spot_img
Homeປ່ອງຢ້ຽມດວງດາວSuper Moon! ຈັນເຕັມດວງໃກ້ໂລກທີ່ສຸດ ຊົມເຕັມຕາພ້ອມກັນ 27 ກັນຍານີ້

Super Moon! ຈັນເຕັມດວງໃກ້ໂລກທີ່ສຸດ ຊົມເຕັມຕາພ້ອມກັນ 27 ກັນຍານີ້

Published on

supermoon1

ນັກ​ດາ​ຣາ​ສາດ​ຊວນ​ເບິ່ງ​ປາກົດ​ການ “ຊູ​ເປີມູນ” ດວງຈັນ​ໂຄຈອນ​ໃກ້​ໂລກ​ທີ່ສຸດ ມີ​ຂະໜາດ​ໃຫຍ່​ເຫັນ​ແຈ້ງ​ທີ່ສຸດ ພ້ອມ​ກັບ​ປາກົດ​ການຈັນ​ເຕັມ​ດວງ ໃນ​ວັນທີ່ 27-28 ກັນຍາ ​ຫາ​ເບິ່ງ​ຍາກ​ໃນ​ຮອບ​ກວ່າ 30 ປີ  
           ເມື່ອ​ວັນທີ່ 24 ກັນຍາ ຜູ້​ສື່​ຂ່າວ​ລາຍ​ງານ​ວ່າ ມີ​ຂ່າວ​ດີ​ສຳລັບ​ນັກ​ເບິ່ງ​ດາວ​ທົ່ວ​ໂລກ ເນື່ອງ​ຈາກ​ຈະ​ເກີດ​ປາກົດ​ການ “ຊູ​ເປີ​ມູນ” ຫລື​ດວງຈັນ​ດວງ​ໃຫຍ່ ທີ່​ກຳ​ລັງ​ຈະ​ເກີດ​ໃນ​ຄືນ​ມື້​ອາທິດ​ທີ່ 27-28 ກັນຍາ

supermoon

ໂດຍ​ປາກົດ​ການ​ດັ່ງ​ກ່າວ​ເປັນ​ການ​ທີ່​ດວງຈັນ​ໂຄຈອນ​ເຂົ້າ​ໃກ້​ໂລກ​ຫລາຍ​ທີ່ສຸດ​ໃນ​ຮອບ​ປີ ຊຶ່ງ​ໃກ້​ກວ່າ​ທຸກ​ເທື່ອ​ປະມານ 48,000 ກິ​ໂລ​ແມັດ ຈົນ​ເບິ່ງເຫັນ​ດວງຈັນ​ມີ​ຂະໜາດ​ໃຫຍ່​ ແລະ ​ແຈ້ງ​ກວ່າ​ປົກກະຕິ ລວມ​ທັງ​ຍັງ​ເກີດ​ປາກົດ​ການ​ຈັນ​​ເຕັມ​ດວງ ຫລື​ການ​ທີ່​ດວງ​ອາທິດ ໂລກ ແລະ ​ດວງຈັນ ຮຽງ​ຕົວ​ໃນ​ແນວ​ດຽວ​ກັນ ເຮັດໃຫ້​ເງົາ​ຂອງ​ໂລກ​ທັບ​ບົດ​ບັງ​ດວງຈັນ ເກີດ​ເປັນ​ຈັນ​​ເຕັມ​ດວງ​ທີ່​ຢູ່​ດົນ​ກວ່າ 1 ຊົ່ວ​ໂມງ ໂດຍ​ຂຶ້ນ​ຢູ່​ກັບ​ສະຖານ​ທີ່ໃນ​ການ​ເບີ່ງ​ລວມ​ທັງ​ສະພາບ​ອາ​ກາດ​ໃນ​ແຕ່​ລະ​ບ່ອນ

supermoon2

ຢ່າງໃດ​ກໍ​ຕາມ ຖື​ເປັນ​ປາກົດ​ການ​ທີ່​ຫາ​ເບິ່ງ​ຍາກ​ໃນ​ຮອບ​ກວ່າ 30 ປີ ໂດຍ​ເທື່ອ​ຫລ້າ​ສຸດ​ຄື ປີ 1982 ແລະ ​ຈະ​ມີ​ໃຫ້​ເຫັນ​ກັນ​ອີກ​ເທື່ອ​ໃນ​ປີ 2033 ໂດຍ​ຈະ​ເບິ່ງເຫັນ​ໄດ້​ໃນ​ອະ​ເມ​ລິ​ກາ​ເໜືອ, ອະ​ເມ​ລິ​ກາ​ໃຕ້, ຍຸ​ໂຣບ, ແອ​ຟຣິ​ກາ ແລະ​ເອ​ເຊຍ​ຕະເວັນ​ຕົກ

supermoon3

ປາກົດ​ການ​ດັ່ງ​ກ່າວ​ສາມາດ​ເບິ່ງເຫັນ​ໄດ້​ດ້ວຍ​ຕາ​ເປົ່າ​ໂດຍ​ບໍ່​ຕ້ອງ​ໃຊ້​ອຸປະກອນ ໂດຍ​ສັງເກດ​ທ້ອງ​ຟ້າ​ທາງ​ຝັ່ງ​ຕະເວັນ​ອອກ

ບົດຄວາມຫຼ້າສຸດ

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...