spot_img
Homeຂ່າວຕ່າງປະເທດທະນາຄານ​ພັດທະນາ​ອາຊີ​ຄາດ​ຄະ​ເນ​ວ່າ ປີ 2015 ເສດຖະກິດຂອງ​ຫວຽດນາມ​ຈະ​ເຕີບໂຕ 6,5%

ທະນາຄານ​ພັດທະນາ​ອາຊີ​ຄາດ​ຄະ​ເນ​ວ່າ ປີ 2015 ເສດຖະກິດຂອງ​ຫວຽດນາມ​ຈະ​ເຕີບໂຕ 6,5%

Published on

ຕາມການລາຍງານຈາກແຫຼ່ງຂ່າວ​ຕ່າງປະເທດ​ໃຫ້​ຮູ້​ວ່າ ເມື່ອວັນ​ທີ 21 ກັນຍາ​ນີ້, ​ຢູ່​ທີ່ນະຄອນຫຼວງ​ຮ່າ​ໂນ​ຍຂອງ​ຫວຽດນາມ, ​ໃນ​ເວລາ​​ພົບ​ປະ​ເຈລະຈາ​ກັບ​ທ່ານ​ຫງຽວນ​ເຕີນ​ຢຸງ, ນາຍົກລັດຖະມົນຕີຫວຽດນາມ, ທ່ານ​ເອຣິກ ສິດວິກ, ຜູ້​ຮັບຜິດຊອບ​ຂອງ​ທະນາຄານ​ພັດທະນາ​ອາຊີຫຼື ADB ​ປະຈຳ​ຫວຽດນາມ​ຄົນ​ໃໝ່ໄດ້ກ່າວ​ວ່າ: ADB ​​ໄດ້ຄາດ​ຄະ​ເນ​ແລະ​ປັບຂຶ້ນຈັງຫວະ​ການເຕີບ​ໂຕ​ຂອງ​ເສດຖະກິດ​ຫວຽດນາມປີ 2015 ເປັນ 6,5%. ທ່ານຍັງ​ຄາດ​ຄະ​ເນ​ວ່າ, ຈັງຫວະ​ການເຕີບ​ໂຕ​ຂອງ​ເສດຖະກິດ​ຫວຽດນາມປີ 2016 ອາດ​ຈະ​ບັນລຸ​ເຖິງ 6,6%.

ຕາມ​ຂ່າວ​ແຈ້ງວ່າ ທ່ານເອຣິກ​ເຫັນ​ວ່າ ຈັງຫວະການ​ເຕີບ​ໂຕ​ຂອງ​ເສດຖະກິດ​ຫວຽດ ນາມປີ 2015 ມີ​ການ​ເລັ່ງລັດ​ໄວ​ຂຶ້ນ, ​ເຊິ່ງມີ​ສາ​ເຫດ​ດັ່ງ​ນີ້ຄື, ໃນຮອບ 3 ປີຜ່ານມາ, ຈັງຫວະ​ການເຕີບ​ໂຕ​ຂອງ​ເສດຖະກິດ​ຫວຽດ​​ໄດ້​ຮັກສາ​ຄວາມ​ໝັ້ນ​ທ່ຽງ​ມາ​ໂດຍ​ຕະຫຼອດ, ປະຈຸ​ບັນ​ພວມ​ກ້າວ​ເຂົ້າ​ສູ່​ເສັ້ນທາງ​​ເຕີບ​ໂຕ​ຢ່າງ​ຕໍ່​ເນື່ອງ ຂະ​ໜາດ​ເສດຖະກິດ​ໂດຍລວມ​ມີ​ຄວາມ​ໝັ້ນ​ທ່ຽງ ອັດຕາ​ເງິນ​ເຟິ້​ໄດ້​ຮັກສາ​ຢູ່​ໃນ​ລະດັບ​ອ່າວ​ຕ່ຳ ລັດຖະບານ​ຫວຽດນາມ​ໄດ້ຄວບ​ຄຸມ​ງົບປະມານ​ການເລິນເປັນ​ຢ່າງ​ດີ​ແລະ​ບໍ່​ໄດ້​​ໃຊ້​ຈ່າຍ​ເກີນ​ງົບປະມານ​ຫຼາຍ ຄັງ​ສຳຮອງ​ເງິນຕາ​ຕ່າງປະ​ເທດ​ໄດ້​ສືບ​ຕໍ່​ເພີ່ມ​ຂຶ້ນ​ແລະ​ອື່ນໆ.

VIETNAM-URBANIZATION-INFRASTRUCTURE

ບົດຄວາມຫຼ້າສຸດ

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ)

ມະຕິກອງປະຊຸມສະພາແຫ່ງຊາດກ່ຽວກັບການຮັບຮອງເອົາກົດໝາຍວ່າດ້ວຍການປົກຄອງທ້ອງຖິ່ນ (ສະບັບປັບປຸງ) ມີລາຍລະອຽດດັ່ງນີ້:

ຕັ້ງໃຈ ຫຼື ອຸບັດຕິເຫດ! ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ

ເປີດເຜີຍສາເຫດເຮືອບິນ ແອອິນເດຍ ປະສົບອຸບັດຕິເຫດຕົກ ເຮັດໃຫ້ມີຜູ້ເສຍຊີວິດເປັນຈຳນວນຫຼາຍ. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 12 ກໍລະກົດ 2025, ໜ່ວຍງານສອບສວນອຸບັດຕິເຫດທາງອາກາດອິນເດຍ (AAIB) ໄດ້ເຜີຍແຜ່ລາຍງານເບື້ອງຕົ້ນກ່ຽວກັບສາເຫດທີ່ເຮັດໃຫ້ເຮືອບິນສາຍການບິນແອອິນເດຍ (Air India) ຖ້ຽວບິນທີ AI171...

ສຕລ ປະກາດລາຍຊື່ນັກກິລາທີມຊາດລາວ ຍູ 23 ເຂົ້າຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ.

ປະກາດ 23 ລາຍຊື່ນັກກິລາທີມຊາດລາວ ຮ່ວມການແຂ່ງຂັນບານເຕະ ຊາຍຊິງແຊ້ມອາຊຽນ ຮຸ່ນອາຍຸບໍ່ເກີນ 23 ປີ ທີ່ປະເທດອິນໂດເນເຊຍ. ໃນວັນທີ 11 ກໍລະກົດ 2025 ສະຫະພັນບານເຕະແຫ່ງຊາດລາວ (ສຕລ)...

ດາວດວງໃໝ່! ສາຍແສງໃນເວທີສາກົນ ອອດສະກ້າ ນັກກິລາໜຸ່ມນ້ອຍລາວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ

ນ້ອງ ອອດສະກ້າ ອາຍຸ 11 ປີ ໜຸ່ມນ້ອຍແຄ່ງລູກເຂົ້າໜຽວ ອອກເດີນທາງຮ່ວມຝຶກຊ້ອມກັບສະໂມສອນ ຄອນເນຢາ ທີ່ປະເທດແອັດສະປາຍ. ກາຍເປັນອີກຂ່າວດີຂອງວົງການກິລາບານເຕະເຍົາວະຊົນລາວ ອີກໜຶ່ງຜົນງານໃນເວທີສາກົນ ທ້າວ ສີນໄຊ ຫຼວງບຸນເຮືອງ ຫຼື...