spot_img
Homeນານາສາລະໄມໂຄເວຟ ກະຕິກນ້ຳຮ້ອນ ເຕົາລີດ 3 ຢ່າງ ທີ່ຕ້ອງຟ້າວເຮັດຄວາມສະອາດ

ໄມໂຄເວຟ ກະຕິກນ້ຳຮ້ອນ ເຕົາລີດ 3 ຢ່າງ ທີ່ຕ້ອງຟ້າວເຮັດຄວາມສະອາດ

Published on

Untitled-1

ຫລາຍ​ຄົນ​​ເຄີຍ​ເປັນ​ແບບ​ແມ່ເຮືອນທີ່​ລະ​ເລີຍ​ມົວ​ແຕ່​ໃຊ້​ເຄື່ອງ​ໃຊ້​ໄຟ​ຟ້າ​ເຫລົ່າ​ນີ້​ໂດຍ​ຫລົງ​ລືມ​ເລື່ອງ​ການເຮັດ​ຄວາມ​ສະ​ອາດມາ​ຮູ້​ໂຕ​ອີກເທື່ອໄມ​ໂຄ​ເວ​ຟກໍ່ເປື້ອນເຕັມ​ໄປ​ດ້ວຍ​ຄາບ​ແລະ​ເສດ​ອາຫານ ນ້ຳ​ອຸ່ນ​ທີ່​ກົດ​ຈາກ​ກະ​ຕິກ​ນ້ຳ​ຮ້ອນ​ກໍ​ມີ​ຕະ​ກອນ​ຂາວໆປະ​ປົນສ່ວນ​ເຕົາ​ລີດ​ກໍ​ມີ​ຄາບ​ດຳ​ເກາະລອງ​ຫາ​ເວລາ​ວ່າງ​ຄ່ອຍ​ໆເຮັດ​ຄວາມ​ສະ​ອາດ​ເຄື່ອງ​ໃຊ້​ໄຟ​ຟ້າ​ເຫລົ່າ​ນີ້​ເພາະ​ມັນ​ຍັງ​ຊ່ວຍ​ເລື່ອງ​ສຸຂະພາບ​ຂອງ​ເຈົ້າ​ໄດ້ນໍາອີກ

4f43de812ed472df842441814dad57d2

ວິທີ​ເຮັດ​ຄວາມ​ສະ​ອາດ​ກະ​ຕິກ​ນ້ຳ​ຮ້ອນ

ເມື່ອລອງ​ສັງເກດ​ດີໆຫລັງ​ຈາກ​ເຮົາ​ໃຊ້​ກະ​ຕິກ​ນ້ຳ​ຮ້ອນ​ໄປ​ດົນ​ໆຈະ​ມີ​ຄາບ​ຕະ​ກອນ​ຄ້າຍ​ຫີນ​ປູນ​ເກາະ​ຢູ່​ບໍລິເວນ​ກົ້ນ​ແລະ​ຝາ​ດ້ານ​ໃນ​ຂອງ​ໂຕກະ​ຕິກຊຶ່ງ​ເວລາ​ກົດ​ນ້ຳ​ດື່ມ​ຕະ​ກອນ​ເຫລົ່າ​ນີ້​ຈະ​ປະ​ປົນ​ອອກ​ມາ​ລວມ​ກັບ​ນ້ຳ​ດື່ມເຮັດໃຫ້​ຮູ້ສຶກ​ບໍ່​ເປັນຕາດື່ມລອງ​ມາ​ເບິ່ງ​ກັນ​ວ່າ​ວິທີ​ເຮັດ​ຄວາມ​ສະ​ອາດ​ກະ​ຕິກ​ນ້ຳ​ຮ້ອນ​ແບບ​ງ່າຍໆນັ້ນ​ເຮັດ​ໄດ້​ແບບໃດ​ແນ່

1.ເຕີມ​ນ້ຳ​​ລົງ​ໃນ​ກະ​ຕິກ​ຕາມ​ປະລິມານ​ທີ່​ພໍ​ດີ​ກັບ​ຄາບ​ຕະ​ກອນ​ພາຍໃນ

2.ຈາກ​ນັ້ນ​ເທ​ນ້ຳ​ສົ້ມ​ສາຍ​ຊູ​ລົງ​ໄປ​ປະ​ມານ5ບ່ວງ​ແລ້ວ​ຄົນ​ນ້ຳ​ສົ້ມ​ສາຍ​ຊູ​ກັບ​ນ້ຳ​ໃນ​ກະ​ຕິກ​ໃຫ້​ເຂົ້າ​ກັນ

3.ສຽບ​ປັກສຽບກະ​ຕິກ​ນ້ຳ​ຮ້ອນ​ຄືການ​ຕົ້ມ​ນ້ຳ​ຕາມ​ປົກກະຕິໂດຍ​ໃຫ້​ກະ​ຕິກ​ນ້ຳ​ຮ້ອນ​ເຮັດວຽກ​ຈົນ​ຄົບ​ຮອບ

4.ຖອດ​ປັກສຽບ​ກະ​ຕິກ​ນ້ຳ​ຮ້ອນ​ອອກ​ແລະ​ຖິ້ມ​ໄວ້​ປະ​ມານ5-6ຊົ່ວ​ໂມງ

5.ເປີດ​ຝາ​ກະ​ຕິກ​ນ້ຳ​ຮ້ອນ​ແລ້ວ​ຈະ​ພົບ​ວ່າ​ຄາບ​ຕະ​ກອນ​ເຫລົ່າ​ນັ້ນ​ຫລຸດ​ອອກ​ມາ​ເກືອບ​ໝົດ ສ່ວນ​ທີ່​ຍັງ​ຄົງ​ຄ້າງ​ຢູ່​ໃຫ້​ໃຊ້​ຜ້າ​ເຊັດ​ອອກ

6.ຈາກ​ນັ້ນ​ເທ​ນ້ຳ​ທີ່​ມີ​ຕະ​ກອນ​ຢູ່​ຖິ້ມ​ອອກຈາກ​ກະ​ຕິກແລ້ວ​ໃຊ້​ນ້ຳ​ເປົ່າ​ເທ​ລົງ​ໄປ​ເພື່ອ​ລ້າງ​ແລະ​ເຮັດ​ຄວາມ​ສະ​ອາດ​ກະ​ຕິກ​ຈົນ​ແນ່​ໃຈ​ວ່າ​ພາຍ​ໃນ​ກະ​ຕິກ​ກັບ​ມາ​ສະ​ອາດ​ຄືເກົ່າ​ຈະ​ໃຊ້​ງານ​ໄດ້​ຕາມ​ປົກກະຕິ

1373116606-IMG0368JPG-o

ວິທີ​ເຮັດ​ຄວາມ​ສະ​ອາດ​ໄມ​ໂຄ​ເວຟ

ຕະຫລອດ​ການ​ໃຊ້​ງານ​ໄມ​ໂຄ​ເວ​ຟ​ໃນ​ການ​ອຸ່ນ​ອາຫານເຄື່ອງ​ດື່ມເຮົາ​ມັກ​ລືມ​ສັງເກດ​ໄປ​ວ່າ​ມີ​ຄາບ​ອາຫານ​ທີ່​ອາດເຕັ້ນ​ອອກມາ​ພາຍ​ໃນ​ໄມ​ໂຄ​ເວ​ຟະ​ແລະ​ບໍລິເວນ​ທາງ​ໜ້າອີກ​ທັງ​ເມື່ອ​ໃຊ້​ໄມ​ໂຄ​ເວ​ຟ​ໄປ​ດົນ​ໆເຂົ້າ​ກິ່ນ​ຂອງ​ສາລະພັດ​ອາຫານ​ທີ່​ເຮົາ​ອຸ່ນ​ກໍ​ເຮັດໃຫ້​ໄມ​ໂຄ​ເວ​ຟ​ເບິ່ງ​ຈະ​ມີ​ກິ່ນ​ທີ່​ບໍ່​ໜ້າ​ດົມລອງ​ມາ​ເບິ່ງ​ກັນ​ວ່າ​ການເຮັດ​ຄວາມ​ສະ​ອາດ​ໄມ​ໂຄ​ເວ​ຟ​ແບບ​ງ່າຍໆ ນັ້ນ​ມີ​ຂັ້ນ​ຕອນ​ແບບໃດ​ແນ່

ອຸປະກອນ​ທີ່​ຕ້ອງ​ກຽມ

-ໝາກນາວ1ໜ່ວຍ

-ຖ້ວຍ​ຫລື​ຈອກ​ທີ່​ສາມາດ​ໃຊ້​ກັບ​ໄມ​ໂຄ​ເວ​ຟໄດ້

-ຜ້າ​ເຊັດ​ເຮັດ​ຄວາມ​ສະ​ອາດ

ຂັ້ນ​ຕອນ

1.ເທ​ນ້ຳ​ລົງ​ໃນ​ຖ້ວຍ​ປະ​ມານ​ເຄິ່ງ​ຖ້ວຍ

2.ຜ່າ​ໝາກນາວ​ເຄິ່ງ​ປ່ຽງຈາກ​ນັ້ນ​ບີບ​ນ້ຳ​ໝາກ​ນາວ​ລົງ​ໃນ​ຖ້ວຍ​ທີ່​ມີ​ນ້ຳ​ປະສົມ​ຢູ່

3.ວາງ​ຖ້ວຍ​ທີ່​ມີ​ນ້ຳ​ໝາກ​ນາວ​ແລະ​ນ້ຳ​ໃນ​ໄມ​ໂຄ​ເວ​ຟແລ້ວ​ເປີດ​ໄມ​ໂຄ​ເວ​ຟ​ໄປ​ທີ່​ອຸນຫະພູມ​ສູງ​ສຸດໃຊ້​ເວລາ​ປະ​ມານ3ນາ​ທີ​ເພື່ອ​ຕົ້ມ​ນ້ຳ​ໃນ​ຖ້ວຍ

4.ຖິ້ມ​ຖ້ວຍ​ນັ້ນ​ໄວ້​ໃນ​ໄມ​ໂຄ​ເວ​ຟ​ປະ​ມານ5ນາ​ທີໂດຍ​ບໍ່​ຕ້ອງ​ເປີດ​ໄມ​ໂຄ​ເວ​ຟໄອ​ນ້ຳ​ຈະ​ຊ່ວຍ​ກຳຈັດ​ຄາບ​ອາຫານ​ທີ່​ຕິດ​ຢູ່​ພາຍ​ໃນ

5.ຈາກ​ນັ້ນ​ເຊັດ​ເຮັດ​ຄວາມ​ສະ​ອາດ​ໄມ​ໂຄ​ເວ​ຟ​ດ້ວຍ​ຜ້າ​ແຫ້ງໂດຍ​ເລີ່ມ​ຈາກ​ເພ​ດານທາງ​ຂ້າງ​ແລະ​ກວາດ​ເສດ​ອາຫານ​ທີ່​ຕິດ​ຄ້າງ​ຢູ່​ອອກ​ມາ​ໃຫ້​ໝົດລວມ​ເຖິງ​ເຮັດ​ຄວາມ​ສະ​ອາດ​ບໍລິເວນ​ປະ​ຕູ​ໄມ​ໂຄ​ເວ​ຟນໍາ

t_3

ວິທີ​ເຮັດ​ຄວາມ​ສະ​ອາດ​ເຕົາ​ລີດ

ເຕົາ​ລີດ​ເປັນ​ເຄື່ອງ​ໃຊ້​ໄຟ​ຟ້າ​ທີ່​ແມ່​ເຮືອນເກືອບ​ຈະ​ລືມ​ຄິດຮອດສະເໝີກວ່າ​ຈະ​ມາ​ຮູ້​ໂຕ​ອີກ​ທີ​ບໍລິເວນ​ຖານ​ເຕົາ​ລີດ​ກໍ​ເປັນ​ຄາບ​ເປື້ອນ​ຫລາຍ​ແລ້ວມາ​ເບິ່ງ​​ວ່າ​ເຮົາ​ມີ​ວິທີ​ເຮັດ​ຄວາມ​ສະ​ອາດ​ເຕົາ​ລີດ​ແບບໃດ​ແນ່

ເຮັດ​ຄວາມ​ສະ​ອາດ​ຮອຍ​ທີ່​ອອກ​ໄດ້​ຢາກໃຊ້​ປາຍ​ຜ້າຈຸ່ມ​ນ້ຳ​ໝາກນາວ​ແລະ​ຂັດ​ຄາບ​ເຫລົ່າ​ນັ້ນ​ຈົນ​ກວ່າ​ຈະ​ອອກ

ເຮັດ​ຄວາມ​ສະ​ອາດ​ຮອຍ​ໄໝ້ການເຮັດ​ຄວາມ​ສະ​ອາດ​ຮອຍ​ໄໝ້​ເທິງ​ເຕົາ​ລີດ​ນັ້ນ​ມີ​ຫລາຍ​ວິທີທັງ​ການ​ໃຊ້​ຢາ​ສີ​ແຂ້ວ​ທາ​ຖານ​ເຕົາ​ລີດຈາກ​ນັ້ນ​ເປີດ​ເຕົາ​ລີດ​ໃຫ້​ມີ​ອຸນຫະພູມ​ສູງ​ຈົນ​ກວ່າ​ຢາ​ສີ​ແຂ້ວ​ຈະ​ລະ​ລາຍແລ້ວ​ປິດ​ເຕົາ​ລີດກ່ອນ​ຈະ​ໃຊ້​ຜ້າ​ຊຸບ​ນ້ຳ​ເຮັດ​ຄວາມ​ສະ​ອາດ ນອກ​ຈາກ​ໃຊ້​ຢາ​ສີ​ແຂ້ວ​ແລ້ວ​ເຮົາ​ຍັງ​ສາມາດ​ໃຊ້​ເກືອ​ໂຮຍ​ເທິງ​ເຈ້ຍຊິດ​ຊູ​ເປີດ​ເຕົາ​ລີດ​ໃຫ້​ຮ້ອນແລ້ວ​ລີດ​ທັບ​ເທິງ​ເຈ້ຍນັ້ນຖິ້ມ​ໄວ້​ໄລຍະໜຶ່ງເກືອ​ຈະ​ດູດ​ຄາບ​ເປື້ອນ​ອອກ​ມາ

ເຮັດ​ຄວາມ​ສະ​ອາດ​ຄາບຂີ້ໝ້ຽງ​​ເຕົາ​ລີດເຮົາ​ສາມາດ​ໃຊ້​ຂີ້​ເຜິ້ງທຽນ​ໄຂ​ຫໍ່​ຜ້າ​ແລ້ວ​ໃຊ້​ເຕົາ​ລີດ​ທັບ​ກ່ອນ​ຈະ​ມາ​ລີດ​ທັບ​ເທິງ​ຜ້າ​ທີ່​ຫໍ່​ເກືອ​ອີກ​ໜຶ່ງ​ຮອບພຽງ​ເທົ່າ​ນີ້​ຄາ​ບຂີ້ໝ້ຽງ​​ກໍ​ຈະ​ຫລຸດ​ອອກ​ມາ

ເຮັດ​ຄວາມ​ສະ​ອາດ​ສິ່ງ​ອຸດ​ຕັນ​ໃນ​ຊ່ອງ​ເຕີມ​ນ້ຳ​ຂອງ​ເຕົາ​ລີດ​ໄອນ້ຳປະສົມ​ນ້ຳ​ສົ້ມ​ສາຍ​ຊູ​ກັບ​ນ້ຳ​ແລ້ວ​ເທ​ລົງ​ໃນ​ຊ່ອງ​ເຕີມ​ນ້ຳ​ໃນ​ເຕົາ​ລີດເປີດ​ຄວາມ​ຮ້ອນ​ສູງ​ສຸດ​ຈົນ​ນ້ຳ​ຮ້ອນຈາກ​ນັ້ນ​ລີດ​ເທິງ​ຜ້າ​ຝ້າຍແລ້ວ​ກົດ​ປຸ່ມ​ໄລ່​ສິ່ງ​ອຸດ​ຕັນ​ອອກ​ມາແລະ​ໃຊ້​ຜ້າ​ເຊັດ​ເຮັດ​ຄວາມ​ສະ​ອາດ​ໃນ​ພາຍ​ຫລັງ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...