Homeລົດຍົນ-ຍານພາຫະນະໝົດບັນຫາມືເປື້ອນລ້າງບໍ່ອອກຈາກນ້ຳມັນເຄື່ອງ

ໝົດບັນຫາມືເປື້ອນລ້າງບໍ່ອອກຈາກນ້ຳມັນເຄື່ອງ

Published on

1

ເຊື່ອ​ວ່າ​​ຫລາຍໆ​ທ່ານຄືຊິເຄີຍສ້ອມແປງລົດກັນແດ່ແລ້ວ​ບໍ່​ວ່າ​ຈະ​ເປັນ​ລົດ​ລຸ້ນ​ນ້ອຍ ຫຼື ຈະ​ເປັນ​ລົດ​ລຸ້ນ​ໃຫຍ່​ ຕ່າງ​ກໍ​ຕ້ອງ​ເຄີຍເບີ່ງແຍງຮັກສາ​ຢູ່​ຫລາຍເທື່ອ ໂດຍ​ບັນຫາ​ທີ່​ຕາມ​ມາ​ຫລັງ​ຈາກ​ໄດ້​ແປງ​ລົດ​​ສຳເລັດ​ແລ້ວ​​ມັກ​ຈະ​ພົບ​ກັບ​ບັນຫາ​ທີ່​ຕາມ​ມາ​​ຢ່າງ​​ຄາບ​ນ້ຳ​ມັນ​ເຄື່ອງດຳໆ​ແຖມ​ຍັງ​ໜຽວ​ຕິດ​ມື​ຈົນ​ລ້າງ​ບໍ່​​ອອກ​ ເຊີ່ງ​ບັນຫາ​ເວລາ​ລົງ​ມື​ເຮັດ​ແລ້ວຄາບ​ນ້ຳ​ມັນ​ດຳໆ​ໜຽວໆ​​ມັກ​ຈະ​ຕິດ​ເຂົ້າໄປ​ທີ່​ເລັບມື​ອີກ​ເຫັນ​ແລ້ວ​ເບິ່ງ​ບໍ່​ສະ​ອາດ​ຕາ​ເລີຍ​ ​ບາງເທື່ອ​ລ້າງ​ທັງ ສະ​ບູ່ ນ້ຳ​ຢາ​ລ້າງ​ຈານ ແລະ​ ແຟັບ ແລ້ວມັນ​ກໍ​ຍັງ​ບໍ່​ອອກ ແຖມ​ສ່ຽງ​ຕໍ່​ມື​ລອກ ແສບ ຄັນ​ອີກ​ ມື້​ນີ້ເຮົາຈຶ່ງ​ມີ​ເຄັດ​ບໍ່ລັບ​ດີໆ​ມາ​ຝາກ​ກັບ​ບັນຫາ​ທີ່ຄົນຮັກລົດ​ມັກ​ການ​ແປງ​ລົດ​ດ້ວຍ​ໂຕ​ເອງ​ມາ​ຝາກ​ດ້ວຍ​ວິທີ​ງ່າຍໆ​ດ້ວຍ​ນ້ຳ​ມັນ​ພືດ​ທີ່​ມີ​ຕິດ​ຢູ່​ທຸກ​ຄົວ​ເຮືອນ​ແຖມ​ຂັ້ນ​ຕອນ​ກໍ​ແສ​ນ​ຈະ​ງ່າຍ​ອີກ​ທັງ​ຍັງ​ບໍ່​ສ່ຽງ​ຕໍ່​ມື​ລອກ​ ແລະ ​ຍັງ​ຈະ​ເຮັດໃຫ້​ມື​ນຸ່ມອອ່ນໜ້າ​ຈັບ​ຂຶ້ນ​ອີກ​ພ້ອມ ໂດຍ​ວິທີ​ລ້າງ​ມື​ດ້ວຍ​ນ້ຳ​ມັນ​ພືດ​ມີ​ດັ່ງ​ນີ້

1443071497

ກ່ອນ​ອື່ນ​ເລີຍ​ຍ່າງ​ໄປ​ທີ່​ບ່ອນ​ລ້າງ​ຈານ​ຈາກ​ນັ້ນ​ກໍ​ນຳ​ນ້ຳ​ມັນ​ພືດ​ທີ່​ຢູ່​ໃນ​ຫ້ອງ​ຄົວ​ມາ​ເທ​ໃສ່​ລົງ​ເທິງ​ຝ່າ​ມື​ບໍ່ຫລາຍປານໃດ ແລ້ວ​ຄ່ອຍ​ຖູໆ​ໃຫ້​ທົ່ວ​ມື​ ແລະ ​ບໍລິເວນ​ເລັບມື​ທີ່​ຄາບ​ນ້ຳ​ມັນ​​ຕິດ​ຢູ່ ຖ້າຫາກ​ກໍລະນີ​ທີ່​ນ້ຳ​ມັນ​ເຂົ້າ​ບໍ່​ເຖິງ​​ເລັບ​ໃຫ້​ລອງ​ຫຍິບ​ຟອຍ​ຖູ​ແຂ້ວ​ທີ່​ບໍ່​ໃຊ້​ແລ້ວ​ຂັດ​ລົງ​ບໍລິເວນ​​ເລັບມື ເມື່ອເຮົາເບີ່ງດ້ວຍ​ຕາ​ເປົ່າ​ວ່າ​ສະ​ອາດ​ແລ້ວ​ກໍ​ໃຫ້​ໃຊ້​ຜ້າ​ທີ່​ກຽມ​ມາ​ເຊັດ​ເຮັດ​ຄວາມ​ສະ​ອາດ​ມື ເທົ່າ​ນີ້​ຄາບ​ນ້ຳ​ມັນ​ກໍ​ຫລຸດ​ອອກຈາກ​ມື​​ແລ້ວ ຕໍ່​ຈາກ​ນັ້ນ​ກໍ​ທຳການ​ລ້າງ​ມື​ດ້ວຍ​ສະ​ບູ່ ຫຼື ​ນ້ຳ​ຢາ​ລ້າງ​ຈານ ເທົ່າ​ນີ້​ກໍ​ຈະ​ໄດ້​ມື​ສະ​ອາດ​ແລ້ວ

1443071618

ບົດຄວາມຫຼ້າສຸດ

ນວ ພົບການສໍ້ລາດບັງຫຼວງ ທັງໝົດ 31 ກໍລະນີ ຢູ່ນະຄອນຫຼວງວຽງຈັນ ໃນນີ້ມີສວຍໃຊ້ຕຳແໜ່ງ 12 ຄົນ

ກອງປະຊຸມສະຫຼຸບວຽກງານກວດກາ 5 ປີ (2021-2025) ທົ່ວນະຄອນຫຼວງວຽງຈັນ ຄັ້ງທີ IV ຈັດຂຶ້ນວັນທີ 6 ພະຈິກ 2026 ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ ໂດຍເປັນປະທານຂອງທ່ານ ວັນໄຊ...

ເປີດຕົວປຶ້ມໃໝ່ “ປະເທດທີ່ຍິ່ງໃຫຍ່ສ້າງໄດ້ໂດຍຜູ້ນຳທີ່ດີ” ໂດຍ ທ່ານ ດຣ. ອານຸລັກ ກິດຕິຄຸນ

ໃນວັນທີ 3 ພະຈິກ 2026 ທີ່ຜ່ານມາ ຢູ່ ສູນຮ່ວມມືລາວ-ສິງກະໂປ ນະຄອນຫຼວງວຽງຈັນ ທ່ານ ດຣ. ອານຸລັກ ກິດຕິຄຸນ ຜູ້ອຳນວຍການໃຫຍ່ ແລະ...

ປຶກສາຫາລືການສ້ອມແປງທາງ ກໍ່ສ້າງເສັ້ນທາງໃຫ້ສະດວກວ່ອງໄວຍິ່ງຂຶ້ນ

ໃນຕອນເຊົ້າຂອງວັນທີ 04 ພະຈິກ 2026 ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ (ຫສນຍ) ໄດ້ຈັດກອງປະຊຸມປຶກສາຫາລື ກ່ຽວກັບການຈັດຕັ້ງຜັນຂະຫຍາຍທິດຊີ້ນໍາຂອງລັດຖະບານ ໃນການກໍ່ສ້າງ ແລະ ສ້ອມແປງເສັ້ນທາງ ລະຫວ່າງ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ນຳໂດຍທ່ານ...

ລາວ-ຫວຽດນາມ ພົບປະຄັ້ງນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານ

ວັນທີ 3 ພະຈິກ 2026 ທີ່ນະຄອນຫຼວງຮ່າໂນ້ຍ, ສະຫາຍ ສອນໄຊ ສີພັນດອນ ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປລາວ ພ້ອມດ້ວຍຄະນະຜູ້ແທນຂັ້ນສູງ ໄດ້ພົບປະເຮັດວຽກຮ່ວມກັບສະຫາຍ...