spot_img
Homeຂ່າວການສຶກສາສຶກສາຄົ້ນຄວ້າກ່ຽວກັບພະຍາດອັກເສບສະໝອງ

ສຶກສາຄົ້ນຄວ້າກ່ຽວກັບພະຍາດອັກເສບສະໝອງ

Published on

ສຶກສາຄົ້ນຄວ້າກ່ຽວກັບພະຍາດອັກເສບສະໝອງ

ບັນດາ​ຜູ້ຕາງໜ້າ​ສະ​ຖາ​ບັນ ແລະ ອົງການ​ສາກົນ ທີ່​ເຮັດ​ການ​ຄົ້ນຄວ້າ​ຮ່ວມ​ກັນ​ຈາກ​ພາຍ​ໃນ ແລະ ຕ່າງປະເທດ ລວມ​ທັງ​ຜູ້​ໃຫ້​ທຶນ​ສະໜັບສະໜູນ​ການ​ຄົ້ນຄວ້າ ພະຍາດ​ອັກເສບ​ສະໝອງ ໃນ​ອາຊີ​ຕາເວັນ​ອອກສຽງ​ໃຕ້​ເຊັ່ນ: ໂຄງການ​ຄົ້ນຄວ້າ​ພະຍາດ​ເຂດ​ຮ້ອນ ໂຮງໝໍ​ມະໂຫສົດ-ແວວ​ຄຳ​ຕັນ ມະຫາວິທະຍາໄລ​ອ໋ອກ​ຟອດ ກົມ​ຄວບ​ຄຸມພະ​ຍາດ​ຕິດຕໍ່ ກົມ​ປິ່ນປົວ​ສູນ​ວິເຄາະ ແລະ ລະບາດ​ວິທະຍາ ໂຮງໝໍ​ມະໂຫສົດ ສະ​ຖາ​ບັນ​ອະນາໄມ ແລະ ລະບາດ​ວິທະຍາ​ແຫ່ງ​ຊາດ ປະເທດ​ຫວຽດນາມ ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຫາລື ກ່ຽວ​ກັບ​ການ​ສຶກ​ສາ​ຄົ້ນຄວ້າ​ພະຍາດ​ອັກເສບ​ສະໝອງ ໃນ​ອາຊີ​ຕາເວັນ​ອອກສຽງ​ໃຕ້ ຂຶ້ນ​ທີ່​ໂຮງແຮມ​ລາວ​ພຼາ​ຊາ ພາຍ​ໃຕ້​ການ​ເປັນ​ປະທານ​ຂອງ​ທ່ານ ​ຮຈ.​ດຣ. ບຸນ​ກອງ ສີ​ຫາ​ວົງ ລັດຖະມົນຕີ​ຊ່ວຍ​ວ່າການ ກະຊວງ​ສາທາລະນະ​ສຸກ ທ່ານ ອິວ ຄາ​ໂມ​ນາ ເອກ​ອັກ​ຄະ​ລັດ​ຖະ​ທູດ​ຝຣັ່ງ ປະຈຳ ​ສປປ ລາວ.

ກອງ​ປະຊຸມ​ໄດ້​ສົນທະນາ-ຫາລື​ກ່ຽວ​ກັບ ການຈັດຕັ້ງ​ປະຕິບັດ​ໂຄງການ​ຄົ້ນຄວ້າ​ພະຍາດ​ອັກເສບ​ສະໝອງ ຫຼື ພະຍາດ​ຊຶມ​ເຊື້ອ​ລະບົບ​ປະສາດ​ສູນ​ກາງ ໃນ​ບັນດາ​ປະເທດ​ອາຊີ​ຕາເວັນ​ອອກສຽງ​ໃຕ້ ພ້ອມ​ທັງ​ຕົກລົງ​ເຫັນ​ດີ​ເປັນ​ເອກະ​ພາບ ໃນ​ເລື່ອງ​ຫຼັກ​ການບົ່ງມະຕິ ແລະ ຊອກ​ຫາ​ສາເຫດ​ຂອງ​ພະຍາດ​ດັ່ງກ່າວ.

ທ່ານ ​ຮຈ.​ດຣ. ບຸນ​ກອງ ສີ​ຫາ​ວົງ ກ່າວ​ວ່າ: ພະຍາດ​ອັກເສບ​ເຫຍື່ອ​ຫຸ້ມ​ສະໝອງ-ອັກເສບ​ສະໝອງ ຍັງ​ເປັນ​ບັນຫາ​ສຳຄັນ​ດ້ານ​ສາທາລະນະ​ສຸກ ເຊິ່ງ​ກຳລັງ​ຂົ່ມຂູ່​ຊີວິດ​ຂອງ​ປະຊາຊົນ​ໃນ​ຂົງເຂດ​ອາຊີ​ຕາເວັນ​ອອກສຽງ​ໃຕ້ ພະຍາດ​ຊຶມ​ເຊື້ອ​ລະບົບ​ປະສາດ​ສູນ​ກາງ​ເຊັ່ນ: ອັກເສບ​ສະໝອງ ຍີ່ປຸ່ນ ເປັນ​ສາຍເຫດ​ການ​ຕາຍ ແລະ ຄວາມ​ພິການ​ທີ່​ສຳຄັນ ໃນ ​ສປປ ລາວ ແລະ ປະເທດ​ອື່ນໆ ໃນ​ພາກ​ພື້ນ​ນີ້ ແຕ່​ເປັນ​ພະຍາດ​ທີ່​ເຮົາ​ສາມາດ​ປ້ອງ​ກັນ​ໄດ້ ເຖິງ​ຢ່າງໃດ​ກໍ​ຕາມ ເຮົາ​ຍັງ​ມີ​ຂໍ້​ມູນ​ຈຳກັດ​ກ່ຽວ​ກັບ​ສາຍເຫດ​ອື່ນ ທີ່​ພາໃຫ້​ເປັນ​ພະຍາດ​ອັກເສບ​ສະໝອງ ຫຼື ການ​ຊຶມ​ເຊື້ອ​ລະບົບ​ປະສາດ​ສູນ​ກາງ ເຊິ່ງ​ຂໍ້​ມູນ​ດັ່ງກ່າວ ແມ່ນ​ມີ​ຄວາມ​ສຳຄັນ​ສຳລັບ​ການ​ປ້ອງ​ກັນ ແລະ ຄຸ້ມ​ຄອງ​ກໍລະນີ​ຄົນ​ເຈັບ ສະນັ້ນ ການ​ຮ່ວມ​ມື ແລະ ປະສານ​ງານ​ລະຫວ່າງ​ອົງ​ກອນ​ຕ່າງໆ ແລະ ພາກສ່ວນ​ສາກົນ ໃນ​ດ້ານ​ການ​ຄົ້ນຄວ້າ​ພະຍາດ​ດັ່ງກ່າວ ຈຶ່ງ​ມີ​ຄວາມ​ສຳຄັນ ແລະ ຈຳເປັນ​ທີ່​ສຸດ ແນໃສ່​ເພື່ອ​ຄວບ​ຄຸມ ແລະ ຕໍ່ສູ້​ກັບ​ພະຍາດ​ດັ່ງກ່າວ ໃນ​ຂົງເຂດ​ທະວີບອາຊີ ໃຫ້​ຫຼຸດ​ໜ້ອຍ​ຖອຍ​ລົງ​ເທື່ອ​ລະ​ກ້າວ.

ເຄືອ​ຂ່າຍ​ການ​ຮ່ວມ​ມື​ສາກົນ ລະຫວ່າງ​ສະ​ຖາ​ບັນ​​ປັສ​ເຕີ ແລະ ແວວ​ຄຳ​ຕັນ-ມະຫາວິທະຍາໄລ​ອ໋ອກ​ຟອດ ລວມ​ທັງ​ຄູ່​ຮ່ວມ​ມື​ຈາກ​ຫຼາຍ​ປະເທດ​ມີ​ບົດບາດ​ສຳຄັນ ໃນ​ວຽກ​ງານ​ຄົ້ນຄວ້າ​ພະຍາດ​ດັ່ງກ່າວ​ມາ​ເປັນ​ເວລາ​ຫຼາຍ​ປີ​ແລ້ວ ແລະ ຜົນ​ຈາກ​ການ​ຄົ້ນຄວ້າ​ດັ່ງກ່າວ ໄດ້​ປະກອບສ່ວນ​ຢ່າງ​ໃຫຍ່​ຫຼວງ ເຂົ້າ​ໃນ​ການ​ປັບປຸງ​ສຸຂະພາບ​ຂອງ​ປະຊາຊົນ​ໃນ​ຂົງເຂດ​ນີ້ ລວມ​ທັງ​ໃນ​ຂອບ​ເຂດ​ທົ່ວ​ໂລກ ນັບ​ແຕ່​ປີ 2008 ເປັນຕົ້ນ​ມາ ມະຫາວິທະຍາໄລ Aix-Marseille ແລະ ສະ​ຖາ​ບັນ​ການ​ຄົ້ນຄວ້າ ແລະ ພັດທະນາ​ຂອງ​ປະເທດ​ຝຣັ່ງ ໄດ້​ໃຫ້ການ​ສະໜັບສະໜູນ ໂຄງການ​ຄົ້ນຄວ້າ​ພະຍາດ​ເຂດ​ຮ້ອນ ລະຫວ່າງ​ໂຮງໝໍ​ມະໂຫສົດ-ແວວ​ຄຳ​ຕັນ-ມະຫາວິທະຍາໄລ​ອ໋ອກ​ຟອດ ກະຊວງ​ສາທາລະນະ​ສຸກ ເພື່ອ​ເຮັດ​ການ​ຄົ້ນຄວ້າ ແລະ ໄດ້​ເຮັດ​ໃຫ້​ຮູ້ ແລະ ເຂົ້າໃຈ​ກ່ຽວ​ກັບ​ພະຍາດ​ຊຶມ​ເຊື້ອ​ລະບົບ​ປະສາດ​ສູນ​ກາງ​ໃນ ​ສປປ ລາວ ຫຼາຍ​ຂຶ້ນ ແລະ ຜົນ​ຂອງ​ການ​ຄົ້ນຄວ້າ ໄດ້​ສົ່ງ​ຜົນ​ເຮັດ​ໃຫ້​ການບົ່ງມະຕິ​ພະຍາດ​ການ​ປິ່ນປົວ ແລະ ການ​ວາງ​ແນວທາງ​ຍຸດ​ທະ​ສາດ​ດ້ານ​ສາທາລະນະ​ສຸກ ໄດ້​ຮັບ​ຜົນ​ຫຼາຍ​ຂຶ້ນ.

ທີ່ມາhttp://www.vientianemai.net

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...