spot_img
Homeຂ່າວຕ່າງປະເທດປະຊາກອນຫວຽດນາມ 43 ລ້ານຄົນ ຫລຸດພົ້ນຈາກຄວາມທຸກຍາກ!

ປະຊາກອນຫວຽດນາມ 43 ລ້ານຄົນ ຫລຸດພົ້ນຈາກຄວາມທຸກຍາກ!

Published on

3_copy 400

ຂປລ. ຕາມ​ຂ່າວ ​ຕ່າງປະ​ເທດ, ວັນ​ທີ 21 ກັນຍາ 2015, ປະຊາກອນ​ຫວຽດນາມ 43 ລ້າ​ນ​ຄົນ ​ຫລຸດ​ພົ້ນ ​ອອກ​ຈາກ ​ຄວາມ​​ທຸກ​ຍາກ, ​ນີ້​ແມ່ນ​ຕົວ​ເລກ​ທີ່ ລັດ​ຖະ​ບານ ຫວຽດ​ນາມ ແລະ ສ​ປ​ຊ ໄດ້​​ປະກາດ ​ໝາກ​ຜົນ 15 ປີ ​ແຫ່ງ​ ການ​ປະ​ຕິ​ບັດ​ ເປົ້າ​ໝາຍ​ ສະ​ຫັດ​ ສະ​ວັດ​ຢູ່ ຫວຽດ​ນາມ ໂດຍ​ກະ​ຊວງ ​ແຜນ​ການ ແລະ ການ​ລົງ​ທຶນ ​ຫວຽດ​ນາມ ຈັດ​ຕັ້ງ​ຂຶ້ນ​ຢູ່ ນະຄອນຫລວງ ຮ່າ​ໂນ້ຍ ຂອງຫວຽ​ດນາມ.

ໃນ​ບົດ​ລາຍ​ງານ ​ໄລ​ຍະ15 ປີ ແຕ່​ປີ 2001-2015 ​ໄດ້​ຊີ້​ໃຫ້​ເຫັນ ການຈະ​ເລີນ ​ເຕີບ​ໂຕ ​ເສດ​ຖະ​ກິດ​ ຂອງ​ຫວຽດ​ນາມ ​ບັນ​ລຸ​ ໃນ​ລະ​ດັບ​ສູງ ​ພໍ​ສົມ​ຄວນ ​ໂດຍສະ​ເພາະ ໄລ​ຍະ 2000-2008 ສາມາດ ບັນ​ລຸ ​ສະ​ເລ່ຍ ກວ່າ 7% / ປ​ີ. ນອກ​ນີ້​ ຍັງ​ໄດ້ສຳ​ເລັດ ​ເປົ້າ​ໝາຍ ​ສະ​ຫັດ ​ສະ​ວັດ ​ໃນ​ການລົບ​ລ້າງ ​ຄວາມ​​ທຸກ​ຍາກ, ບັນ​ລຸ​ ການ​ສຶກ​ສາ​ ຂັ້ນ​ປະ​ຖົມ ​ພາກ​ບັງ​ຄັບ, ຊຸກ ​ຍູ້​ ຄວາມ​ສະ​ເ​ໝີພາບ​ ລະ​ຫວ່າງ ​ຍິງ-​ຊາຍ ແລະ ​ຄວາມ​ຄືບໜ້າ ​ໃນ​ບັນ​ດາ ​ຄາດ​ໝາຍ ​ດ້ານ​ສາ​ທາ​ລະ​ນະ​ສຸກ. ຂະນະ​ນີ້ ຫວຽດ​ນາມ ​ໄດ້​ລະ​ດົມ​ ແຫລ່ງ​ກຳ​ລັງ ເພື່ອ​ນຳ​ເອົາ​ ບັນດາ ​​ຜົນ​ງານ ອັນ​ໃຫຍ່​ຫລວງ ກ່ຽວ​ກັບ​ ການ​ເຕີບ​ໂຕ ​ເສດ​ຖະ​ກິດ ແລະ ການ​ລົບ​ລ້າງ ​ຄວາມ​​ທຸກ​ຍາກ ມາສູ່​ປະ​ເທດ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...