HomeມູມໄອທີລາວGoogle ຂະຫຍາຍຂະໜາດແອັບເທິງ Play Store ຈາກ 50MB ເປັນ 100MB

Google ຂະຫຍາຍຂະໜາດແອັບເທິງ Play Store ຈາກ 50MB ເປັນ 100MB

Published on

google-play-store-material-700x360

ກ່ອນ​ໜ້າ​ນີ້​ເມື່ອ​ຕົ້ນ​​ປີ 2015 Apple ປັບ​ນະໂຍບາຍ​ໃໝ່ ຂະຫຍາຍ​ຂະໜາດ​ແອບ iOS ຈາກ 2GB ເປັນ 4GB ສົ່ງ​ຜົນ​ໃຫ້​ພື້ນ​ທີ່​ຄວາມ​ຈຸ​ຂອງ iPhone ມີ​ຂະໜາດ​ພື້ນ​ທີ່​ໃຊ້​ສອຍ​ຫຼຸດລົງ ຫຼ້າ​ສຸດ Google ຂະຫຍາຍ​ຂະໜາດ​ແອັບ ເທິງ Play Store ຈາກ 50MB ເປັນ 100MB ແລ້ວ ກ່ອນ​ໜ້າ​ນີ້ Google ເຄີຍ​ຂະຫຍາຍ​ແອັບ​ໃຫຍ່​ຂຶ້ນ 50 MB ເມື່ອ​ປີ 2012

google-play-store

ການ​ຈຳ​ກັດ​ຂະໜາດ​ແອັບ​ມີ​ໄວ້​ໃຫ້​ນັກ​ພັດທະນາ​ຂຽນ​ໂຄດ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ ໂດຍ​ທີ່​ຕ້ອງ​ຄິດຄຳ​ນຶງ​ເຖິງ​ຄວາມ​ໄວ​ໃນ​ການ​ດາວໂຫຼດ ແລະ ​ເປີດ​ໃຊ້​ແອັບ​ໄດ້​ໂດຍ​ໃຊ້​ເວລາ​ບໍ່ດົນ ແຕ່​ດ້ວຍ​ຄວາມ​ທີ່ API ຊຸດ​ໃໝ່​ໆມາ​ພ້ອມ​ກັບ​ຟັງ​ຊັ່ນ​ທີ່​ເພີ່ມ​ຂຶ້ນ ນຳ​ມາສູ່​ການ​ຂະຫຍາຍ​ຂະໜາດ​ແອັບ​ໃນ​ເທື່ອ​ນີ້ ໂດຍ​​ແອັບ​ທີ່​ໃຊ້​ງານ​ກັບ Android 4.0 (API Level 14 ຂຶ້ນ​ໄປ) ຈະ​ຮອງ​ຮັບ​ຂະໜາດ​ແອັບ​ສູງ​ສຸດ 100MB

ສ່ວນ​ແອັບ​ທີ່​ໃຊ້​ກັບ Android 3.2 (API Level 13 ລົງ​ມາ) ຈະ​ຍັງ​ຈື່ຂະໜາດໄວ້​ທີ່ 50MB ເທົ່າ​ເກົ່າ  ຊຶ່ງ​ນັ້ນ​ກໍ່ໝາຍ​ຄວາມ​ວ່າ​ຄວາມ​ຈຸ​ເທິງ​ພື້ນ​ທີ່​ໃຊ້​ສອຍ​ຂອງ​ມື​ຖື​ແອ​ນດຣອຍກໍ​ຫ໌ດລົງ​ເຊັ່ນ​ກັນ ຢ່າງໃດ​ກໍ​ຕາມ ແອັບ​ທີ່​ດາວ​ໂຫຼດ​ຜ່ານ Play Store ສາມາດ​ດາວ​ໂຫຼດ​ໄຟລ໌​ເສີມ​ໄດ້​ອີກ 4GB

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...