ຄວາມຮັກເປັນທີ່ມາຂອງຄວາມສຸກ ສ່ວນຄວາມກຽດຊັງເປັນທີ່ມາຂອງຄວາມທຸກ. ມີຫຼາຍຄົນພາກັນເວົ້າວ່າ: “ ທີ່ໃດມີຮັກ ທີ່ນັ້ນມີຄວາມທຸກ”. ໃນຄວາມເປັນຈິງແລ້ວ ຄວາມຮັກບໍ່ແມ່ນຄວາມທຸກ ແຕ່ມັນເປັນແຫຼ່ງພະລັງງານແຫ່ງຄວາມສ້າງສັນແລະເປັນກຳລັງໃຈໃຫ້ແກ່ກັນແລະກັນ ເຮັດໃຫ້ນາວາຊີວິດໃນທ່າມກາງຄວາມຮັກຂອງຄົນທີ່ມີຮັກມີຄວາມສຸກແລະເບີກບານ ເຮັດໃຫ້ໂລກນີ້ດຳລົງຢູ່.
ຖ້າຫາກທຸກຄົນຮັກຊີວິດຕົນເອງ ແລະເຂົ້າໃຈມວນມະນຸດໂລກວ່າ: ຄົນອື່ນໆໃນໂລກນີ້ກໍຮັກຊີວິດຂອງຕົນເຊັ່ນດຽວກັນ ຈະບໍ່ມີໃຜທຳລາຍຊີວິດກັນແລະກັນ ເມື່ອນັ້ນສັນຕິພາບ ແລະສັນຕິສຸກກໍຈະແຜ່ກະຈາຍໄປທົ່ວທຸກຫົນທຸກແຫ່ງໃນໂລກ. ແຕ່ອັນທີ່ໂລກວຸ້ນວາຍສັບສົນຢູ່ທຸກມື້ນີ້ ຍ້ອນຄົນສ່ວນໃຫຍ່ບໍ່ສົນໃຈຮັກຊີວິດທັງຕົນເອງແລະຄົນອື່ນ. ສະນັ້ນ, ສົງຄາມຈິ່ງເກີດມີເພື່ອມາລ້າງຜານທຳລາຍໂລກໜ່ວຍນີ້.
ຖ້າຄົນເຮົາຮັກຊີວິດຂອງທຳມະຊາດສະພາບແວດລ້ອມ ກໍຈະມີຈິດໃຈຮັກໃນການອະນຸລັກທຳມະຊາດ ບໍ່ຢາກໃຫ້ຜືນແຜ່ນດິນທີ່ຂຽວງາມ ໄປດ້ວຍພູຜາປ່າໄມ້ນີ້ຖືກທຳລາຍ ຍ້ອນເຂົາເຊື່ອວ່າ ທຳມະຊາດຄືແຫຼ່ງກໍ່ເກີດຄວາມອົບຮຸ່ມຊຸ່ມເຊັນແກ່ມວນມະນຸດແລະພຶກສາຊາດນານາພັນ. ຖ້າຫາກທຸກຄົນຢູ່ໃນສັງຄົມມີຈິດໃຈຮັກທຳມະຊາດແບບດຽວກັນນີ້ ກໍຈະບໍ່ມີໃຜທຳລາຍສິ່ງແວດລ້ອມ ເມື່ອນັ້ນກໍຈະເຮັດໃຫ້ສັງຄົມໜ້າຢູ່ຢ່າງມີຄວາມສຸກ.
ຜູ້ທີ່ກຳລັງເປັນນັກຮຽນ ຫາກມີຄວາມຮັກໃນການສຶກສາ ກໍຈະມີຄວາມຕັ້ງໃຈບາກບັ່ນໃນການຄົ້ນຄວ້າຮ່ຳຮຽນ. ໝາກຜົນຂອງຄວາມດຸໝັ່ນຂະຫຍັນຮຽນນັ້ນ ກໍຈະເຮັດໃຫ້ປະສົບຜົນສຳເລັດ, ເມື່ອຮຽນຈົບແລ້ວກໍຈະມີໜ້າທີ່ວຽກງານ ສາມາດຕັ້ງຕົນໄດ້ ຫຼືສາມາດສ້າງວຽກເຮັດງານທຳໃຫ້ແກ່ຕົນເອງໄດ້ ເມື່ອນັ້ນ ຊີວິດກໍຈະມີຄວາມສຸກ.
ຖ້າຫາກທຽບໃສ່ຫົນທາງສູ່ການຮູ້ແຈ້ງ, ຫາກຄົນໃດຮັກຕໍ່ເສັ້ນທາງສາຍທັມ, ຫວັງທີ່ຈະຫຼຸດພົ້ນອອກຈາກວັດຕະສົງສານ ກໍຈະເຮັດໃຫ້ຄົນທີ່ກຳລັງເດີນທາງສູ່ມັກຄາແຫ່ງຄວາມເປັນອິດສະລະຈາກກິເລດນັ້ນຕັ້ງໃຈໃນການປະຕິບັດເພື່ອ ບັນລຸເປົ້າໝາຍແຫ່ງ ພຣະນິບພານ ເຖິງຄວາມຜາສຸກຢ່າງເປັນນິຣັນ. ມີແຕ່ບຸກຄົນທີ່ບໍ່ສະແຫວງຫາຫົນທາງແຫ່ງພຣະນິບພານເທົ່ານັ້ນ ຈິ່ງຈົມປັກຢູ່ກັບໂລກີຍະທຸກໃນວັດຕະສົງສານອັນຍາວນານນີ້.
ຖ້າຫາກຄົນໃນຄອບຄົວມີຄວາມຮັກຕໍ່ກັນ ບໍ່ມັກຜິດຂ້ອງຕ້ອງຖຽງກັນ ກໍຈະເຮັດໃຫ້ຄອບຄົວນັ້ນຢູ່ເຢັນເປັນສຸກ. ອັນທີ່ເຮັດໃຫ້ຄວາມທຸກຍາກ ເປັນປາກເປັນສຽງກັນ ກໍຍ້ອນວ່າ: ຂາດຄວາມສາມັກຄີ ບໍ່ເຊື່ອຟັງກັນແລະກັນ ອັນນັ້ນກໍຈະເປັນບັນຫານຳມາເຊິ່ງຄວາມທຸກ.
ສ່ວນຄົນທີ່ກຳລັງມີຄວາມຮັກແບບບ່າວສາວ, ຄວາມຮັກຈະນຳພາໃຫ້ທັງສອງເປັນກຳລັງໃຈໃຫ້ກັນແລະກັນ, ຮູ້ຈັກດູແລເອົາໃຈກັນ, ຫ່ວງໄຍກັນສະເໝີ, ເປັນເພື່ອນຮ່ວມທາງຊີວິດຢ່າງມີຄວາມສຸກ. ເມື່ອຊີວິດທັງສອງລວມເຂົ້າເປັນໜຶ່ງດຽວກັນ ກໍກາຍເປັນຄອບຄົວໃໝ່ທີ່ຈະມີພະຍານແຫ່ງຄວາມຮັກເກີດຂື້ນມາ ເພື່ອປະຄັບປະຄອງຊີວິດໃຫ້ກ້າວໄປຂ້າງໜ້າ.
ສາເຫດຂອງຄວາມທຸກແທ້ຈິງນັ້ນ ແມ່ນຍ້ອນຮັກບໍ່ພໍ ຫຼື ຮັກນອກໃຈ. ຄວາມທຸກ ບໍ່ໄດ້ເກີດມາຈາກຄວາມຮັກ ແຕ່ມັນເກີດມາຈາກກິເລດຕັນຫາ ທີ່ຢູ່ເໜືອຄວາມຮັກ. ມັນເຮັດໃຫ້ຄົນບໍ່ຮູ້ຈັກພໍ ແທນທີ່ຈະຮັກດຽວໃຈດຽວ ແຕ່ກັບກາຍເປັນຮັກບໍ່ເລືອກໜ້າ, ຮັກບ້າກາມະຣາຄະ ບໍ່ຊື່ສັດພັກດີຕໍ່ຄົນທີ່ຕົນເອງ ຮັກມາກ່ອນ ດ້ວຍການສະແຫວງຫາຊີມລົດຊາດຂອງຕັນຫາເລື້ອຍໆໄປ.ຫາກເມື່ອໃດບັນຫາແຫ່ງ ຄວາມບໍ່ຮູ້ຈັກພໍໃນ ຄວາມຮັກເກີດຂື້ນກັບຝ່າຍໃດຝ່າຍໜຶ່ງ ກໍຈະເປັນຜົນກະທົບຕໍ່ອີກຝ່າຍໜຶ່ງ.
ສະນັ້ນ, ຈິ່ງເວົ້າໄດ້ວ່າ ບ່ອນໃດມີຄວາມຮັກ, ບ່ອນນັ້ນມີຄວາມສຸກ ກົງກັນຂ້າມບ່ອນໃດມີຄວາມຄຽດຊັງ, ມີຄວາມບໍ່ຮູ້ຈັກພໍໃນຄວາມຮັກ, ມີຄວາມອິດສາອາຄາດກັນ ບ່ອນນັ້ນຈະມີຄວາມທຸກ. ຄຳເວົ້າທີ່ວ່າ: “ເມື່ອມີຄວາມຮັກ ຈະມີຄວາມທຸກ” ແມ່ນບໍ່ຖືກສະເໝີໄປ ເພາະວ່າ: ຄວາມຮັກທີ່ສົມຫວັງ, ຄວາມຮັກໜຶ່ງດຽວ ກໍມີຢູ່ມາກມາຍ ແລະເຮັດໃຫ້ຄົນມີຄວາມສຸກ. ອັນທີ່ເຮັດໃຫ້ເກີດທຸກ ເປັນຍ້ອນຮັກມັນໝົດໄປຕ່າງຫາກ. ບໍ່ຄືຄຳເວົ້າທີ່ວ່າ: “ເມື່ອມີເກີດ ກໍຕ້ອງມີຕາຍ, ຖ້າບໍ່ຢາກຕາຍກໍບໍ່ຕ້ອງເກີດ” ອັນນີ້ມັນແນ່ນອນຢູ່ແລ້ວ. ເພື່ອບໍ່ໃຫ້ຄວາມຄຽດຊັງອັນເກີດຈາກຮັກເກີນ, ຮັກບໍ່ພໍ, ຮັກນອກໃຈ, ທີ່ເປັນຜົນຂ້າງຄຽງຂອງຄວາມຮັກແບບໂລກໆນັ້ນມາທຳລາຍທ່ານໃຫ້ມີຄວາມທຸກ, ຄວາມເມດຕາຈະຊ່ວຍທ່ານໄດ້ ແລະທີ່ສຳຄັນເມື່ອໃດບໍ່ມີໃຜຮັກທ່ານ ຄົນທີ່ຮັກທ່ານທີ່ສຸດຄືຕົວທ່ານເອງ. ຖ້າຮັກຕົນເອງໃຫ້ເປັນ, ຮູ້ຈັກປະຄອບປະຄອງຈິດໃຈຂອງຕົນ, ຮູ້ຈັກຝຶກໃຈຕົນເອງໃຫ້ເຂັ້ມແຂງ ເມື່ອນັ້ນທ່ານກໍຈະພົບຄວາມສຸກຢູ່ທຸກຫົນທຸກແຫ່ງ.
ຂອບໃຈບົດຄວາມ ແລະ ພາບຈາກ: ທັມມະທາຣາ https://www.facebook.com/sayadej?fref=ufi