 

ບົດຄວາມຫຼ້າສຸດ

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...