Homeອຸບັດເຫດແລະປາກົດການຫຍໍ້ທໍ້ໂຫດຫ້ຽມ! ຂ້າເມຍຕາຍຄາຖຽງນາ ຍ້ອນຜິດຖຽງກັນຮຸນແຮງ!

ໂຫດຫ້ຽມ! ຂ້າເມຍຕາຍຄາຖຽງນາ ຍ້ອນຜິດຖຽງກັນຮຸນແຮງ!

Published on

killer

ທ້າວ ກົວະ ອາຍຸ 34 ປີ ຢູ່ບ້ານນາທະລັງ ເມືອງພີນ ແຂວງສະຫວັນນະເຂດ ຖືກເຈົ້າໜ້າທີ່ຈັບຕົວໄປດໍາເນີນຄະດີຕາມລະບຽບກົດໝາຍ, ພາຍຫລັງລົງມືກໍ່ເຫດຄາດຕະກໍາ ນາງ ຕາດໍາ ອາຍຸ 31 ປີ, ເຊິ່ງເປັນເມຍຂອງຕົນຢ່າງໂຫດຫ້ຽມຢູ່ຖຽງນາເຂດບ້ານດັ່ງກ່າວເມື່ອວັນທີ 22 ກັນຍາຜ່ານມາ.

ເຈົ້າໜ້າທີ່ໃຫ້ຮູ້ວ່າ: ພາຍຫລັງໄດ້ຮັບແຈ້ງຈາກປະຊາຊົນວ່າເກີດມີການຄາດຕະກໍາຢູ່ບ້ານດັ່ງກ່າວ, ກໍໄດ້ຈັດກໍາລັງລົງໄປກວດກາສະຖານທີ່ເກີດເຫດຮີບດ່ວນ ແລະ ພົບເຫັນສົບຜູ້ເສຍຊີວິດໜຶ່ງຄົນ, ມີຮ່ອງຮອຍຖືກຂອງແຂງຕີບໍລິເວນງ່ອນ ແລະ ຢູ່ຄໍມີຮ່ອງຮອຍຂອງມີຄົມປາດຄໍເປັນບໍລິເວນກວ້າງ ແລະ ສາມາດຮູ້ຕົວຄາດຕະກອນທີ່ລົງມືກໍເຫດອັນໂຫດຫ້ຽມຄັ້ງນີ້ແມ່ນຜົວຂອງຜູ້ຕາຍເອງ, ຈຶ່ງໄດ້ຈັດກໍາລັງຈັບຕົວມາດໍາເນີນຄະດີໃນເວລາຕໍ່ມາ.

ຜ່ານການສືບສວນ-ສອບສວນຂອງເຈົ້າໜ້າທີ່, ທ້າວ ກົວະ ຮັບສາລະພາບວ່າ: ຕົນ ແລະ ຜູ້ຕາຍໄດ້ແຕ່ງງານຢູ່ກິນນໍາກັນມາເປັນເວລາ 8 ປີ ແລະ ມີລູກນໍາກັນ 2 ຄົນ, ຕະຫລອດຫລາຍປີຜ່ານມາຕົນ ແລະ ເມຍກໍມັກຜິດຖຽງກັນເປັນປະຈໍາ ແລະ ມື້ເກີດເຫດຕົນ ແລະ ເມຍພ້ອມດ້ວຍລູກຄົນໜຶ່ງ, ໄດ້ພາກັນໄປເບິ່ງສວນຢູ່ນາຂອງປ້າ ທີ່ຢູ່ຫ່າງຈາກບ້ານປະມານ 2 ກິໂລແມັດ ແລະ ກໍໄດ້ມີປາກສຽງຜິດຖຽງກັນຢ່າງແຮງ ຍ້ອນນິ້ງກັນບໍ່ຢາກໄປຫົດຕົ້ນໝາກແຕງ ແລ້ວຕົນກໍເກີດຄວາມໂມໂຫແຮງຈຶ່ງໄດ້ຈັບເອົາໄມ້ຕີໃສ່ງ່ອນເມຍ ແລະ ເອົາມີດປາດຄໍຈົນເມຍເສຍຊີວິດ, ຫລັງຈາກນັ້ນກໍອູ້ມລູກໄປຝາກນໍາຄົນຮູ້ຈັກຢູ່ຖຽງນາ ຫ່າງຈາກຈຸດເກີດເຫດປະມານ 500 ແມັດ ແລ້ວກັບເມືອບ້ານຈຶ່ງຖືກອໍານາດການປົກຄອງຈັບຕົວ ສົ່ງໃຫ້ເຈົ້າໜ້າທີ່ດໍາເນີນຄະດີຕາມກົດໝາຍ.ເຈົ້າໜ້າທີ່ໃຫ້ຮູ້ວ່າ: ຜ່ານມາຜູ້ກ່ຽວມີປະຫວັດພົວພັນກັບຢາເສຍຕິດ ແລະ ຖືກອໍານາດການປົກຄອງບ້ານ ແລະ ຍາດພີ່ນ້ອງສຶກສາອົບຮົມຫລາຍຄັ້ງເພື່ອໃຫ້ຢຸດເຊົາພົວພັນຢາເສບຕິດທີ່ເປັນອັນຕະລາຍຕໍ່ສຸຂະພາບຂອງຕົນ ແລະ ສັງຄົມ, ແຕ່ສຸດທ້າຍກໍມາເກີດເຫດການທີ່ບໍ່ເພິ່ງປາດຖະໜາແບບນີ້ຈົນໄດ້.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...