Homeຂ່າວການສຶກສາເປີດຊຸດອົບຮົມນັກຮຽນນາຍສິບຊ່າງແສງ

ເປີດຊຸດອົບຮົມນັກຮຽນນາຍສິບຊ່າງແສງ

Published on

fri20sep4

ໂຮງຮຽນນາຍສິບຊ່າງ ແສງໄດ້ຈັດພິທີເປີດຊຸດອົບຮົມນັກຮຽນນາຍສິບຂອງເຫຼົ່າ ຮົບຊ່າງແສງຊຸດທີ 22 ປະຈຳ ສົກຮຽນ 2013-2014 ຂື້ນໃນ ວັນທີ 18 ກັນຍາ 2013 ນີ້, ໂດຍການໃຫ້ກຽດເປັນປະ ທານຂອງສະຫາຍພົນຈັດຕະ ວາ ຈັນທອງ ສອນຕະອາດ ຮອງຫົວຫນ້າກົມໃຫຍ່ເສ ນາທິການກອງທັບ, ເຊິ່ງມີ ຄະນະພັກ-ຄະນະບັນຊາ ຈາກກົມຊ່າງແສງແລະພະ ນັກງານຈາກພະແນກການ ທີ່ກ່ຽວຂ້ອງເຂົ້າຮ່ວມ.
ສະຫາຍພັນໂທ ຄຳພອນ ນັນທະບໍລິວັດ, ຫົວຫນ້າອຳ ນວຍການໂຮງຮຽນໄດ້ຊີ້ໃຫ້ ເຫັນວ່າ: ແຜນການກໍ່ສ້າງ ນັກຮຽນນາຍສິບຊ່າງແສງ ຊຸດທີ 22 ນີ້ແມ່ນປະຕິບັດຕາມ ຂໍ້ຕົກລົງຂອງກົມໃຫຍ່ເສນາທິ ການກອງທັບ ແນໃສ່ກໍ່ສ້າງ ຊັບພະຍາກອນມະນຸດຂອງ ເຫຼົ່ານັກຮົບໃຫ້ມີຄຸນນະພາບອັນ ດີປະກອບໃຫ້ແກ່ບັນດາກົມ ກອງຮາກຖານຂອງເຫຼົ່າຮົບ ໃຫ້ພຽງພໍກັບຄວາມຮຽກຮ້ອງ ຕ້ອງການ, ໂດຍມີນັກຮຽນທີ່ ຈະກໍ່ສ້າງທັງຫມົດ 100 ສະ ຫາຍ ໂດຍເປົ້າຫມາຍສຳຄັນ ແມ່ນເລິງໃສ່ສ້າງພະນັກງານ ຂັ້ນຫມູ່-ຫມວດ ໃຫ້ມີຄຸນ ທາງການເມືອງໜັກແໜ່ນ, ມີ ຄວາມຈົງຮັກພັກດີ, ຕັ້ງຕໍ່ບໍລິ ສຸດຕໍ່ພັກ, ຕໍ່ປະເທດຊາດ, ຕໍ່ປະຊາຊົນ, ມີຄວາມຊຳນິຊຳ ນານກັບວຽກງານວິຊາສະ ເພາະຂອງຕົນ, ສ້າງໃຫ້ຮູ້ວຽກ ງານບັນຊາຂັ້ນຫມູ່-ໝວດ, ວິທີຈັດຕັ້ງປະຕິບັດວຽກງານ ຂອງຊ່າງແສງ, ຮູ້ໄດ້ຫຼັກການ ຈັງຫວະພື້ນຖານ ແລະ ວິທີ ຈັດຕັ້ງປະຕິບັດຂໍ້ກຳນົດກົດ ລະບຽບຂອງກອງທັບ, ສ້າງ ໃຫ້ຮູ້ວຽກງານສ້າງພະລາທິ ການກັບທີ່ໃນຍາມປົກກະຕິຮູ້ ເຮັດວຽກກໍ່ສ້າງ, ປູກຝັງ-ລ້ຽງ ສັດ ແລະ ອື່ນໆ. ເຊິ່ງຈະໃຊ້ ເວລາອົບຮົມທັງຫມົດ 300 ວັນ ແລະ ແບ່ງອອກເປັນ 3 ພາກຮຽນຄື: ພາກວິຊາທົ່ວ ໄປມີ 13 ວິຊາ, ພາກວິຊາ ປະສານຊີ້ນຳບັນຊາມີ 3 ວິຊາ ແລະ ພາກວິຊາສະເພາະຊີ້ນຳ-ບັນຊາມີ 9 ວິຊາ, ວິຊາ ສະເພາະເຕັກນິກຊ່າງແສງ  ມີ 21 ວິຊາຮຽນ. ນັກຮຽນທີ່ເຂ້າມາໂຮງຮຽນສ່ວນໃຫຍ່ ແມ່ນຄັດເລືອກມາຈາກກົມ ກອງຊ່າງແສງຢູ່ເຂດໃຈກາງ ນະຄອນຫລວງວຽງຈັນ ແລະ  ກົມກອງຮາກຖານທົ່ວປະ ເທດ.

ທີ່ມາhttp://www.kongthap.gov.la

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...