Homeຂ່າວຕ່າງປະເທດຈີນ ພວມກຽມສ້າງທາງແລ່ນເຮືອບິນແຫ່ງທີ່ 3 ເທິງເກາະທຽມໃນທະເລຈີນໃຕ້

ຈີນ ພວມກຽມສ້າງທາງແລ່ນເຮືອບິນແຫ່ງທີ່ 3 ເທິງເກາະທຽມໃນທະເລຈີນໃຕ້

Published on

2014-10-09_007 400

ຂປລ. ຕາມ​ຂ່າວ ​ຕ່າງປະ​ເທດ, ວັນ​ທີ 15 ກັນຍາ 2015, ທ່ານ ​ເກຣກ ​ໂພ​ລິງ ຜູ້ອຳນວຍການ ​ໂຄງການ​ ຄວາມ​ໂປ່ງ​ໃສ ​ທາງ​ທະ​ເລ​ອາຊີ ສູນ​ເພື່ອ ​ຍຸດ​ທະ​ສາດ​ ລະຫວ່າງ ​ປະ​ເທດສຶກສາ​ ໃນ​ ສ.ອາ​ເມ​ລິ​ກາ ເປີດ​ເຜີຍ​ວ່າ: ຈີນ​ ພວມ​ກຽມ ການ​ກໍ່​ສ້າງ​ ທາງ​ແລ່ນ​​ເຮືອບິນ ​ແຫ່ງ​ທີ 3 ​ເທິງ​ເກາະ​ທຽມ ​ໜຶ່ງ​ໃນ 7 ​ເກາະ​ ທີ່​ສ້າງ​ຂຶ້ນ​ ໃນ​ໝູ່ເກາະ ສະ​​ແປຣຕລີ ​ໃນ​ທະ​ເລ​ຈີນ​ໃຕ້.

ພາບ​ຖ່າຍ ​ດາວ​ທຽມ ​ເມື່ອ​ວັນ​ທີ 8 ກັນຍາ ​ເຫັນ​ການ​ກໍ່ສ້າງ ​​ເທິງ​ແນວ​ຫິນ​ ໃຕ້​ນ້ຳ​ ​ເປັນ​ກຳ​ແພງກັນ​ດິນ​ ຮອບ​ພື້ນ​ທີ່​ຍາວ 3.000 ​​ແມັດ ຄື​ກັບ​ ການ​ກໍ່ສ້າງ​ ທາງ​ແລ່ນ​ເຮືອ​ບິນ ​ເທິງ​ແນວ​ຫິນ​ໃຕ້​ນ້ຳ​ຟຽດຣິດຣໍສ ທີ່​ໃກ້​ຈະ​ສຳ​ເລັດ ແລະ​ ທາງ​ແລ່ນ ​ເທິງ​ແນວ​ຫິນ ​ໃຕ້​ນ້ຳ​ຊູ​ບີ​ ມີ​ຄວາມ​ຄືບ​ໜ້າດ້ວຍດີ ແລະ ​ຈະ​ເປັນ​ທາງ​ແລ່ນ​ເຮືອບິນ​ແຫ່ງ​ທີ3​ ຂອຈີນ ​ໃນ​ໝູ່​ເກາະສະ​ແປຣຕລີ.

 

ແຫລ່ງຂ່າວ:

ຂປລ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...