spot_img
Home​ຂ່າວທ່ອງທ່ຽວວັດສີມຸງຄຸນເມືອງຊຳໃຕ້ ບູຮານສະຖານທີ່ຖືກລືມ?

ວັດສີມຸງຄຸນເມືອງຊຳໃຕ້ ບູຮານສະຖານທີ່ຖືກລືມ?

Published on

ວັດສີມຸງຄຸນຊຳໃຕ້
ວັດສີມຸງຄຸນ ເມືອງຊຳໃຕ້

ໄປອ່ານພໍ້ ບົດຄວາມຂອງບຸກຄົນຜູ້ໜຶ່ງ ແອັດມິນເດົາວ່າເປັນນັກຄົ້ນຄວ້າ ທີ່ເປັນຄົນໄທເຊື້ອສາຍລາວ ໃນເຟສບຸກຊື່ Kay Intarasopa ຂຽນເອົາໄວ້ຢ່າງໜ້າສົນໃຈ ກ່ຽວກັບວັດແຫ່ງໜຶ່ງ ຊື່ວັດ ສີມຸງຄຸນ ເມືອງຊຳໃຕ້ ແຂວງຫົວພັນ ໂດຍມີບົດຄວາມດັ່ງນີ້:

ຕາມທີ່ຂ້າພະເຈົ້າໄດ້ສຶກສາເອກະສານ “ໃບຈູມຫຼືໃບຈຸ້ມ” ຫຼື “ໜັງສືພະລາຊະອົງການ” ຂອງອານາຈັກລ້ານຊ້າງ ທີ່ເກັບຮັກສາໄວ້ທີ່ຫໍສະໝຸດແຫ່ງຊາດ ຂອງໄທ ມີເອກະສານໃບຈຸ້ມ 3 ສະບັບ ທີ່ເຮັດໃຫ້ຂ້າພະເຈົ້າແນ່ໃຈວ່າ ວັດສີມຸງຄຸນ ເມືອງຊຳໃຕ້ນັ້ນ ສ້າງຂຶ້ນໂດຍພະຍາສີມຸງຄຸນ ຫົວພັນເມືອງຊຳໃຕ້ ເອກະສານທັງ 3 ສະບັບໄດ້ແກ່

ໃບຈຸ້ມເລກທີ 2 ຂອງທ້າວອົງລອງ ມີໄປຍັງພະຍາສີມຸງຄຸນ ຫົວພັນເມືອງຊຳໃຕ້

ໃບຈຸ້ມເລກທີ 1 ຂອງເຈົ້າອຸປະຮາດນອງ ຫຼືທ້າວນອງ ມີໄປຍັງພະຍາສີມຸນເມືອງ ຫົວພັນເມືອງຊຳໃຕ້

ໃບຈຸ້ມເລກທີ 15 ຂອງເຈົ້າອົງບຸນ ຫຼືພະເຈົ້າສິລິບຸນຍະສານ ມີໄປຍັງພະຍາສີມຸງຄຸນ ບຸນເຮືອງອຸດໄທທານີ ຫົວພັນເມືອງຊຳໃຕ້

ໃບຈຸ້ມເລກທີ 1
ໃບຈຸ້ມເລກທີ 1 ຂອງເຈົ້າອຸປະຮາດນອງ ຫຼືທ້າວນອງ ມີໄປຍັງພະຍາສີມຸນເມືອງ ຫົວພັນເມືອງຊຳໃຕ້
ໃບຈຸ້ມເລກທີ 2
ໃບຈຸ້ມເລກທີ 2 ຂອງທ້າວອົງລອງ ມີໄປຍັງພະຍາສີມຸງຄຸນ ຫົວພັນເມືອງຊຳໃຕ້
ໃບຈຸ້ມເລກທີ 15
ໃບຈຸ້ມເລກທີ 15 ຂອງເຈົ້າອົງບຸນ ຫຼືພະເຈົ້າສິລິບຸນຍະສານ ມີໄປຍັງພະຍາສີມຸງຄຸນ ບຸນເຮືອງອຸດໄທທານີ ຫົວພັນເມືອງຊຳໃຕ້

ໃບຈຸ້ມເລກທີ 2 ເຊິ່ງເປັນໃບຈຸ້ມຂອງ ເຈົ້າອົງລອງຫຼືພະນາມໃນໃບຈຸ້ມວ່າ ສົມເດັດບໍລົມມະບໍພິດ ພະມະຫາທັນລະມິກ ລາຊາທິລາດຈັກກະພັດພູມິນ ທະລາມະຫາອຸປະຮາດເຈົ້າ ລົງສັກກະຫຼາດ 100 (ຄືຈຸລະສັກກະລາດ 1100) ຫຼື ພສ 2281 ຄວາມໂດຍຫຍໍ້ວ່າ:
“ຊົງພະລາຊະກະລຸນາ ໃສ່ຫົວພະຍາສີມຸງຄຸນ (ຫົວພັນເມືອງຊຳໃຕ້) ພະຍາສີບູລົມມະລາຊາ (ແສນເມືອງ) ແລຂຸນເມືອງຊຳໃຕ້ ໃຫ້ພ້ອມກັນພີພັກຮັກສາລູກຫຼານ ໝູ່ຊຸມຂ້າໂອກາດ ຢາຍທານ ສັບພະນ້ຳໜອງກອງຂ້ອຍ ຊາວບ້ານຊາວເມືອງ ເຂດແດນເມືອງຊຳໃຕ້ທັງມວນ ກ້ຳຕາເວັນອອກຜາໄດເປັນເຂດ ຕາເວັນຕົກແມ່ນ້ຳຫາງໜູເປັນເຂດ ທາງໃຕ້ສົບເຄິນ ທາງເໜືອພູແກວແດນຫິນຕັ້ງເບ້ຍ ເປັນເຂດດິນເມືອງ ຊຳໃຕ້ມີແຕ່ໃດໃຫ້ພະຍາສີມຸງຄຸນ ພະຍາສີບູລົມລາຊາ ແລຂຸນເມືອງຊຳພິພັກຮັກສາໄວ້ໃຫ້ດີ”

ພາຍຫຼັງເຈົ້າອຸປະຮາດນອງຫຼືທ້າວນອງ ຊິລາຊະສົມບັດຈາກເຈົ້າອົງລອງ ຂຶ້ນນັ່ງເມືອງວຽງຈັນ ມີພະລາຊະອົງການໄປຍັງເມືອງຊຳໃຕ້ ແຕ່ງຕັ້ງພະຍາສີມູນເມືອງເປັນ ຫົວພັນເມືອງຊຳໃຕ້ ແທນພະຍາສີມຸງຄຸນ ດັ່ງຄວາມໃນໃບຈຸ້ມເລກທີ 1 ທີ່ເອີ້ນທ້າວນອງວ່າ ສົມເດັດບູລົມມະບໍພິດ ພະໂພສາທຳມິກະລາຊາ ໄຊຍະຈັກກະພັດພູມິນທາທິລາດ ສົມເດັດພະເປັນເຈົ້າອົງຄະ ເປັນພະຢູ່ຫົວ ລົງສັກກະຫຼາດໄວ້ວ່າ ສັກກະລາດ 104 ຕົວ (ຈຸລະສັກກະລາດ 1104) ຫຼື ພສ 2285 ຄວາມໃນໃບຈຸມວ່າ:

“ຊົງພະລາກະລຸນາປະສິດທິຈູມດວງນີ້ ໃສ່ຫົວພະຍາສີມູນເມືອງ ຫົວພັນຊຳໃຕ້ ແລຂຸນເມືອງທັງມວນໃຫ້ພິພັກຮັກສາ ແຕ່ງແປງຫົວພັນເມືອງຊຳໃຕ້ ເຂດແດນຕາແສງເມືອງຊຳໃຕ້ ຕາເວັນອອກ ກ້ຳໃຕ້ ກ້ຳເໜືອ ແຕ່ກ່ອນຮອດຄາໃດ ໃຫ້ພະຍາສີມູນເມືອງຫົວພັນ ຂຸນເມືອງທັງມວນ ພ້ອມກັນແຕ່ງແປງຕາມຈາຮີດ”

ຫຼັງຈາກນັ້ນເຈົ້າອົງບຸນ (ໂອລົດເຈົ້າອົງລອງ) ນຳກຳລັງຈາກເມືອງໜອງບົວ ຊິງອຳນາດຈາກທ້າວນອງໄດ້ສຳເລັດ ຂຶ້ນນັ່ງເມືອງວຽງຈັນ ພະນາມວ່າ ພະເຈົ້າສິລິບຸນຍະສານ ການນີ້ ພະເຈົ້າສິລິບຸນຍະສານ ຄົງໄດ້ສົ່ງຕຳແໜ່ງໃຫ້ແກ່ພະຍາສີມຸງຄຸນ ໂດຍເລື່ອນບັນດາສັກເປັນ ພະຍາສີມຸງຄຸນບຸນເຮືອງອຸໄທທານີ ຕາມໃບຈຸ້ມເລກທີ 15 ລົງສັກກະລາດໄວ້ວ່າ ສັກກະລາດຮ້ອຍ 35 ຕົວ (ຈຸລະສັກກະລາດ 1135) ຫຼື ພສ 2316 ຄວາມໃນໃບຈຸ້ມວ່າ

“ຊົງພະລາຊະກະລຸນາໃສ່ຫົວ ພະຍາສີມຸງຄຸນບຸນເຮືອງອຸດໄທທານີ ຫົວພັນເມືອງຊຳໃຕ້ ແລພະຍາສີບູລົມ (ແສນເມືອງໄດ້ຮັບການສົ່ງຄືນຕຳແໜ່ງ ເຊັ່ນກັນ) ຂຸນເມືອງທັງມວນໃຫ້ພ້ອມແຕ່ງແປງ ຕູ້ມປົກກົກຫອມລູກຫຼານ ໝູ່ຊຸມຂ້ອຍໄພ່ໃນເມືອງຊຳໃຕ້ ຢ່າໃຫ້ສວ່ານເສນໜີໄປໃຕ້ເມືອເໜືອທີ່ໃດ ……”

ພະຍາສີມຸງຄຸນ ຫົວພັນເມືອງຊຳໃຕ້ຜູ້ນີ້ ນ່າຈະເປັນຜູ້ສ້າງວັດສີມຸງຄຸນຂຶ້ນ ຕັ້ງແຕ່ສະໄໝເຈົ້າອົງລອງ ຄືໃນລະຫວ່າງປີ ພສ 2273-2283 ແລະນ່າຈະໄດ້ຊ່າງເມືອງພວນ ມາເປັນຜູ້ສ້າງວັດນີ້ ເພາະສິລະປະຂອງວັດ ເປັນສິລະປະອອກໄປເມືອງພວນ ຊຽງຂວາງ.

ແຕ່ຫຼັງຈາກປີ ພສ 2283 ພະຍາສີມຸງຄຸນ ຖືກເຈົ້າອຸປະຮາດນອງ ປົດອອກຈາກຕຳແໜ່ງ ຕັ້ງພະຍາສີມຸນເມືອງຂຶ້ນ ເປັນົວພັນຊຳໃຕ້ແທນ ແຕ່ພໍຫຼັງເຈົ້າອຸງບຸນຍຶດອຳນາດຄືນໄດ້ ໃນປະມານປີ ພສ 2294 ຈຶ່ງໄດ້ແຕ່ງຕັ້ງພະຍາສີມຸງຄຸນ ຂຶ້ນເປັນຫົວພັນເມືອງຊຳໃຕ້ ໃນຕຳແໜ່ງພະຍາສີມຸງຄຸນບຸນເຮືອງອຸດໄທທານີ ອີກຄັ້ງໜຶ່ງຕາມທີ່ສະໄໝ ພະລາຊະບິດາ ຫຼືພໍ່ (ເຈົ້າຂອງລອງ) ໄດ້ເຄີຍໄວ້ໃຈໃຊ້ງານ.

ພະຍາສີມຸງຄຸນຜູ້ນີ້ນ່າຈະເປັນຜູ້ມີອຳນາດ ແລະບາລະມີພໍສົມຄວນ ແລະສ້າງຄວາມຈະເລີນໃຫ້ແກ່ຊຳໃຕ້ບໍ່ນ້ອຍ ວັດວາອາຮາມຄົງໄດ້ຮັບການອຸ້ມຊູ ເປັນຢ່າງດີ ກ່ອນທີ່ວັດສີມຸງຄຸນຈະກາຍເປັນວັດຮ້າງໃນປັດຈຸບັນ.

ເຂດແນເມືອງຊຳໃຕ້ນັ້ນ ມີກ່າວໃນໃບຈຸ້ມຄື ກ້ຳຕາເວັນອອກຜາໄດເປັນເຂດ ຕາເວັນຕົກນ້ຳຫາງໜູເປັນເຂດ ທາງໃຕ້ສົບເຄິນ ທາງເໜືອພູແກວແດນດິນຫິນຕັ້ງເບ້ຍ ເປັນເຂດດິນເມືອງ.


ທ່ານຜູ້ອ່ານທີ່ເຄົາລົບ ວັດສີມຸງຄຸນ ເມືອງຊຳໃຕ້ ຈະແມ່ນ ພະຍາສີມຸງຄຸນ ເປັນຜູ້ນຳພາສ້າງຫຼືບໍ່ກໍຕາມ ແຕ່ວັດດັ່ງກ່າວນີ້ແມ່ນຊັບສົມບັດ ອັນເກົ່າແກ່ ລ້ຳຄ່າ ທີ່ຫາໄດ້ບໍ່ທໍ່ໃດແຫ່ງໃນປະເທດລາວ ເຫດອັນໃດວັດນີ້ຈຶ່ງຖືກປະປ່ອຍຮ້າງ ໂດຍບໍ່ມີການປົກປັກຮັກສາ ແທນທີ່ຈະມີການອະນຸລັກຮັກສາໄວ້ ໃຫ້ເປັນມໍລະດົກແກ່ລູກແກ່ຫຼານ ໃຫ້ໄດ້ເຫັນສິລະປະສີໄມ້ລາຍມື ຂອງບັນພະບຸລຸດລາວ.

ຖ້າທ່ານອ່ານແລ້ວ ເກີດຄວາມຮັກ ແລະຫວງແຫນໃນຊັບສົມບັດ ທີ່ເປັນບູຮານສະຖານແຫ່ງນີ້ ຂໍໃຫ້ທ່ານຈົ່ງໄດ້ແຊຂໍ້ມູນນີ້ຕໍ່ໆ ໄປດ້ວຍ.

ວັດສີມຸງຄຸນ ເມືອງຊຳໃຕ້
ວັດສີມຸງຄຸນ ເມືອງຊຳໃຕ້
ວັດສີມຸງຄຸນ ເມືອງຊຳໃຕ້
ວັດສີມຸງຄຸນ ເມືອງຊຳໃຕ້
ວັດສີມຸງຄຸນ ເມືອງຊຳໃຕ້
ວັດສີມຸງຄຸນ ເມືອງຊຳໃຕ້
ວັດສີມຸງຄຸນ ເມືອງຊຳໃຕ້
ວັດສີມຸງຄຸນ ເມືອງຊຳໃຕ້
ວັດສີມຸງຄຸນ ເມືອງຊຳໃຕ້
ວັດສີມຸງຄຸນ ເມືອງຊຳໃຕ້
ວັດສີມຸງຄຸນ ເມືອງຊຳໃຕ້
ວັດສີມຸງຄຸນ ເມືອງຊຳໃຕ້
ວັດສີມຸງຄຸນ ເມືອງຊຳໃຕ້
ວັດສີມຸງຄຸນ ເມືອງຊຳໃຕ້
ວັດສີມຸງຄຸນ ເມືອງຊຳໃຕ້
ວັດສີມຸງຄຸນ ເມືອງຊຳໃຕ້
ວັດສີມຸງຄຸນ ເມືອງຊຳໃຕ້
ວັດສີມຸງຄຸນ ເມືອງຊຳໃຕ້

 

ຂໍຂອບໃຈຂໍ້ມູນແລະຮູບພາບຈາກ: Kay Intarasopa

 

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...