spot_img
Homeຂ່າວການພັດທະນາໂຄງການກໍ່ສ້າງນ້ຳປະປາທ່າເດື່ອ ນະຄອນຫລວງວຽງຈັນ ມີຄວາມຄືບໜ້າກ່ວາ 18%

ໂຄງການກໍ່ສ້າງນ້ຳປະປາທ່າເດື່ອ ນະຄອນຫລວງວຽງຈັນ ມີຄວາມຄືບໜ້າກ່ວາ 18%

Published on

fdfa13bcb5ab2b50f7a42ef5d611ac9e

ເມືອງ​ຫາດ​ຊາຍ​ຟອງ ນະຄອນ​ຫຼວງ​ວຽງ​ຈັນ ໄດ້​ຈັດ​ກອງ​ປະຊຸມ​ປຶກສາ​ຫາລື​ຂອງ ​ຄະນະ​ກຳມະການ​ໄກ່​ເກ່ຍ-ແກ້​ໄຂ​ສິ່ງ​ກີດຂວາງ ​ເພື່ອ​ວາງ​ສາຍ​ສົ່ງ​ທໍ່​ນ້ຳ​ປະປາ​ທ່າ​ເດື່ອ ແລະ ພ້ອມ​ທັງ​ປະກອບ​ຄຳ​ຄິດ​ເຫັນ ​ເພື່ອ​ໃຫ້​ມີ​ຄວາມເໝາະ​ສົມ​ລະອຽດ​ຄົບ​ຖ້ວນ ແລະ ຖືກຕ້ອງ​ໃນ​ໂຄງການ​ກໍ່ສ້າງ​ນ້ຳປະປາ​ທ່າ​ເດື່ອ ຂຶ້ນ​ໃນ​ທ້າຍ​ອາທິດ​ຜ່ານ​ມາ ຢູ່​ສະໂມສອນ​ປົກຄອງ​ເມືອງ ໂດຍ​ເປັນ​ປະທານຂອງ​ ທ່ານ ແກ່ນ ວໍລະ​ສານ ຮອງເຈົ້າເມືອງ​ຫາດ​ຊາຍ​ຟອງ ຜູ້​ຮັບຜິດ​ຊອບ​ວຽກ​ງານ​ເສດຖະກິດ ພ້ອມ​ນີ້ ຍັງ​ມີ​ທ່ານ ສຸ​ທິນ ຄຽງສົມບັດ ຫົວໜ້າ​ໂຄງການ ທັງເປັນ​ນັກ​ວິສະວະກອນ​ນ້ຳ​ປະປາທ່າ​ເດື່ອ ມີ​ຕາງໜ້າ​ພະ​ແນກ ​ຍທຂ ນວ ບໍລິສັດ​ຜູ້​ສຳ​ປະທານຈາກ ບໍລິສັດ ວຽງ​ຈັນ​ອໍ​ໂຕ​ເມ​ຊັນແອນ​ໂຊ​ລູ​ຊີງເອັນ​ຈີ​ເນຍ​ຣິງ ຈຳກັດ (VASE) ແລະ ຕາງໜ້າຈາກ​ບໍລິສັດ ລັດ​ວິ​ສາ​ຫະ​ກິດວິສະ​ວະ​ກອນ​ນ້ຳ ແລະ ສິ່ງ​ແວດລ້ອມ ພ້ອມ​ດ້ວຍ​ພະນັກງານ​ວິຊາ​ການ ແລະ ນາຍບ້ານ​ເຂົ້າຮ່ວມ.

ທ່ານ ສຸ​ທິນ ຄຽງ​ສົມບັດ ຫົວໜ້າ​ໂຄງການ​ໄດ້​ລາຍ​ງານວ່າ: ໂຄງການ​ນ້ຳ​ປະປາ​ທ່າ​ເດື່ອ ເປັນ​ໂຄງການ​ທຳ​ອິດ ​ທີ່​ໄດ້​ມີ​ການເຊັນ​ສັນຍາ​ສຳ​ປະທານ​ໃນ​ຮູບແບບ (BOT) ຄື​ເປັນ​ຜູ້​ສຳ​ປະທານລົງທຶນ​ກໍ່ສ້າງດຳເນີນ​ງານ ແລະ ມອບ​ໂອນ​ກິດຈະການ​ໃນ​ກຳນົດເວລາ 35 ປີ ຂອງ​ໄລຍະ​ທີ I ໂດຍມີ​ກຳລັງ​ການ​ຜະລິດ 20.000 ແມັດ​ກ້ອນ​ຕໍ່​ມື້ ແລະ ສາມາດ​ຕໍ່ສັນຍາ​ໄດ້​ອີກ​ໄລຍະ II ກຳນົດເວລາ 15 ປີ​ແລ້ວ ຈາກ​ນັ້ນ ຈຶ່ງມອບ​ໂອນ​ໃຫ້​ກັບ​ລັດຖະບານ ໂຄງການ​ດັ່ງກ່າວ​ນີ້ ​ມີ​ມູນ​ຄ່າ​ການ​ກໍ່ສ້າງ​ທັງ​ໝົດ 19 ລ້ານ​ໂດ​ລາສະຫະລັດ ຫຼື ປະມານ 156 ຕື້ກວ່າ​ກີບ ເຊິ່ງ​ມີ​ບໍລິສັດ​ຜູ້​ສຳ​ປະທານແມ່ນ​ບໍລິສັດ ​ວຽງ​ຈັນ​ອໍ​ໂຕເມ​ຊັນ​ແອນ​ໂຊ​ລູ​ຊັນເອັນ​ຈີ​ເນຍຣິງ ຈຳກັດ (VASE) ເປັນ​ຜູ້​ລົງທຶນ ແລະ ດຳເນີນ​ງານ ໂດຍແມ່ນ​ລັດ​ວິ​ສາ​ຫະ​ກິດ​ນ້ຳ​ປະປານະຄອນຫຼວງ ເປັນ​ເຈົ້າ​ຂອງ​ໂຄງການ ແລະ ມີ​ບໍລິສັດ ​ລັດ​ວິ​ສາຫະ​ກິດວິສະວະກອນ​ນ້ຳ ແລະ ສິ່ງແວດລ້ອມ ເປັນ​ບໍລິສັດ​ທີ່​ປຶກສາ ສຳ​ຫຼວດ​ອອກ​ແບບ ແລະ ຕິດຕາມ​ຄຸ້ມ​ຄອງ​ການ​ກໍ່ສ້າງ ພາຍຫຼັງ​ໂຄງການ​ດັ່ງກ່າວ​ສຳເລັດ ແມ່ນ​ສາມາດ​ຕອບ​ສະໜອງບໍລິການ​ນ້ຳ​ໃຫ້​ແກ່​ພື້ນ​ທີ່ນະຄອນ​ຫຼວງ ເຊິ່ງ​ກວມ​ເອົາຈຳນວນ 28 ບ້ານ​ທີ່​ຂຶ້ນ​ກັບ​ເມືອງຫາດ​ຊາຍ​ຟອງ ແລະ ອີກ​ສ່ວນໜຶ່ງ​ຂອງ​ຂອບ​ເຂດ​ຊາຍ​ແດນເມືອງ​ໄຊ​ເຊດ​ຖາ.

ປັດຈຸບັນ​ໂຄງການ​ດັ່ງກ່າວ ແມ່ນ​ມີ​ຄວາມ​ຄືບ​ໜ້າ​ແລ້ວ 18,35% ຂອງ​ໂຄງການ​ທັງ​ໝົດ ສ່ວນ​ໃນຕໍ່ໜ້າ​ແມ່ນ​ຈະ​ສຸມ​ໃສ່ 3 ໜ້າ​ວຽກຄື: ຈະ​ເລີ່ມ​ຕິດ​ຕັ້ງ​ສະຖາ​ນີ​ດູດ​ນ້ຳ​ດິບ​ໃນ​ຕົ້ນ​ປີ 2016 ແລະ ຈະ​ສືບຕໍ່​ກໍ່ສ້າງ​ລະບົບ​ໂຮງງານ​ນ້ຳ​ປະປາ ແລະ ສາຍ​ທໍ່​ສົ່ງ ຈາກ​ນັ້ນ ຄະນະ​ປະທານ ພ້ອມດ້ວຍ​ຄະນະ​ ຍັງ​ໄດ້​ລົງ​ຕິດຕາມກວດກາ​ເບິ່ງ​ຕົວ​ຈິງ ​ຂອງ​ໂຄງການ​ກໍ່ສ້າງນ້ຳ​ປະປາ​ທ່າ​ເດື່ອ ຕື່ມ​ອີກ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ສົ່ງເສີມການທ່ອງທ່ຽວທາງທຳມະຊາດໃນລາວ ໂອກາດການທ່ອງທ່ຽວໃນເຂດປ່າໄມ້ຂອງລາວແບບເປີດກວ້າງ ພ້ອມກັບສ້າງວຽກເຮັດງານທຳໃຫ້ກັບແມ່ຍິງເຖິງ 75,000 ຄົນ

ກະຊວງ ກະສິກໍາ ແລະ ສິ່ງແວດລ້ອມ ໄດ້ອອກຂໍ້ຕົກລົງ ສະບັບ ເລກທີ 1926/ກປ,ລົງວັນທີ 03 ມິຖຸນາ 2025. ຊຶ່ງຂໍ້ຕົກສະບັບດັ່ງກ່າວນີ້ໄດ້ເປັນປັດໃຈພື້ນຖານໃນການຊຸກຍູ້ ແລະ ສົ່ງເສີມການທ່ອງທ່ຽວທຳມະຊາດ...

ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກເປັນເລຂາຄະນະບໍລິຫານງານພັກ ສປສສ

ຂໍສະແດງຄວາມຊົມເຊີຍ ສະຫາຍນາງ ວຽງທອງ ສີພັນດອນ ໄດ້ຮັບເລືອກຕັ້ງເປັນເລຂາຄະນະບໍລິຫານງານພັກສານປະຊາຊົນສູງສຸດ (ສປສສ) ກອງປະຊຸມໃຫຍ່ສະມາຊິກພັກ ຄັ້ງທີ V ອົງຄະນະພັກສານປະຊາຊົນສູງສຸດ ປິດລົງດ້ວຍຜົນສຳ ເລັດຢ່າງຈົບງາມໃນວັນທີ 11 ກັນຍານີ້ ທີ່ນະຄອນຫຼວງວຽງຈັນ...

ຖືກກັກໂຕແລ້ວ ຈາກກໍລະນີແພດທຳຮ້າຍຮ່າງກາຍຄົນເຈັບ ຢູ່ຫວຽດນາມ ພົບເຄື່ອງມືບໍ່ໄດ້ມາດຕະຖານ ແລະ ບໍ່ມີໃບອະນຸຍາດ

ໃນວັນທີ 11 ກັນຍາ 2025 ທີ່ຜ່ານມາ, ເຈົ້າໜ້າທີ່ຕຳຫຼວດນະຄອນໂຮຈິມິນ ປະເທດຫວຽດນາມ ໄດ້ຈັບກຸມ ນາງ ຫວຽນ ຖິ ຕ່ວນ ຈິງ (Nguyen...

ຮູ້ຈັກກັບ Nepo Kids ກະແສຈາກລູກຫຼານນັກການເມືອງເນປານ ໃຊ້ຊີວິດອວດລວຍທ່າມກາງຄວາມລຳບາກຂອງປະຊາຊົນ

ເມື່ອບໍ່ດົນມານີ້ໄດ້ມີເຫດການປະທ້ວງລັດທະບານໃນປະເທດເນປານ ໃນວັນທີ 09/09/2025, ເຊິ່ງສາເຫດແມ່ນເກີດຈາກການອອກມາດຕະການຫ້າມປະຊາຊົນນໍາໃຊ້ສື່ສັງຄົມອອນລາຍ ແລະ ອີກໜຶ່ງສາເຫດຄືລັດຖະບານ ມີການສໍ້ລາດບັງຫຼວງ ເຮັດໃຫ້ຄົນນລຸ້ນໃໝ່ເກີດຄວາມບໍ່ພໍໃຈ. Nepo Kids ຫຼື ລູກເຈົ້າຫຼານເພິ່ນ ເຊິ່ງປະຊາຊົນວິພາກວິຈານລູກຫຼານນັກງານເມືອງ ເພາະພວກເຂົານັ້ນໄດ້ໃຊ້ຊີວິດຫຼູຫຼາ ແລະ...