spot_img
Homeມູມໄອທີລາວຮືຮາ! Galaxy S7 ຈະອອກມາພ້ອມໜ້າຈໍ 5.7 ນິ້ວ ຊິບເຊັດ Snapdragon 820

ຮືຮາ! Galaxy S7 ຈະອອກມາພ້ອມໜ້າຈໍ 5.7 ນິ້ວ ຊິບເຊັດ Snapdragon 820

Published on

ໃນ​ໄລຍະ​ທີ່​ມີ​ການ​ເປີດ​ຕົວ Galaxy note5 ແລະ Galaxy S6 ຫລາຍໆ​ຄົນ​ອາດຈະ​ເຄີຍ​ໄດ້ຍິນ​ມາແດ່​ເຖິງ​ຂ່າວ​ລື​ກ່ຽວກັບ​ສະ​ມາດ​ໂຟນ​ຕົວ​ໃໝ່​ຂອງ Samsung ທີ່​ຄາດ​ວ່າ​ຈະ​ເປີດ​ຕົວ​ໃນ​ປີ​ໜ້າ​ຢ່າງ Galaxy S7 ທີ່​ໃຊ້​ຊື່ສັ້ນ​ວ່າ Lucky

samsung-galaxy-s7

ຫລ້າ​ສຸດ​ຈາກ​ແຫລ່ງ​ຂ່າວ​ທີ່​ເຊື່ອ​ຖື​ໄດ້ ໄດ້​ກ່າວເຖິງ​ສະ​ມາດ​ໂຟນ​ຕົວ​ໃໝ່​ຂອງ Samsung ຢ່າງ Galaxy S7 ຫລື​ອີກຊື່ວ່າ Lucky ໄວ້ 3 ເລື່ອງ​ໃຫຍ່​ໆ​ນັ້ນ​ຄື 1. Galaxy S7 ຈະ​ມາ​ພ້ອມ​ກັບ​ໜ້າ​ຈໍ 5.7 ນິ້ວ CPU ຕົວ​ໃໝ່ Exynos 8890 ແລະ​ຊິບ​ເຊັດ​ຈະ​ຕ້ອງ​ເປັນ Snapdragon 820 ແນ່ນອນ

  1. ໃນ​ສ່ວນ​ຂອງ​ເລື່ອງ storage ແລະ SD cards ທາງ​ແຫລ່ງ​ຂ່າວ​ໄດ້​ຄາດ​ໄວ້​ວ່າ Samsung ກຳ​ລັງ​ຫາ​ທາງ​ເຮັດໃຫ້ UFS 2.0 ເຮັດວຽກ​ຮ່ວມ​ກັບ SD card ໄດ້, ແລະ​ເລື່ອງ​ສຸດ​ທ້າຍ​ເລື່ອງ​ທີ່ 3 ຍັງມີ​ການ​ຄາດ​ເດົາ​ໄວ້​ອີກວ່າ Samsung ຈະ​ມີ​ການ​ທົດສອບ​ໃນ​ເລື່ອງ​ກ້ອງ​ຈະ​ນຳ​ໂມ​ດູນ​ກ້ອງ ISOCELL ຄວາມ​ລະອຽດ 20 ລ້ານ​ພິກ​ເຊລ ທີ່​ຈະ​ນຳ​ມາ​ໃຊ້​ໃນ Galaxy S7 ອີກ​ດ້ວຍ

ແລະ​ເຊັ່ນ​ເຄີຍ​ຢ່າງ​ທີ່​ເຄີຍ​ໄດ້​ກ່າວ​ໄວ້​ວ່າ​ທັງ​ໝົດ​ນີ້​ເປັນພຽງ​ຂໍ້​ມູນ​ທີ່​ຫລຸດ​ອອກ​ມາ​ໃຫ້​ເຮົາ​ໄດ້​ລຸ້ນ​ກັນ​ໃນ​ໄລຍະ​ຕົ້ນ​ ຊຶ່ງ​ໃນ​ອະນາຄົດ​ອາດຈະ​ມີ​ການ​ປ່ຽນ​ຕ່າງໆ​ໃຫ້​ເໝາະ​ສົມ​ແລະ​ດີ​ຂຶ້ນ​ໃນ​ສະ​ມາດໂຟນ​​ໃໝ່​ຂອງ Samsung ໃຫ້​ເຮົາ​ໄດ້​ລຸ້ນ​ກັນ​ຕໍ່​ແນ່ນອນ

ທີ່ມາ  gsmarena

ບົດຄວາມຫຼ້າສຸດ

ລາວເສຍຫາຍໜັກ! ຜົນກະທົບຈາກພາຍຸບົວລອຍ ພັດຖະລົ່ມລາວ ເຮັດໃຫ້ມີຜູ້ເສຍຊີວິດທັງໝົດ 4 ຄົນ.

ພາຍຸບົວລອຍ ສົ່ງຜົນກະທົບຕໍ່ 34 ເມືອງໃນທົ່ວປະເທດ ມີຜູ້ເສຍຊີວິດ 4 ຄົນ ຮອງນາຍົກຊີ້ນຳໃຫ້ເລັ່ງໃຫ້ການຊ່ວຍເຫຼືອຜູ້ໄດ້ຮັບຜົນກະທົບໂດຍດ່ວນ. ໃນຕອນເຊົ້າວັນທີ 6 ຕຸລາ 2025, ທີ່ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນສູນກາງ ໄດ້ຈັດກອງປະຊຸມ...

ແລກເມຍກັບງົວ 1 ໂຕ ເມື່ອໜຸ່ມອິນໂດເນເຊຍຖືກເມຍຄົບຊູ້ ຈຶ່ງສະເໜີການແລກປ່ຽນເພື່ອຈົບບັນຫາ

ໃນວັນທີ 07/10/2025 ລາຍງານຈາກສຳນັກຂ່າວໃນປະເທດອິນໂດເນເຊຍ ມີຄລິບເຫດການທີ່ເປັນກະແສເນື່ອງຈາກມີຊາຍຄົນໜຶ່ງຍອມໃຫ້ເມຍຕົນເອງໄປຄົບກັບຊູ້ ພ້ອມຍອມແລກເມຍກັບງົວ 1 ໂຕ, ແລະເງິນອີກປະມານ 5,000,000 ລູເປຍອິນໂດເນເຊຍ (ປະມານ 6,800,000 ກີບ) ຜ່ານການຕົກລົງຈາກທັງ 2...

14 ຂໍ້ຫ້າມພາຍໃນບຸນອອກພັນສາ ແລະ ຊ່ວງເຮືອປະເພນີ້່ ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ ຈັດຂຶ້ນໃນ ວັນທີ 04-08 ຕຸລາ 2025

ທ່ານ ແສງສາທິດ ພິມເມືອງ ຕາງໜ້າອົງການປົກຄອງເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນອອກພັນສາປະວໍລະນາ ແລະ ຊ່ວງເຮືອປະເພນີ ທີ່ທ່າວັດຈັນ ປະຈໍາປີ 2025 ໄດ້ຖະແຫຼງຂ່າວຕໍ່ສື່ມວນຊົນໃນການກະກຽມ ແລະ ຈັດງານບຸນ ລະຫວ່າງ...

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ

ສປປ ລາວ ແລະ ສ ອາເມລິກາ ຈະສືບຕໍ່ແກ້ໄຂບັນຫາທີ່ຍັງຄົງຄ້າງຮ່ວມກັນ ໃນທ້າຍເດືອນກັນຍາ 2025 ຜ່ານມານີ້, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ...