spot_img
Homeອຸບັດເຫດແລະປາກົດການຫຍໍ້ທໍ້ທ້າຍ​ອາທິດ​ຜ່ານ​ມາ ມີ​ຜູ້​ເສຍ​ຊີວິດ​ 2 ຄົນ ຈາກ​ອຸປະຕິ​ເຫດທາງ​​ຖະໜົນຢູ່ ນ.ວ!

ທ້າຍ​ອາທິດ​ຜ່ານ​ມາ ມີ​ຜູ້​ເສຍ​ຊີວິດ​ 2 ຄົນ ຈາກ​ອຸປະຕິ​ເຫດທາງ​​ຖະໜົນຢູ່ ນ.ວ!

Published on

accidentt

 ເຈົ້າ​ໜ້າ​ທີ່​ຈະລາຈອນ ນະຄອນຫລວງ​ວຽງ​ຈັນ ​ໃຫ້​ຮູ້​ວ່າ: ​ໃນ​ຕອນ​ຄ່ຳ​ຂອງ​ວັນ​ທີ 12 ກັນຍາ​ນີ້, ຢູ່​ຖະໜົນ 13 ​ໃຕ້ ​ເຂດ​ບ້ານ​ສົມປະ​ເສີດ ​ເມື​ອງປາກງື່ມ ນະຄອນ​ຫລວງ​ວຽງຈັນ ​ໄດ້​ເກີດ​ເຫດ​ລົດ​ໃຫຍ່​ຕຳ​ລົດຈັກ ຢ່າງ​ຮຸນ​ແຮງ ສົ່ງ​ຜົນ​ໃຫ້​ຜູ້​ຂັບ​ຂີ່​ລົດຈັກເສຍ​ຊີວິດ ​ແລະ ​ໃນ​ຕອນ​ດຶກ​ຂອງ​ວັນ​ດຽວ​ກັນ, ຢູ່ບ້ານ​ດົງ​ປາ​ແຫລບ ​ເມືອງ​ຈັນທະ​ບູລີ ນະຄອນຫລວງ​ວຽງຈັນ ​ໄດ້​ມີ​ລົດຈັກ​ຕຳ​ເອົາ​ທ້າຍ​ລົດ​ໃຫຍ່​ທີ່​ຈອດ​ຢູ່​ແຄມ​ທາງ ​ຢ່າງ​ແຮງ ​ເຮັດ​ໃຫ້​ຜູ້​ຂັບ​ລົດຈັກ​ຊື່ທ້າວ ອານຸສັກ ອາຍຸ 24ປີ, ​ກຳມະກອນ ຢູ່​ບ້ານ​ໜອງ​ປິງ, ​ເມືອງ​ຈັນທະ​ບູລີ ເສຍ​ຊີວິດ​ຄາ​ທີ່.

​ເຈົ້າ​ໜ້າ​ທີ່ ຈະລາຈອນ ​ໄດ້​ໃຫ້​ທັດສະນະ​ວ່າ: ອຸປະຕິ​ເຫດສ່ວນ​ໃຫຍ່​ແມ່ນ​​ເກີດ​ຈາກ​ການ​ດື່ມ​ສິ່ງ​ມຶນ​ເມົາແລ້ວຂັບ​ຂີ່, ບໍ່​ປະຕິບັດ​ກົດ​ລະບຽບ​ຈະລາຈອນ ​ແລະ ບາງ​ຄັ້ງ​ກໍ​ເກີດ​ຈາກ​​ໄພ​ທຳ​ມະ​ຊາດ ​ເປັນ​ຕົ້ນ​​ໄລຍະ​ນີ້ ​​ແມ່ນ​ລະດູຝົນ ​ເຊິ່ງ​ເຮັດ​ໃຫ້​​ເສັ້ນທາງ​ບາງ​​ເສັ້ນ ມືນ, ປຽກຈຶ່​ງ​ພາ​ໃຫ້ເກີດ​ອຸປະຕິ​ເຫດ​ໄດ້​ງ່າຍ. ດັ່ງ​ນັ້ນ ຈຶ່ງ​ເຕືອນ​ມາ​ຍັງຜູ້​ໃຊ້​ລົດ​ໃຊ້ຖະໜົນ ຈົ່ງ​ລະມັດ​ລະວັງ​ໃຫ້​ຫລາຍ​ຂຶ້ນເພື່ອ​ຫລີກ​ລ້ຽງ​ການ​ເກີດ​ອຸປະຕິ​ເຫດ.

 

ແຫລ່ງຂ່າວ:

ລພນ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...