Homeຂ່າວການສຶກສາບີລາຍ ສືບຕໍ່ໃຫ້ທຶນການສຶກສາປີ 2013

ບີລາຍ ສືບຕໍ່ໃຫ້ທຶນການສຶກສາປີ 2013

Published on

ບີລາຍ ສືບຕໍ່ໃຫ້ທຶນການສຶກສາປີ 2013

ບໍລິສັດ ມີ​ລີ​ຄອມ​ລາວ (ທິ​ໂກ້) ໃນ​ເມື່ອ​ກ່ອນ ກໍ​ຄື​ບໍລິສັດ ວິມ​ເປວ​ຄອມ​ລາວ ຈຳກັດ (ບີ​ລາຍ) ໃນ​ປັດຈຸບັນ ໄດ້​ໃຫ້ການ​ສະໜັບສະໜູນ​ທຶນ​ການ​ສຶກ​ສາ​ແກ່ ​ສປປ ລາວ ນັບ​ແຕ່​ປີ 2009 ເປັນຕົ້ນ​ມາ ຊຶ່ງ​ໃນ​ໄລຍະ​ຜ່ານ​ມາ ນອກຈາກ​ໃຫ້​ທຶນ​ປຸກ​ສ້າງ​ອາຄານ​ຮຽນ​ແລ້ວ ຍັງ​ໃຫ້​ທຶນ​ສົ່ງເສີມ​ນັກຮຽນ​ທີ່​ຮຽນ​ດີ​ຮຽນ​ເກັ່ງ ມີ​ຄຸນສົມບັດ​ດີ ແຕ່​ຖານະ​ຄອບຄົວ​ທຸກ​ຍາກ ໃຫ້​ໄດ້​ຮຽນ​ຕໍ່​ໃນ​ລະດັບ​ວິຊາ​ຊີບ​ຊັ້ນ​ສູງ ແລະ ປະລິນຍາ​ຕີ ຊຶ່ງ​ໂຄງການ​ດັ່ງກ່າວ​ນີ້ ເປັນ​ໂຄງການ​ໜຶ່ງ​ທີ່​ທາງ​ບີ​ລາຍ​ມີ​ເຈດ​ຈຳນົງ ຢາກ​ມີ​ສ່ວນ​ຮ່ວມ​ໃນ​ການ​ພັດທະນາ​ການ​ສຶກ​ສາ ກໍ​ຄື​ການ​ສ້າງ​ຊັບພະຍາກອນ​ມະນຸດ​ຂອງ​ຊາດ​ຢູ່ ​ສປປ ລາວ.

ໂຄງການ​ໃຫ້​ທຶນ​ການ​ສຶກ​ສາ​ນີ້ ບີ​ລາຍ​ໄດ້​ເລີ່ມ​ມາ​ແຕ່​ປີ 2009 ເປັນຕົ້ນ​ມາ ແລະ ມາ​ຮອດ​ປັດຈຸບັນ​ແມ່ນ​ເປັນ​ຮຸ່ນ​ທີ 4 ແລ້ວ ທຶນ​ການ​ສຶກ​ສາ​ດັ່ງກ່າວ ແມ່ນ​ຈະ​ກວມ​ເອົາ​ຄ່າ​ລົງທະບຽນ​ຮຽນ ຄ່າ​ຕຳລາ​ຮຽນ​ທີ່​ຕ້ອງ​ໃຊ້ ຄ່າ​ຫໍ​ພັກ ເບ້ຍລ້ຽງ​ປະຈຳ​ເດືອນ ມູນ​ຄ່າ​ໂທ ເຄື່ອງ​ແບບ​ນັກ​ສຶກ​ສາ ແລະ ອຸປະກອນ​ການ​ຮຽນ​ທີ່​ຈຳເປັນ ຈົນ​ຈົບ​ຫຼັກສູດ​ການ​ຮຽນ​ແຕ່​ລະ​ຂະແໜງການ ແລະ ວິຊາ​ຮຽນ ຊຶ່ງ​ໂຄງການ​ນີ້​ນັບ​ແຕ່​ປີ 2009 ມາ​ຮອດ​ປີ 2013 ມີ​ນັກຮຽນ​ໄດ້​ຮັບ​ທຶນ​ການ​ສຶກ​ສາ​ທັງ​ໝົດ ຈຳນວນ 32 ຄົນ ລວມ​ຄ່າ​ໃຊ້​ຈ່າຍ​ທັງ​ໝົດ 180.000 ໂດ​ລາ​ສະຫະລັດ ຫຼື ປະມານ 1,44 ຕື້​ກີບ ໃນ​ນັ້ນ ປີ 2009 ມີ 6 ຄົນ ປີ 2010 ມີ 8 ຄົນ ປີ 2011 ມີ 8 ຄົນ ແລະ ປີ 2012 ປີ 2013 ມີ 10 ຄົນ ໃນ​ຈຳນວນ​ນັກ​ສຶກ​ສາ​ທັງ​ໝົດ​ແມ່ນ​ມີ 2 ຄົນ ໄດ້​ສຳເລັດ​ການ​ສຶກ​ສາ​ໄປ​ແລ້ວ ແລະ ໃນ​ຈຳນວນ​ນັກຮຽນ 10 ຄົນ​ທີ່​ໄດ້​ຮັບ​ທຶນ​ການ​ສຶກ​ສາ​ປີ 2013 ນີ້ ຈາກ​ນະຄອນຫຼວງ​ວຽງ​ຈັນ 1 ຄົນ ແຂວງ​ບໍ​ລິ​ຄຳ​ໄຊ 1 ຄົນ ແຂວງ​ຊຽງ​ຂວາງ 3 ຄົນ ແຂວງ​ຫຼວງ​ພະ​ບາງ 1 ຄົນ ແຂວງ​ຫົວພັນ 1 ຄົນ ແຂວງ​ໄຊ​ຍະ​ບູ​ລີ 1 ຄົນ ແຂວງ​ເຊ​ກອງ 1 ຄົນ ແລະ ແຂວງ​ອັດ​ຕະ​ປື 1 ຄົນ.

ພິທີ​ມອບ-ຮັບ​ທຶນ​ການ​ສຶກ​ສາ ປະຈຳ​ປີ 2013 ໄດ້​ຈັດ​ຂຶ້ນ​ວັນ​ທີ 6 ພະຈິກ 2013 ຜ່ານ​ມາ​ທີ່​ນະຄອນຫຼວງ​ວຽງ​ຈັນ ກ່າວ​ມອບ​ໂດຍ​ແມ່ນ​ທ່ານ ຄຳ​ກ້າ ຫາ​ດາວເຮືອງ ຜູ້​ຊ່ວຍ​ຝ່າຍ​ບໍລິຫານ ຫົວໜ້າ​ຝ່າຍ​ພົວພັນ​ລັດຖະບານ​ຂອງ​ບໍລິສັດ ວິມ​ເປວ​ຄອມ​ລາວ ຊຶ່ງ​ມີ​ບັນດາ​ພະນັກງານ​ພາຍ​ໃນ​ບໍລິສັດ​ດັ່ງກ່າວ​ເຂົ້າ​ຮ່ວມ.

ที่มาhttp://www.vientianemai.net

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...