Homeຂ່າວການພັດທະນາເປີດການນຳໃຊ້ ເຂື່ອນໄຟຟ້ານໍ້າຊັນ 3B ແຂວງໄຊສົມບູນ ຢ່າງເປັນທາງການ

ເປີດການນຳໃຊ້ ເຂື່ອນໄຟຟ້ານໍ້າຊັນ 3B ແຂວງໄຊສົມບູນ ຢ່າງເປັນທາງການ

Published on

dam

ຂປລ. ພິທີ​ເປີດ​ການ​ນຳ​ໃຊ້ເຂື່ອນໄຟຟ້ານ້ຳຊັນ 3B ໄດ້ຈັດຂຶ້ນຢ່າງເປັນທາງການ ໃນຕອນເຊົ້າຂອງວັນທີ 26 ກັນຍາ 2015 ຢູ່ທີ່ເມືອງທ່າ​ໂທມ, ແຂວງ​ໄຊ​ສົມບູນ, ໂດຍໃຫ້ກຽດ ເປັນປະທານພິທີ ຂອງທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງນາຍົກລັດຖະມົນຕີ, ຜູ້ຊີ້ນຳວຽກງານ ເສດຖະກິດ ຂົງເຂດ ການຜະລິດ ແລະ ຈໍລະຈອນ, ມີບັນດາທ່ານລັດຖະມົນຕີວ່າການ-ຊ່ວຍວ່າການ, ເຈົ້າແຂວງ-ຮອງເຈົ້າແຂວງ, ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໂອກາດນີ້, ທ່ານ ດຣ. ຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະ ບໍ່ແຮ່ ກ່າວວ່າ: ໂຄງການກໍ່ສ້າງ ເຂື່ອນໄຟຟ້ານໍ້າຊັນ 3B ເປັນໂຄງການໜຶ່ງທີ່ສຳຄັນ ແລະ ນອນໃນແຜນແມ່ບົດ ເພື່ອພັດທະນາລະບົບໄຟຟ້າຢູ່ປະເທດເຮົາ ຕາມແນວທາງແຜນນະໂຍບາຍ, ຍຸດທະສາດ ການຫັນເປັນອຸດສາຫະກຳ ແລະ ທັນສະໄໝ. ທີ່ໄດ້ກຳນົດໄວ້ ໃນມະຕິກອງປະຊຸມໃຫຍ່ ຄັ້ງທີ IX ຂອງພັກ ແລະ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ ຄັ້ງທີ VII ແນໃສ່ສ້າງທຸກເງື່ອນໄຂ ແລະ ຂຸດຄົ້ນທຸກຄວາມສາມາດບົ່ມຊ້ອນ ເພື່ອເຮັດໃຫ້ການພັດທະນາຂະແໜງການພະລັງງານ ແລະ ບໍ່ແຮ່ ໄດ້ຮັບການຈັດຕັ້ງປະຕິບັດ ດ້ວຍຈັງຫວະຕໍ່ເນື່ອງ ແລະ ໜັ້ນທ່ຽງ ກາຍເປັນກຳລັງແຮງ ທາງດ້ານເສດຖະກິດແຫ່ງຊາດ ທັງໃນສະເພາະໜ້າ ແລະ ໄລຍະຍາວ, ແນໃສ່ພັດທະນາ ພື້ນຖານໂຄງລ່າງ ເພື່ອແກ້ໄຂຄວາມທຸກຍາກ ຂອງປະຊາຊົນບັນດາເຜົ່າ, ເວົ້າລວມ, ເວົ້າສະເພາະ ແມ່ນປະຊາຊົນ ແຂວງໄຊສົມບູນ ໃຫ້ມີຊີວິດການເປັນຢູ່ທີ່ດີຂຶ້ນ.

ໂຄງການເຂື່ອນໄຟຟ້ານໍ້າ​ຊັນ 3B ຕັ້ງຢູ່ທີ່ເມືອງທ່າໂທມ, ແຂວງໄຊສົມບູນ ມີໄລຍະການກໍ່ສ້າງທັງໝົດ 3 ປີ ໂດຍເລີ້ມຕົ້ນດໍາເນີນ ການກໍ່ສ້າງຕັ້ງແຕ່ວັນທີ 8 ສິງຫາ 2012 ເປັນຕົ້ນມາ. ມີກຳລັງຕິດຕັ້ງທັງໝົດ 45 ເມກາວັດ, ມີກຳລັງຜະລິດໄດ້ 170 ລ້ານກິກກາວັດໂມງຕໍ່ປີ, ມີຄວາມສູງ 47 ເມັດ, ມີລວງຍາວ 7,100 ເມັດ, ເປັນເຂື່ອນຄອນກີດ ແລະ ເປັນໂຄງການຂອງ ບໍລິສັດ ພົງຊັບທະວີ ກໍ່ສ້າງ-ຂົວທາງ ຈຳກັດເປັນຜູ້ສໍາປະທານ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...