spot_img
Homeມູມໄອທີລາວ5 ເຫດຜົນ​ເປັນຫຍັງ iPad Pro ເຖິງ​ໃຊ້​ເຮັດວຽກ​​ບໍ່​ດີ​ເທົ່າ Surface Pro

5 ເຫດຜົນ​ເປັນຫຍັງ iPad Pro ເຖິງ​ໃຊ້​ເຮັດວຽກ​​ບໍ່​ດີ​ເທົ່າ Surface Pro

Published on

iPad_Pro_1

ເຖິງແມ່ນວ່າ iPad Pro ຈະ​ໄດ້ຮັບ​ຄວາມ​ສົນ​ໃຈ​ຈາກ​ຜູ້​ຄົນ​ຈຳນວນ​ຫລາຍ​ໂດຍ​ສະເພາະ​ສາວົກ​ແອບ​ເປີ້ນ ແຕ່​ແທ້​ຈິງ​ແລ້ວ​ໃນ​ກຸ່ມ​ຄົົນທີ່​ຕ້ອງ​ການ​ນຳ​ໄປ​ໃຊ້​ງານ​ແບບ​ຈິງ​ຈັງ​ແທນ​ທີ່​ໂນດ​ບຸ​ກ ຫລື MacBook ອາດ​ຕ້ອງ​ຜິດ​ຫວັງ ເພາະ iPad Pro ນັ້ນ​ຍັງ​ບໍ່​ສາມາດ​ໃຊ້​ແທນ​ທີ່​ໂນດ​ບຸກ​ໄດ້​ຄືກັບ Surface Pro ຂອງ​ໄມ​ໂຄ​ຣຊອບ ແມ່ນ​ຈະ​ຕໍ່​ຄີ​ບອ​ດໄດ້​ແລະ​ມີ​ໜ້າ​ຈໍ​ທີ່​ໃຫຍ່​ຄືກັນ​ກໍ​ຕາມ ມື້​ນີ້​ຈື່ງ​ໄດ້​ນຳ 5 ເຫດຜົນ​ວ່າ​ເປັນຫຍັງ iPro Pro ຈຶ່ງ​ບໍ່​ເໝາະ​ສຳລັບ​ນຳ​ມາ​ໃຊ້​ເຮັດວຽກ​ຄືກັບ Surface Pro
1. iPad Pro
ໃຊ້​ແທນ​ໂນດບຸກບໍ່​ໄດ້
Surface Pro ໃຊ້​ລະບົບ​ປະຕິບັດການ Windows ເຊັ່ນ​ດຽວ​ກັບ​ໂນດບຸກ​ແລະ PC ທົ່ວ​ໄປ ເຮັດໃຫ້​ສາມາດ​ໃຊ້​ງານ​ໂປ​ຣແກຣມ​ຕ່າງໆ ໄດ້​ບໍ່​ຕ່າງ​ກັນ​ເທົ່າໃດ ແຕ່  iPad Pro ຍັງ​ຕ້ອງໃຊ້ iOS 9 ຊຶ່ງ​ເປັນ​ລະບົບ​ປະຕິບັດການ​ສຳລັບ iPhone ແລະ iPad ເຮັດໃຫ້ iPad Pro ຍັງ​ຄົງ​ຄວາມ​ເປັນ​ແທັບ​ເລັດ​ທີ່​ຍັງມີ​ຄວາມ​ສາມາດ​ໃນ​ການເຮັດວຽກ​ບໍ່​ເທົ່າ​ທຽມ​ໂນດ​ບຸ​ກ ຊຶ່ງ​ຖ້າ​ຫາກ iPad Pro ໃຊ້​ຊີ​ພີ​ຍູ Intel Core M ແທນ​ທີ່​ຈະ​ເປັນ A8 ຈະ​ເຮັດໃຫ້​ສາມາດ​ໃຊ້​ລະບົບ​ປະຕິບັດການ OS X ໄດ້​ເຊັ່ນ​ດຽວ​ກັບ MacBook ແລະ​ນັ້ນ​ຈະ​ເຮັດໃຫ້​ສາມາດ​ນຳ​ໄປ​ທຽບ​ກັບ​ໄດ້ Surface Pro ໄດ້
2. iPad Pro
ບໍ່​ຮອງ​ຮັບ​ເມົ້າ​ສ໌
ດ້ວຍ​ການ  iPad Pro ບໍ່​ຮອງ​ຮັບ​ເມົ້າ​ສ໌ ​ຄື Surface Pro ແລະ​ບໍ່​ສາ​ມາດ​ສະ​ລັບ​ການ​ໃຊ້​ງານ​ລະຫວ່າງ​ໂໝດ​ແລັບ​ທັອບ​ຫລື​ໂໝດ​ແທັບ​ເລັດ​ໄດ້ ເຮັດໃຫ້​ການເຮັດວຽກ​ບາງ​ປະ​ເພດ​ທີ່​ຈຳ​ເປັນ​ຕ້ອງ​ໃຊ້​ເມົ້າ​ສ໌ ​ອາດ​ພົບ​ກັບ​ຄວາມ​ລຳ​ບາກ​ຫາກ​ຕ້ອງ​ໃຊ້​ການ​ສຳ​ຜັດ​ໜ້າ​ຈໍ​ແທນ
3. iPad Pro
ໃຊ້​ບໍ່​ມ່ວນຢ່າງທີ່ຜ່ານມາ
ເຖິງແມ່ນວ່າ Adobe ຈະ​ພັດທະນາ​ແອບ ຢ່າງ Adobe Photoshop Fix ຫລື Adobe Sketch ມາ​ສຳລັບ​ໃຊ້​ງານ​ເທິງ iPad Pro ແລະ​ພຽງພ້ອມ​ໄປ​ດ້ວຍ​ຟັງຊັ່ນ​ຕ່າງໆ ທີ່​ເຮັດໃຫ້​ສາມາດ​ໃຊ້​ງານ​ໄດ້​ຢ່າງ​ມີ​ປະ​ສິດ​ທິ​ພາບ​ກໍ​ຕາມ ແຕ່​ເມື່ອ​ທຽບ​ກັບ​ໂປຣ​ແກຣມ​ທີ່​ນັກ​ກາ​ບຟິກ​ສ່ວນ​ໃຫຍ່​ລື້ງເຄີຍ​ຢ່າງ Photoshop, Illustrator ຫລື InDesign ຊຶ່ງ​ມີ​ໃຫ້​ໃຊ້​ງານ​ສະເພາະ​ເທິງ Windows ແລະ OS X ແລ້ວ ກໍ​ຍັງ​ສາມາດ​ໃຊ້​ງານ​ໄດ້​ດີ​ກວ່າ​ການ​ຝຶກ​ໃຊ້​ແອບໃໝ່​ໆ ເທິງ iPad Pro ຢູ່​ດີ
4. iPad Pro
ມີ​ການ​ເຊື່ອມ​ຕໍ່​ທີ່​ຈຳ​ກັດ
iPad Pro ບໍ່​ມີ​ຊ່ອງ USB ບໍ່​ສາມາດ​ໃຊ້​ໂອນ​ຖ່າຍ​ຂໍ້​ມູນ​ລະຫວ່າງ Flashdrive, External Harddisk ຫລື​ອຸປະກອນ​ຕ່າງໆໄດ້ ບໍ່​ມີ​ຊ່ອງ Video Output ຢ່າງ DisplayPort ຫລື HDMI ເຮັດໃຫ້​ບໍ່​ສາມາດ​ຕໍ່​ພາບ​ໃຫ້​ສະແດງ​ຜົນ​ເທິງ​ຈໍ​ຂະໜາດ​ໃຫຍ່​ເພື່ອ​ນຳສະເໜີ​ງານ​ໄດ້ ນອກ​ຈາກ​ຈະ​ເຊື່ອມ​ຕໍ່​ກັບ Apple TV ຜ່ານ Wi-Fi ເທົ່າ​ນັ້ນ ຊຶ່ງ​ຄວາມ​ສາມາດ​ດັ່ງ​ກ່າວ Surface Pro ສາມາດ​ເຮັດ​ໄດ້​ທັງ​ໝົດ
5. iPad Pro
ໃຊ້​ຫລາຍ​ແອບພ້ອມ​ກັນ​ບໍ່​ໄດ້
ເຖິງ​ແມ່​ວ່າ  iPad Pro ຈະ​ມີ​ຄວາມສາມາດ​ແບ່ງ​ໜ້າ​ຈໍ​ເພື່ອ​ໃຊ້​ງານ 2 ແອບພ້ອມ​ກັນ​ໄດ້​ໃນ iOS 9 ແຕ່​ນັ້ນ​ກໍ​ຍັງ​ບໍ່​ພຽງ​ພໍ​ສຳລັບ​ຜູ້​ທີ່​ຕ້ອງ​ການ​ໃຊ້​ງານ​ຫລາຍ​ແອບ ພ້ອມ​ກັນ ເນື່ອງ​ຈາກ​ຂໍ້​ຈຳ​ກັດ​ຂອງ iOS ທີ່​ຍັງ​ບໍ່​ສາມາດ​ໃຊ້​ງານ​ແບບ Multitasking ໄດ້​ເຕັມ​ທີ່​ຄືກັບ Windows ຫລື OS X ເຮັດໃຫ້ iPad Pro ຍັງ​ຄົງ​ເປັນພຽງ​ແຕ່ iPad ທີ່​ຕໍ່​ຄີບອ​ດໄດ້​ເທົ່າ​ນັ້ນ ແຕ່​ຍັງ​ບໍ່​ສາມາດ​ແທນ​ທີ່​ໂນດບຸກ​ໄດ້​ຄື Surface Pro

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...