Homeວິທະຍາສາດ-ວິທະຍາການບໍ່ແມ່ນແຕ່ໃນໜັງ! ນັກວິທະຍາສາດເລີ່ມປະດິດ "ຜ້າຄຸມລ່ອງຫົນ"

ບໍ່ແມ່ນແຕ່ໃນໜັງ! ນັກວິທະຍາສາດເລີ່ມປະດິດ “ຜ້າຄຸມລ່ອງຫົນ”

Published on

4aba932b8f71ded90acf86470de35a2a

ຜ້າ​ຄຸມ​ລ່ອງ​ຫົນ ເປັນ​ຂອງ​ວິ​ເສດ​ທີ່​ມັກ​ຈະ​ປາກົດ​ຢູ່ໃນ​ນິ​ຍາຍ ​ຫລື ​ຮູບເງົາ​ຢູ່​ເລື້ອຍໆ ບໍ່​ວ່າ​ຈະ​ເປັນ​ສະ​ຕາລ໌​ເທກ ຫລື​ແຮລ໌​ຣີ່ ພອດ​ເຕີລ໌ ແຕ່​ຫລ້າ​ສຸດ ເລື່ອງ​​ເຫລົ່າ​ນີ້​ເລີ່ມ​ເປັນ​ຈິງ​ຂຶ້ນ​ມາ​ແລ້ວ ເມື່ອ​ນັກ​ວິທະຍາ​ສາດ​ທີ່​ ເບີ​ກີ ໄດ້​ຄິດ​ຄົ້ນ​ຜ້າ​ຄຸມ​ບາງ​ພິເສດ​ທີ່​ສາມາດ​ຮຽນ​ແບບ​ຮູບ​ຮ່າງ​ຂອງ​ວັດ​ຖຸ ​ແລະ ​ປົກ​ປິດ​ບໍ່​ໃຫ້​ຖືກ​ແສງ​ທີ່​ເບິ່ງເຫັນ​ໄດ້​ກວດ​ຈັບ​ໄດ້ ເຖິງວ່າ​ຜ້າ​ຄຸມ​ນີ້​ຈະ​ຍັງມີ​ຂະໜາດ​ນ້ອຍ​ລະ​ດັບ​ໄມ​ໂຄຣ​ແມັດ ແຕ່​ຫລັກ​ການ​ທີ່​ຢູ່​ເບື້ອງ​ຫລັງ​ເທກ​ໂນ​ໂລ​ຍີ​ນີ້​ສາມາດ​ນຳ​ໄປ​ຕໍ່ຍ​ອດ​ເພື່ອ​ສ້າງ​ຜ້າ​ຄຸມ​ລ່ອງ​ຫົນ​ໃນ​​ທີ່​ໃຫຍ່​ຕໍ່ໄປ​ໄດ້

ນັກ​ວິທະຍາ​ສາດ​ທີ່​ສະ​ຖາ​ບັນ​ວິ​ໄຈ​ແຫ່ງ​ຊາດ​ລໍ​ເລນຊ໌ ເບີ​ກີ (ເບີ​ກີ​ແລັບ) ແລະ​ມະຫາ​ວິທະຍາ​ໄລ​ແຄ​ລິ​ຟໍ​ເນຍ ເບີ​ກີ ເຮັດ​ວິ​ໄຈ​ກັບ​ບຣັອກ​ຮູບ​ຮ່າງ​ຄ້າຍ​ດິນຈີ່​ທີ່​ເຮັດ​ຈາກ”ນາ​ໂນ​ແອນ​ເທນ​ນາ”ທອງ​ຄຳ ເຮັດໃຫ້​ໄດ້​ຜ້າ​ຄຸມ​ຜິວ​ທີ່​ໜາ 80 ນາ​ໂນ​ແມັດ ທີ່​ສາມາດ​ຫໍ່​ຫຸ້ມ​ວັດ​ຖຸ 3 ມິ​ຕິ​ຂະໜາດ​ເທົ່າ​ເຊນ​ຂອງ​ສິ່ງ​ມີ​ຊີວິດ ແລະ​ຄຸມ​ໄປ​ຕາມ​ພື້ນ​ຜິວ​ທີ່​ມີ​ຕຸ່ມ ແລະ​ ຂຸມ​ເລິກ​ໄດ້ ພື້ນ​ຜິວ​ຂອງ​ຜ້າ​ຄຸມ​ນີ້​ຖືກ​ອອກ​ແບບ​ໃຫ້​ສາມາດ​ປ່ຽນ​ທິດ​ທາງ​ຂອງ​ຄື່ນ​ແສງ​ສະ​ທ້ອນ​ເພື່ອ​ໃຫ້​ວັດ​ຖຸ​ນັ້ນ​ຖືກ​ເບິ່ງເຫັນ​ຄື​ກັບ​ວ່າ​ມັນ​ລ່ອງ​ຫົນ​ຢູ່​ແທ້ ເຮັດໃຫ້​ເຄື່ອງ​ມື​ກວດ​ຈັບ​ທາງ​ແສງ​ບໍ່​ສາມາດ​ກວດ​ຈັບ​ວັດ​ຖຸ​ນັ້ນ​ໄດ້​ເມື່ອ​ມີ​ຜ້າ​ຄຸມ​ລ່ອງ​ຫົນ​ນີ້​ຄຸມ​ຢູ່ ໂດຍ​ງານ​ວິ​ໄຈ​ນີ້​ໄດ້ຮັບ​ການ​ເຜີຍແຜ່​ໃນ​ວາລະ​ສານ​ວິ​ຊາ​ການ  Science ແລ້ວ

“ນັບ​ເປັນ​ເທື່ອ​ທຳອິດ​ທີ່​ວັດ​ຖຸ​ສາມ​ມິ​ຕິ​ຮູບ​ຮ່າງ​ແປກ​ສາມາດ​ຖືກ​ຄຸມ​ເຮັດໃຫ້​ບໍ່​ສາມາດ​ເບິ່ງເຫັນ​ໄດ້​ໃນ​​ຄື່ນ​ແສງ​ທີ່​ເບິ່ງເຫັນ​ໄດ້” ຊຽງ ຈາງ ຜູ້​ອຳ​ນວຍ​ການ​ສູນ​ວິ​ໄຈ​ວັດ​ສະດຸ​ສາດ ທີ່​ ເ​ບີ​ກີ​ແລັບ ເຜີຍ ໂດຍ​ວັດ​ສະດຸ​ຊະນິດ​ນີ້​ມີ​ໂຄງ​ສ້າງ​ລະ​ດັບ​ນາ​ໂນ​ທີ່​ຖືກ​ຕັດ​ແປງ​ເຮັດໃຫ້​ມີ​ຄຸນສົມບັດ​ທາງ​ແມ່​ເຫລັກ​ໄຟ​ຟ້າ​ທີ່​ບໍ່​ໄດ້​ພົບ​ໄດ້​ໃນ​ທຳມະຊາດ

“ຜ້າ​ຄຸມ​ບາງ​​ຂອງ​ເຮົາ​ຕອນ​ນີ້​ເບິ່ງ​ຄືກັບ​ຜ້າ ອອກ​ແບບ​ແລະ​ປະກອບ​ງ່າຍ ແລະ​ສາມາດ​ນຳ​ໄປ​ຕໍ່ຍ​ອດ​ຂະໜາດ​ໃຫຍ່​ເພື່ອ​ຄຸມ​ວັດ​ຖຸ​ລະ​ດັບ​ໃຫຍ່​ໄດ້”

ການ​ທີ່​ເຮົາ​ເບິ່ງເຫັນ​ວັດ​ຖຸ​ຕ່າງໆ​ໄດ້​ກໍ​ເພາະ​ເກີດ​ຈາກແສງ​ທີ່​ເບິ່ງເຫັນ​ໄດ້ ເຮົາ​ສາມາດ​ຫລີກ​ລ້ຽງ​ກົດ​ທີ່​ຄວບ​ຄຸມ​​ກິ​ລິ​ຍາ​ໃນ​ວັດ​ຖຸ​ທຳມະຊາດ​ນີ້​ໄດ້​ໂດຍ​ການ​ໃຊ້​ວັດ​ຖຸ​ພິເສດ​ທີ່​ມີ​ຄຸນສົມບັດ​ພິເສດ​ທາງ​ແສງ​ທີ່​ເກີດ​ຈາກ​ໂຄງ​ສ້າງ​ທາງ​ຟິ​ສິກ (ແທນ​ທີ່​ຈະ​ສຶກ​ສາ​ເລື່ອງ​ອົງ​ປະກອບ​ທາງ​ເຄ​ມີ​ຢ່າງ​ດຽວ) ຈາງ​ແລະ​ທີມ​ວິ​ໄຈ​ໄດ້​ທຸ່ມເທ​ຄວາມ​ພະຍາຍາມ​ຫລາຍ​ສິບ​ປີ​ໃນ​ການ​ຄວບ​ຄຸມ​ວິ​ຖີ​ຂອງ​ແສງ​ໃຫ້​ໂຄ້ງ​ຫລື​ພະຍາຍາມ​ຈະ​ປ່ຽນ​ໃຫ້​ໄປ​ທາງ​ຫລັງ ອັນ​ເປັນ​ປາກົດ​ການ​ທີ່​ຈະ​ບໍ່​ເກີດ​ຂຶ້ນ​ໃນ​ວັດ​ຖຸທາງ​ທຳມະຊາດ ແລະ​ຈະ​ເປັນ​ປາກົດ​ການ​ທີ່​ເຮັດໃຫ້​ວັດ​ຖຸ​ນັ້ນ​ກວດ​ຈັບ​ບໍ່​ໄດ້​ດ້ວຍ​ສາຍ​ຕາ ໃນ​ອະ​ດີດ​ນັ້ນ ຜ້າ​ຄຸມ​ລ່ອງ​ຫົນ​ເປັນ​ຜ້າ​ຄຸມ​ທີ່​ຂ້ອນ​ຂ້າງ​ໃຫຍ່​ ​ແລະ​ ນຳ​ໄປ​ຂະຫຍາຍ​ຂະໜາດ​ໄດ້​ຍາກ ລວມ​ເຖິງ​ຈະ​ເກີດ​ຄວາມ​ແຕກ​ຕ່າງ​ລະຫວ່າງ​ຜ້າ​ຄຸມ​ກັບ​ສາກ​ຫລັງ ເຮັດໃຫ້​ເຖິງແມ່ນ​ເຮົາ​ຈະ​ເບິ່ງບໍ່ເຫັນ​ວັດ​ຖຸ​ທີ່​ຜ້າ​ຄຸມ​ຄຸມ​ຢູ່ ແຕ່​ເຮົາ​ກໍ​ເບິ່ງເຫັນ​ຕົວ​ຜ້າ​ຄຸມ​ເອງ​ຢູ່​ດີ

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...