Homeຂ່າວພາຍ​ໃນທ່ານອາຊາງ ລາວລີ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ

ທ່ານອາຊາງ ລາວລີ ລົງເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງໄຊຍະບູລີ

Published on

wed25sep6

ໃນລະຫວ່າງວັນທີ22- 23 ກັນຍາ 2013 ທ່ານອາ ຊາງ ລາວລີ ຮອງນາຍົກລັດ ຖະມົນຕີ, ຜູ້ຊີ້ນຳວຽກງານວັດ ທະນະທຳ-ສັງຄົມພ້ອມ ດ້ວຍຄະນະໄດ້ເດີນທາງ ເຄື່ຶອນໄຫວ, ຊຸກຍູ້ ແລະ ຕິດ ຕາມການຈັດຕັ້ງປະຕິບັດ ແຜນພັດທະນາເສດຖະກິດ-ສັງຄົມ ຢູ່ແຂວງໄຊຍະບູລີ. ໂດຍໄດ້ຮັບການຕ້ອນຮັບ ຢ່າງອົບອຸ່ນຈາກການນຳຂອງ ແຂວງ.
ໃນໂອກາດດັ່ງກ່າວທ່ານ ຮອງນາຍົກລັດຖະມົນຕີພ້ອມ ດ້ວຍຄະນະກໍ່ໄດ້ຮັບຟັງການ ລາຍງານສະພາບພົ້ນເດັ່ນໃນ ການຈັດຕັ້ງປະຕິບັດແຜນພັດ ທະນາເສດຖະກິດ-ສັງຄົມ 11
ເດືອນຂອງແຂວງ ໂດຍ ທ່ານ  ດຣ ລຽນ ທິແກ້ວ ເຈົ້າແຂວງ ໄຊຍະບູລີ ເຊິ່ງທົ່ວແຂວງຍັງ ຮັກສາໄດ້ສະຖຽນລະພາບ ທາງດ້ານການເມືອງອັນໝັກ ແໜ້ນ, ມີຄວາມສະຫງົບປອດ ໄພ ແລະ ມີຄວາມເປັນລະ ບຽບຮຽບຮ້ອຍໃນສັງຄົມ, ອັນ
ເປັນພື້ນຖານອັນດີໃຫ້ແກ່ ການພັດທະນາເສດຖະກິດ-ສັງຄົມ ແລະ ການແກ້ໄຂ ຄວາມທຸກຍາກຂອງປະຊາ ຊົນນັບມື້ນັບດີຂຶ້ນ.ລວມຍອດ ຜະລິດຕະພັນພາຍໃນບັນລຸ 5.200 ກວ່າຕື້ກີບ, ອັດຕາ ການເຕີບໂຕຂອງເສດຖະກິດ ບັນລຸ 10%, ລາຍຮັບສະເລ່ຍ  ບັນລຸ 1.850 ໂດລາຕໍ່ຄົນຕໍ່ປີ ລຶ່ນຄາດໝາຍທີ່ວາງໄວ້.ພ້ອມດຽວກັນນັ້ນ,ກໍ່ໄດ້ຮັບຟັງ ສະພາບການປະຕິບັດລາຍ ຮັບ-ລາຍຈ່າຍງົບປະມານ ຂອງລັດ, ການສົ່ງອອກ-ນຳ ເຂົ້າ, ສະພາບການລົງທຶນ ເປັນຕົ້ນການຈັດຕັ້ງປະຕິບັດ ການລົງທຶນຂອງລັດ, ການຜະ
ລິດກະສິກຳ,ສະບຽງອາຫານ, ລ້ຽງສັດ ໂດຍຕິດພັນກັບການ ປຸງແຕ່ງ ແລະ ສົ່ງອອກໄດ້ມີ ການຂະຫຍາຍຕົວ, ການປັກ
ດຳເຂົ້ານາປີບັນລຸຕາມລະ ດັບຄາດໝາຍ. ການຜະລິດ ກະສິກຳເປັນສິນຄ້າສ່ວນໃຫຍ່ໄດ້ບັນລຸຕາມແຜນທີ່ ວາງໄວ້. ພື້ນຖານໂຄງລ່າງໄດ້ ຮັບການແກ້ໄຂໂດຍພື້ນຖານ,  ມີເສັ້ນທາງລົດເຂົ້າເຖິງແລ້ວ  99% ຂອງບ້ານທັງໝົດ. ຂະ ຫຍາຍຕາຂ່າຍໄຟຟ້າໄປເຖິງ ທຸກໆເມືອງ 88% ຂອງຈຳ ນວນຄອບຄົວທັງໝົດ. ພ້ອມ ນັ້ນ, ຍັງໄດ້ສຸມໃສ່ກໍ່ສ້າງລະ ບົບນ້ຳປະປາສຳເລັດ 8 ຕົວ ເມືອງ. ວຽກງານຄຸນນະພາບ ການສຶກສາ ແລະ ສາທາລະ ນະສຸກ ໄດ້ມີການຂະຫຍາຍ ຕົວສະແດງອອກຈາກອັດຕາ ການເຂົ້າຮຽນເພີ່ມຂຶ້ນໄດ້ເອົາ ໃຈໄສ່ຄຸ້ມຄອງແຮງງານຕ່າງ ປະເທດໃຫ້ເຂົ້າສູ່ລະບຽບຫຼັກ ການ, ສູ້ຊົນປະຕິບັດເປົ້າໝາຍ ສະຫັດສະຫວັດດ້ານການ ພັດທະນາໄດ້ມີຜົນສຳເລັດ ຈຳນວນໜຶ່ງ, ວຽກງານການ ກໍ່ສ້າງຮາກຖານການເມືອງ  ພັດທະນາຊົນນະບົດຮອບ ດ້ານ ແລະ ລຶບລ້າງຄວາມທຸກ
ຍາກ. ຄຽງຄູ່ກັບຜົນສຳເລັດທີ່ ພົ້ນເດັ່ນ, ທ່ານເຈົ້າແຂວງຍັງ ໄດ້ຍົກບາງຂໍ້ຄົງຄ້າງທີ່ຈະ ຕ້ອງໄດ້ເອົາໃຈໃສ່ແກ້ໄຂ ລວມທັງທິດທາງ, ຄາດໝາຍ
ລວມແຕ່ນີ້ຮອດປີ 2014.
ຈາກນັ້ນທ່ານຮອງນາຍົກ
ລັດຖະມົນຕີກໍ່ໄດ້ສະແດງ ຄວາມຊົມເຊີຍ ແລະ ຕີລາ ຄາສູງຕໍ່ຜົນງານທີ່ແຂວງສາ ມາດຍາດມາໄດ້ ພ້ອມທັງໃຫ້ ທິດຊີ້ນຳບາງບັນຫາທີ່ຕ້ອງ ໄດ້ເອົາໃຈໃສ່ຄື: ສືບຕໍ່ເສີມ ຂະຫຍາຍວຽກງານການປ້ອງ ກັນຊາດ-ປ້ອງກັນຄວາມສະ ຫງົບພາຍໃນແຂວງ, ແກ້ໄຂ ບັນຫາຫຍໍ້ທໍ້ຕ່າງໆ,ຫ້າມການ ທຳລາຍປ່າສະຫງວນ-ປ່າ ປ້ອງກັນ, ແຂວງ-ເມືອງຕ້ອງ ເອົາໃຈໃສ່ກວດກາຢ່າງເຂັ້ມ ງວດໃນການຕັດໄມ້. ນອກ ນັ້ນ, ທ່ານຍັງໄດ້ເນັ້ນໜັກຕື່ມ ຕໍ່ການດຶງດູດການທ່ອງທ່ຽວ ດ້ວຍຫຼາຍຮູບຫຼາຍແບບຫຼາຍ ວິທີ ລວມທັງສ້າງຄວາມສາ ມາດໃຫ້ພະນັກງານນຳທ່ຽວ ພ້ອມທັງລະດົມໃຫ້ບໍລິສັດ  ທັງພາຍໃນ ແລະ ຕ່າງປະເທດ  ມາລົງທຶນນັບມື້ນັບຫຼາຍຂຶ້ນ   ໂດຍຕິດພັນກັບການຮັກສາ ຮີດຄອງປະເພນີອັນດີງາມ  ຂອງຊາດ ເປັນຕົ້ນ ການນຸ່ງຖື, ພາສາ. ຕໍ່ການຄຸ້ມຄອງແຮງ ງານລາວໄປຕ່າງປະເທດ ແລະ ແຮງງານຕ່າງດ້າວພາຍ ໃນແຂວງກໍ່ໃຫ້ເອົາໃຈໃສ່ ອອກທະບຽນຫຼືຂຶ້ນບັນຊີໃຫ້ ຄົບຖ້ວນ ແລະ ລະອຽດທັງ ປະຕິບັດລະບຽບກົດໝາຍ ຂອງປະເທດເຮົາ. ພ້ອມນັ້ນກໍ່ ຕ້ອງເອົາໃຈໃສ່ຄຸ້ມຄອງບັນ ຫາສິ່ງແວດລ້ອມ, ບັນຫາທີ່ ດິນ ແລະ ການຈັດຕັ້ງປະຕິບັດ  ເປົ້າໝາຍສະຫັດສະຫວັດ ດ້ານການພັດທະນາ. ຫຼັງຈາກ ພົບປະໂອ້ລົມກັບອົງການປົກຄອງແຂວງແລ້ວທ່ານ  ຮອງນາຍົກລັດຖະມົນຕີຍັງ ໄດ້ລົງຕິດຕາມຊຸກຍູ້ໂຄງການ ຕ່າງໆ ເປັນຕົ້ນໂຄງການກໍ່ ສ້າງເຂື່ອນໄຟຟ້າພະລັງນ້ຳ ຂອງ, ໂຮງງານໄຟຟ້າພະລັງ ຄວາມຮ້ອນຫົງສາ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...