ເປັນທີ່ຮູ້ກັນດີວ່າປະສາດສຳຜັດດ້ານກິ່ນ ແລະ ລົດຊາດຂອງເຮົານັ້ນຈະອ່ອນລົງເລື້ອຍໆເວລາທີ່ເຮົາອາຍຸຫລາຍຂຶ້ນ ແລະ ງານວິໄຈໃໝ່ກໍໄດ້ຊີ້ໃຫ້ເຮົາເຫັນແລ້ວວ່າວິທີທີ່ສັດຕ່າງໆນັ້ນຮັບຮູ້ ຫຼື ບົ່ງບອກໃນການຮັບຮູ້ກິ່ນນັ້ນອາດຈະຖືກໃຊ້ເພື່ອຄາດເດົາວ່າພວກມັນຈະມີຊີວິດຍືນຍາວຊ່ຳໃດ
ກຸ່ມນັກວິໄຈຈາກ Salk Institute for Biological Studies ທີ່ສະຫາລັດ ອາເມຣິກາ ນັ້ນໄດ້ສຳຫລວດວິທີທີ່ໜອນນັ້ນຍ່າງໄປຫາອາຫານທີ່ພວກມັນມັກກິນ ແລະ ມັນໄດ້ເຮັດໃຫ້ພວກເຂົາສາມາດຄາດເດົາໄດ້ວ່າສັດເຫລົ່ານັ້ນຈະມີຊີວິດຢູ່ໄດ້ອີກດົນ ຫຼື ບໍ່
“ເຮົາບໍ່ໄດ້ກຳລັງບອກວ່າຄວາມສາມາດໃນການຮັບຮູ້ກິ່ນຂອງເຈົ້ານັ້ນຈະເຮັດໃຫ້ເຈົ້າມີຊີວິດທີ່ຍາວຂຶ້ນ” Streekanth Chalasani ຊຶ່ງເປັນໜຶ່ງໃນທີມນັກວິໄຈກ່າວ “ແຕ່ພຶດຕິກຳທາງກິ່ນນັ້ນມີຄວາມເປັນໄປໄດ້ວ່າຈະເປັນໂຕບົ່ງບອກເຖິງກົນໄກທາງຊີວະພາບທີ່ຢູ່ເບື້ອງຫລັງ”
ທີມນັກວິໄຈນັ້ນໄດ້ທຳການສຳຫລວດການເຮັດວຽກງານຂອງສະໝອງໜອນພະຍາດໂຕກົມ ຫຼື Caenorhabditis elegans ວ່າຕອບສະໜອງຕໍ່ສານ benzaldehye ຊຶ່ງເປັນສານເຄມີທີ່ມີກິ່ນຄືກັບອັນມອນຢ່າງໃດ ຊຶ່ງພວກພວກເຂົາພົບວ່າເຊລ໌ທີ່ຕອບສະໜອງຕໍ່ສິ່ງແວດລ້ອມນັ້ນໄດ້ຖືກແບ່ງອອກເປັນ 2 ກຸ່ມ ໂດຍເຊລ໌ປະສາດຫລັກນັ້ນຈະຕອບສະໜອງຕໍ່ benzaldehyde ໃນຂະນະທີ່ເຊລ໌ປະສາດຮອງນັ້ນຈະຕອບສະໜອງຕໍ່ສັນຍານທີ່ຖືກສົ່ງມາຈາກເຊລ໌ປະສາດຫລັກ
ໃນໜອນທີ່ຍັງມີອາຍຸນ້ອຍຢູ່ນັ້ນ ວົງຈອນປະສາດນີ້ເຮັດວຽກໄດ້ຢ່າງປົກກະຕິ ແຕ່ເມື່ອມັນມີອາຍຸຫລາຍຂຶ້ນ ເຊລ໌ປະສາດທີ່ຢູ່ໃນກຸ່ມຮອງນັ້ນຈະເລີ່ມມີປະຕິກິລິຍາຕອບສະໜອງຈາກເຊລ໌ປະສາດຫລັກໜ້ອຍລົງເລື້ອຍໆ ຊຶ່ງຫລັງຈາກທີ່ພວກເຂົາໄດ້ສັງເກດເຫັນຄວາມເປັນໄປດັ່ງກ່າວແລ້ວ ທາງນັກວິໄຈກໍສາມາດທີ່ຈະສະແດງເຖິງຄວາມສຳພັນກັນລະຫວ່າງຄວາມສາມາດໃນການຮັບຮູ້ກິ່ນທີ່ມີປະສິດທິພາບຕ່ຳ (ຊຶ່ງວັດໂດຍການເຄື່ອນໄຫວຂອງໜອນໄປຍັງສານ benzaldehyde) ກັບປະຕິກິລິຍາຂອງເຊລ໌ປະສາດຮອງ ແລະ ອາຍຸໄຂຂອງໜອນ
ທ້າຍທີ່ສຸດແລ້ວ ໜອນທີ່ມີອາຍຸຫລາຍກວ່າ ແລະ ສະແດງໃຫ້ເຫັນວ່າມີຄວາມສາມາດໃນການຮັບຮູ້ກິ່ນດີກວ່າໂຕອື່ນໆນັ້ນມີອາຍຸຍືນຍານກວ່າໜອນໂຕອື່ນໆທີ່ມີປັນຍາໃນການຫາແຫລ່ງຕົ້ນຕໍຂອງ benzaldehyde ຢູ່ປະມານ 16%
“ເຖິງແມ່ນວ່າສັດເຫລົ່ານີ້ຈະເປັນພີ່ນ້ອງກັນ ແລະ ມີຍີນຄ້າຍໆກັນກໍຕາມ ຖ້າຫາກເບີ່ງເຂົ້າໄປເຖິງລະດັບການເຮັດວຽກງານຂອງເຊລ໌ປະສາດ ປະສິດທິພາບທາງພຶດຕິກຳ ອາຍຸໄຂແລ້ວ ຈະພົບວ່າມັນມີຄວາມແຕກຕ່າງກັນຢ່າງຫລວງຫລາຍ” Chalasani ກ່າວ “ບາງທີນັ້ນອາດຈະເປັນເພາະວ່າສັດບາງໂຕນັ້ນມີການສົ່ງສັນຍານລະຫວ່າງເຊລ໌ປະສາດຫລັກ ແລະ ເຊລ໌ປະສາດຮອງທີ່ດີກວ່າໂຕອື່ນໆກໍເປັນໄດ້”
ການຄົ້ນພົບດັ່ງກ່າວ ຊຶ່ງຖືກຕີພິມໃນວາລະສານ eLife ນັ້ນອາດຊ່ວຍໃຫ້ເຮົາເຂົ້າໃຈດີຂຶ້ນເຖິງວິທີການຕໍ່ສູ້ກັບຜົນກະທົບທີ່ເກີດຈາກອາຍຸໄຂໄດ້ ຖ້າຫາກເຮົາສາມາດຫາວິທີທີ່ຈະຈັດການກັບລະບົບປະສາດ ແລະ ຄວບຄຸມວິທີທີ່ເຊລ໌ປະສາດຫລັກ ແລະ ເຊລ໌ປະສາດຮອງມີປະຕິສຳພັນໄດ້ ເຮົາກໍອາດຈະສາມາດທີ່ຈະຟື້ນຟູການເຮັດວຽກງານຂອງສະໝອງທີ່ສູນເສຍໄປເວລາທີ່ເຮົາມີອາຍຸຫລາຍຂຶ້ນ ຊຶ່ງບໍ່ແມ່ນແຕ່ສະເພາະໃນໜອນ ແຕ່ລວມເຖິງສັດອື່ນໆດ້ວຍເຊັ່ນກັນ
“ມີຄຳຖາມອີກຫລວງຫລາຍກ່ຽວກັບວ່າແມ່ນຫຍັງທີ່ປ່ຽນແປງໄປເວລາທີ່ສັດນັ້ນມີອາຍຸຫລາຍຂຶ້ນ” Sarah Leinwand ຊຶ່ງເປັນໜຶ່ງໃນທີມນັກວິໄຈກ່າວ “ເຮົາຕ້ອງການທີ່ຈະຖ້າເບິ່ງວ່າມີຫຍັງແດ່ທີ່ມີການປ່ຽນແປງ ແລະ ເຮັດໃຫ້ສັດບາງຊະນິດມີການເຮັດວຽກງານຂອງລະບົບປະສາດທີດີຂຶ້ນ ແລະ ມີອາຍຸທີ່ຍາວນານຍິ່ງຂຶ້ນອີກ”