spot_img
Homeຂ່າວພາຍ​ໃນ8 ທະນາຄານເຊື່ອມໂຍງຕູ້ ATM ຫລາຍກ່ວາ 90% ໃນທົ່ວປະເທດ

8 ທະນາຄານເຊື່ອມໂຍງຕູ້ ATM ຫລາຍກ່ວາ 90% ໃນທົ່ວປະເທດ

Published on

888_7321.23.09.15.5

ຂປລ. ພາຍຫລັງທີ່ມີການຮ່ວມມືພາຍໃຕ້ ໂຄງການເຊື່ອມໂຍງລະບົບຕູ້ ATM ຫລື BConnex ລະຫວ່າງ ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ), ທະນາຄານ ລາວ-ຫວຽດ, ທະນາຄານ ສົ່ງເສີມ ກະສິກໍາ, ທະນາຄານ ພັດທະນາລາວ, ທະນາຄານ ຮ່ວມພັດທະນາ, ທະນາຄານ ເອັສທີຈໍາກັດ ແລະ ທະນາຄານ ມາຣູຮານເຈແປນລາວ, ຄັ້ງຫລ້າສຸດ ກໍໄດ້ຮ່ວມໂຄງການດັ່ງກ່າວ ກັບທະນາຄານ ກຸງສີອະຍຸດທະຍາ ຈໍາກັດມະຫາຊົນ  ເຊິ່ງເປັນທະນາຄານ ແຫ່ງທີ 8 ທີ່ສາມາດເຊື່ອມໂຍງ ລະບົບຕູ້ ATM ຜ່ານລະບົບຮ່ວມ BConnex ຫລາຍກ່ວາ 750 ໜ່ວຍ ທີ່ມີ​ຢູ່ໃນທົ່ວ ສປປ ລາວ ເຮັດໃຫ້ລູກຄ້າທະນາຄານ ສາມາດຖອນເງິນສົດເປັນ ສະກຸນເງິນກີບ ແລະ ກວດຍອດເງິນ ໃນບັນຊີໄດ້ຢ່າງງ່າຍດາຍ ໂດຍຜ່ານຕູ້ ATM ຂອງ 8 ທະນາຄານ.

ການເຂົ້າຮ່ວມການເຊື່ອມໂຍງລະບົບຕູ້ ATM ຫລື BConnex ຂອງທະນາຄານກຸງ ສີອະຍຸດທະຍາ ຈໍາກັດມະຫາຊົນ ໄດ້ຈັດຂຶ້ນໃນວັນທີ 18 ກັນຍາ 2015​ ທີ່ນະຄອນຫລວງວຽງຈັນ, ໂດຍການເຂົ້າຮ່ວມຂອງທ່ານ ພູໂຂງ ຈັນທະຈັກ ຮັກສາການຜູ້ອໍານວຍການ ທຄຕລ ເຊິ່ງໃນຜ່ານມາ ທຄຕລ ກັບ ທະນາຄານກຸງສີອະຍຸດທະຍາ ໄດ້ມີການຮ່ວມມືສ້າງສິດທິພິເສດ ໃຫ້ແກ່ລູກຄ້າຂອງທັງ 2 ທະນາຄານ ຄື ຜູ້ທີ່ຖືບັດ ATM ບັດນັກສຶກສາ, ບັດ CUP, ບັດ VISA ຂອງ ທຄຕລ ສາມາດຖອນເປັນເງິນບາດສະກຸນເງິນໄທ ຈາກຕູ້ ATM 5.300 ຕູ້ຂອງທະນາຄານ ກຸງສີອະຍຸດທະຍາ ຈໍາກັດມະຫາຊົນ ຢູ່ທີ່ປະເທດໄທ ໂດຍໄດ້ຮັບສ່ວນຫລຸດ 20% ຂອງຄ່າທໍານຽມ ໃນການຖອນເງິນສົດ ແຕ່ລະຄັ້ງ ແລະ ບັດ CUP, ບັດ VISA ຂອງທະນາຄານ ກຸງສີອະຍຸດທະຍາ ສາມາດຖອນເປັນເງິນກີບ ຈາກຕູ້ ATM ຂອງ ທຄຕລ ແລະ ໄດ້ຮັບສ່ວນຫລຸດ 20% ຂອງຄ່າທໍານຽມ ໃນການຖອນແຕ່ລະຄັ້ງ ເຊັ່ນດຽວກັນ.

ທ່ານ ນັນທະລາດ ແກ້ວປະເສີດ ຄະນະອໍານວຍການ ທຄຕລ ຢືນຢັນວ່າ: ການເຊື່ອມໂຍງລະບົບຕູ້ ATM ໄດ້ສະແດງໃຫ້ເຫັນຄວາມເປັນຈິດໜຶ່ງ ໃຈດຽວກັນທີ່ຕ້ອງການພັດທະນາລະບົບບໍລິການຕ່າງໆຂອງ ທະນາຄານພາຍໃນ ໃຫ້ທັນສະໄໝ ເພື່ອກ້າວສູ່ປະຊາຄົມ ເສດຖະກິດອາຊຽນ ( AEC ), ໂຄງການນີ້ ເປັນໜຶ່ງໃນບັນດາໜ້າວຽກທີ່ສໍາຄັນ ທີ່ເຮັດໃຫ້ທະນາຄານຂອງຕ່າງປະເທດເຫັນຄວາມສາມາດ ແລະ ຄວາມຮ່ວມ​ມືກັນຂອງທະນາຄານລາວ, ໃນຂະນະນີ້ ປະຊາຊົນ ຫລື ລູກຄ້າ ໄດ້ນໍາໃຊ້ BConnex ນັບມື້ຫລາຍຂຶ້ນ ແລະ ການເຊື່ອມໂຍງລະບົບຕູ້ ATM ສາມາດ ຄວບຄຸມການບໍລິການ ໄດ້ຫລາຍກ່ວາ 90% ໃນຂອບເຂດທົ່ວປະເທດ.

ຜູ້ອໍານວຍການໃຫຍ່ ກຸ່ມລູກຄ້າທະນາຄານທຸລະກິດຍີ່ປຸ່ນ ແລະ ບໍລິສັດຂ້າມຊາດ ທະນາຄານກຸງສີອະຍຸດທະຍາ ຈໍາກັດ ມະຫາຊົນ, ທ່ານ Masaaki Suzuki ກ່າວວ່າ: ເປັນບາດກ້າວສໍາຄັນຂອງລະບົບທະນາຄານທັງ 2 ປະເທດທີ່ມີການເຊື່ອມໂຍງລະບົບຕູ້ ATM ຮ່ວມກັນ ແລະ ກໍເປັນທະນາຄານແຫ່ງທໍາອິດ ຈາກປະເທດໄທ ເປັນທະນາຄານ ລໍາດັບທີ 8 ໃນສປປ ລາວ ທີ່ໄດ້ເຂົ້າຮ່ວມໂຄງການ BConnex ເຊິ່ງຈະອໍານວຍຄວາມ ສະດວກ ໃຫ້ລູກຄ້າບັດ ATM ຂອງທະນາຄານກຸງສີ ໃນ ສປປ ລາວ ກັບສະມາຊິກ 7 ທະນາຄານ ໃຫ້ສາມາດເຮັດທຸລະກໍາ ຜ່ານຕູ້ ATM ໄດ້ຫລາຍກ່ວາ 750 ໜ່ວຍ ໃນສປປ ລາວ, ບໍ່ສະເພາະເທົ່ານັ້ນ ແຕ່ມັນຍັງບົ່ງບອກເຖິງ ຄວາມພ້ອມ ຂອງລະບົບການເງິນ-ການທະນາຄານ ຂອງ ສປປ ລາວ ກ້າວສູ່ AEC ໃນທ້າຍປີ 2015 ອີກດ້ວຍ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...