spot_img
Homeຄົມຄິດຄົມຄົນຝັ່ງຝັນຂອງເຮົາ

ຝັ່ງຝັນຂອງເຮົາ

Published on

1360722549-41IMG0953c-o

ຄົນບາງຄົນເບິ່ງເຫັນຝັ່ງ ແຕ່ບໍ່ສາມາດ ຂ້າມຟາກໄປໃຫ້ເຖິງຝັ່ງໄດ້ ປຽບດັ່ງຄົນບາງຄົນມີຝັນອັນເລື່ອນລອຍ ແຕ່ບໍ່ສາມາດສ້າງຝັນໃຫ້ເປັນຈິງໄດ້ ອາດຈະເປັນຍ້ອນວ່າ ຝັ່ງຝັນຂອງຄົນໆນັ້ນ ກວ້າງໄກແລະຍິ່ງໃຫຍ່ ເກິນກວ່າຈະລອຍຂ້າມໄປເຖິງໄດ້ ຫຼືບໍ່ກໍບໍ່ມີຄວາມພະຍາຍາມ.

ຄົນບາງຄົນເຖິງແມ່ນຫຼຽວບໍ່ເຫັນຝັ່ງ ຫຼືເຫັນພໍເລືອນລາງ… ແຕ່ເຂົາກໍນຳພານາວາຊີວິດຂອງເຂົາ ມຸ່ງສູ່ຝັ່ງຝັນອັນຍິ່ງໃຫຍ່ໃນມະໂນພາບ ດ້ວຍການມີຊີວິດເປັນເດິມພັນ ຖ້າບໍ່ເຖິງຝັ່ງຝັນ ຈະບໍ່ຍອມຫັນຫຼັງກັບ ຈະບໍ່ຍອມຕິດຕໍ່ຄົບຄ້າສະມາຄົມ ກັບເພື່ອນໆ ໃດໆ ທັງນັ້ນ ດ້ວຍເຫດຜົນສະຖານະຂອງຊີວິດ ທີ່ຍັງບໍ່ປະສົບຄວາມສຳເລັດ. ການຄົບຄ້າສະມາຄົມກັບເພື່ອນຝຸງ ຍ່ອມມີຄ່າໃຊ້ຈ່າຍ… ຫາກບໍ່ຍອມຮ່ວມຈ່າຍ ຄົງໄຮ້ເຊິ່ງກຽດຍົດສັກສີ ແລ້ວຈະຈົມປັກ ຂາດແຄນຍາກຈົນຢູ່ຈັ່ງຊັ້ນ.

ຄົນບາງຄົນກວ່າຈະເຖິງຝັ່ງ ນ້ຳຕາແຫ່ງຄວາມເຈັບປວດ ບຶດໜຶ່ງຖືກທຸບຕີມີບາດແຜນເຕັມໂຕ ຮ້ອງໄຫ້ຈົນນ້ຳຕາເຫືອດແຫ້ງ ກາຍເປັນຄວາມແຂງແກ່ນທີ່ສຸດ ໃນປັດຖະພີ.

ຝັ່ງຝັນຂອງເຮົາ ຂ້ອຍແລະເຈົ້າ

ມັນໄກເຫຼືອເກີນ ແຕ່ເຈົ້າຕ້ອງສະຫຼາດພໍ ທີ່ຈະຫຼອກໂຕເອງວ່າ ມັນບໍ່ໄກດອກ ເພື່ອພິສູດພະລັງແຫ່ງໜຸ່ມສາວ ແລະຄວາມລ່ຳລວຍທີ່ສຸດຂອງຊີວິດ ໃນອະນາຄົດ.

100 ຄົນສຳເລັດ ກໍຕ້ອງມີ 100 ຄົນພະຍາຍາມ

100 ຄົນລົ້ມແຫຼວ ກໍຄື 100 ຄົນ ບໍ່ມີຄວາມພະຍາຍາມ

ເຈົ້າແລະຂ້ອຍຕ້ອງຢູ່ໃນ 100 ຄົນທຳອິດເທົ່ານັ້ນ.

 

ສຸທັດ ສີພົມ ຄົນຈຳປາສັກ

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...