Homeອຸບັດເຫດແລະປາກົດການຫຍໍ້ທໍ້ອາທິດ​ຜ່ານ​ມາ ນະຄອນຫລວງ​ວຽງ​ຈັນ ມີ​ຜູ້​ເສຍ​ຊີວິດ 4 ຄົນ ຈາກ​ອຸບັດເຫດ!

ອາທິດ​ຜ່ານ​ມາ ນະຄອນຫລວງ​ວຽງ​ຈັນ ມີ​ຜູ້​ເສຍ​ຊີວິດ 4 ຄົນ ຈາກ​ອຸບັດເຫດ!

Published on

rescue

ນັບ​ແຕ່​ວັນ​ທີ 21-27 ກັນຍາ​ນີ້, ທົ່ວ​ນະຄອນຫລວງ​ວຽງຈັນ ມີ​ອຸປະຕິ​ເຫດ​ເກີດ​ຂຶ້ນ​ຕາມ​ທ້ອງ​ຖະໜົນ​ຫລາຍ​ກວ່າ 20 ກໍລະ​ນີ ສົ່ງ​ຜົນ​ໃຫ້​ມີ​ຜູ້​​ເສຍ​ຊີວິດ 4 ຄົນ ​ແລະ ​ໄດ້​ຮັບ​ບາດ​ເຈັບ​ອີກ​ຈຳນວນ​ໜຶ່ງ.

ເຈົ້າ​ໜ້າ​ທີ່ຈະລາຈອນ ​ໃຫ້​ຮູ້​ວ່າ: ​ໃນ​ຕອນ​ເຊົ້າ​ມືດ​ຂອງ​ວັນ​ທີ 24 ກັນຍາ​ຜ່ານ​ມາ, ຢູ່​​ເຂດ​ບ້ານ​ນາ​ຊອນ ​ເມືອງ​ປາກງື່ມ ນະຄອນຫລວງ​ວຽງ​ຈັນ ​ໄດ້​ເກີດ​ອຸປະ​ຕິ​​ເຫດ​ລົດ​ໃຫຍ່​ຕຳ​ທ້າຍ​ລົດຈັກ​ຢ່າງ​ແຮງ, ​ເຮັດ​ໃຫ້​ຜູ້​ຊ້ອນ​ທ້າຍ​ຄື: ນາງ ດາວ (ສັນ ຊາດ​ຫວຽດນາມ), ອາຍຸ 22 ປີ ກຳມະກອນ ພັກ​ເຊົາຢູ່​ບ້ານ​ດັ່ງກ່າວ ​ແລະ ລູກນ້ອຍ​ຊື່​ທ້າວ ​ໂຕ​ນີ່ ອາຍຸ 1 ປີ ​ເສຍ​ຊີວິດ​ຄາ​ທີ່, ສ່ວນ​ຜູ້​ຂັບ​ຂີ່​ລົດ​ໃຫຍ່​ກໍາລັງເອົາ​ຕົວ​ຫລົບ​ໜີ ​ແລ​ະ ​​ໃນ​ເວລາ​ດຽວ​ກັນ ໄດ້​​ມີ​ລົດຈັກ​ບໍ່​ມີ​ປ້າຍຂັບ​ຂີ່​​ໂດຍ​ທ້າວ ສີ​ສຸກ ອາຍຸ 42 ປີ ກຳມະກອນ ຢູ່​ບ້ານ​ໂພນ​ໄຊ ​ເມືອງ​ລ້ອງ​ຊານ ​ແຂວງ​ວຽງ​ຈັນ ​ຂັບ​ຂີ່​ມາດ້ວຍ​ຄວາມ​ໄວ ​ເສຍ​ຫລັກ​ຕົກລົງ​ຂ້າງ​ທາງເຂດ​ບ້ານ​ສະພັງ​ຄະ​ນົງ ​ເມືອງ​ໄຊ​ທານີ ​ເສຍ​ຊີວິດ​ຄາ​ທີ່ ​ແລະ ​ໃນ​ຕອນ​ແລງ​ຂອງ​ວັນ​ທີ 27 ກັນຍາ​ນີ້, ຢູ່​ເຂດ​ບ້ານ​ໄຊ​ສົມບູນ ​ເມືອງ​ໄຊ​ທານີ ​ໄດ້​ມີ​ອຸປະຕິ​​ເຫດ​ລົດຈັກຕຳ​ກັນ ເຮັດ​ໃຫ້​ທ້າວ ບຸນ​ສະຫວັດ ອາຍຸ 55 ປີ ຢູ່​ບ້ານ​ໂຊກ​ຄຳ ​​ເມືອງ​ໄຊ​​ເສດ​ຖາ ​ເສຍ​ຊີວິດ​​.

​ເຈົ້າ​ໜ້າ​ທີ່ ຈະລາຈອນ ​ໃຫ້​ຮູ້​​ວ່າ: ອຸປະຕິ​ເຫດ​ສ່ວນ​ຫລາຍ​ແມ່ນ​​ເກີດ​ຈາກ​ເມົາ​ແລ້ວ​ຂັບ​ຂີ່ປະໝາດ, ຖື​ເບົາ​ຕໍ່​ການປະຕິບັດ​ລະບຽບ​ຈະລາຈອນ​.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...

ຮອງນາຍົກລັດຖະມົນຕີ ລມຕ ກປທ ແຫ່ງ ສປປ ລາວ ເດີນທາງຢ້ຽມຢາມ ສສ ຫວຽດນາມ

ສະຫາຍ ພົນເອກ ຄຳລຽງ ອຸທະໄກສອນ ກຳມະການກົມການເມືອງສູນກາງພັກ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນປະເທດ ແຫ່ງ ສປປ ລາວ ພ້ອມດ້ວຍນາຍທະຫານຂັ້ນສູງກອງທັບປະຊາຊົນລາວ ເດີນທາງຢ້ຽມຢາມທາງການ ສາທາລະນະລັດ ສັງຄົມນິຍົມ...

ກະຊວງສາທາ ສະເໜີ ຮ່າງກົດໝາຍ ວ່າດ້ວຍການຄວບຄຸມເຄື່ອງດື່ມທີ່ມີທາດເຫຼົ້າ

​ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ວັນທີ 14 ຕຸລາ 2026, ທ່ານນາງ ໃບຄຳ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ...