spot_img
Homeຂ່າວການສຶກສາເດັກນ້ອຍ‬ 13 ລ້ານກວ່າຄົນ ໃນອັຟຣິກາເໜືອ ແລະ ຕາເວັນອອກກາງ ບໍ່ໄດ້ຮັບການສຶກສາຂັ້ນພື້ນຖານ

ເດັກນ້ອຍ‬ 13 ລ້ານກວ່າຄົນ ໃນອັຟຣິກາເໜືອ ແລະ ຕາເວັນອອກກາງ ບໍ່ໄດ້ຮັບການສຶກສາຂັ້ນພື້ນຖານ

Published on

ການຮູ້ໜັງສືຄືຮາກຖານ ໃນການພັດທະນາສັງຄົມ ເຊິ່ງຈະນຳໄປສູ່ການພັດທະນາປະຊາຄົມໂລກໄດ້ໃນທີ່ສຸດ ດັ່ງນັ້ນ, ສັງຄົມໂລກ ຈຶ່ງໃຫ້ຄວາມສຳຄັນໃນການຮຽນຮູ້ ໂດຍມຸ້ງເປົ້າໝາຍໄປສູ່ການຮູ້ໜັງສືຂອງປະຊາກອນໂລກ ເຊິ່ງອົງການ ການສຶກສາວິທະຍາສາດ ແລະ ວັດທະນາທຳ ແຫ່ງອງການສະຫະລປະຊາຊາດ ຫຼື ຢູເນສໂກ (United Nations Educational, Scientific and Cultural Organization) ໄດ້ປະກາດໃຫ້ວັນທີ 8 ກັນຍາ ຂອງທຸກໆປີ ເປັນລຶບລ້າງຄວາມບໍ່ຮູ້ໜັງສືສາກົນ (International Literacy Day) ແລະ ເປັນເວລາຫຼາຍທົດສະວັດ ທີ່ໂລກໄດ້ມີການສະເຫຼີມສະຫຼອງວັນດັ່ງກ່າວ ດ້ວຍມີຈຸດປະສົງ ເພື່ອໃຫ້ສັງຄົມໃຫ້ຄວາມສຳຄັນຂອງການຮູ້ໜັງ ສືຫຼາຍຂຶ້ນ.
ໃນກອງປະຊຸມສະໄໝສາມັນຂອງອົງການ ຢູເນສໂກ ເມື່ອປີ 1946 ຜູ້ອຳນວຍການໃຫ່ຍຢູເນສໂກ ໄດ້ຮຽກຮ້ອງໃຫ້ປະຊາຄົມໂລກ ໃຫ້ຄວາມສຳຄັນຕໍ່ການສຶກສາ ເພື່ອປະຊາຊົນ (Education for All) ໂດຍສະເພາະເດັກນ້ອຍທີ່ບໍ່ໄດ້ເຂົ້າໂຮງຮຽນ. ຕໍ່ມາ ໃນກອງປະຊຸມລັດຖະມົນຕີສຶກສາສາກົນ ເພື່ອລຶບລ້າງຄວາມບໍ່ຮູ້ໜັງສື (World Conference of Ministers of Education on the Eradication of illiteracy) ທີ່ນະຄອນຫຼວງເຕຫະຣານ ປະເທດອິຣ່ານ ເມື່ອປີ 17 ພຶດສະພາ ປີ 1965 ໄດ້ກຳນົດເອົາວັນທີ 8 ກັນຍາ ຂອງທຸກໆປີ ເປັນວັນລືບລ້າງຄວາມບໍ່ຮູ້ໜັງສືສາກົນ.
ທັງນີ້, ຢູເນັສໂກ ລະຍຸວ່າ ສະຕະວັນທີ 21 ແມ່ນສະຕະວັດແຫ່ງການຮຽນຮູ້ໜັງສື ພາຍໃຕ້ຄຳຂວັນ “Literacy as Freedom” ການຮຽນຮູ້ໜງສືເປັນການໃຫ້ອິສະຫຼະແກ່ຜູ້ຄົນທັງຫຼາຍ, ເປັນອິສະຫຼະພາບຈາກຄວາມບໍ່ຮູ້ໜັງສື, ອິສະຫຼະພາບຈາກຄວາມທຸກຍາກ, ຄວາມເຈັບໄຂ້ໄດ້ປ່ວຍ ຂໍພຽງຄົນເຫຼົ່ານັ້ນ ມີຄວາມຮູ້ຄວາມສາມາດໃນການອ່ານ ໄດ້ຂຽນ ເຊິ່ງໝາຍຄວາມວ່າ ເມື່ອຮູ້ໜັງສື ແລະ ມີໂອກາດນຳໄປປະຕິບັດແລ້ວ ກໍ່ຈະຊ່ວຍໃຫ້ຄົນເຮົາ ສາມາດດຳລົງຊີວິດໄດ້ຢ່າງເສລີ ແລະ ມີຊີວິດຊີວາ ອຸດົມສົມບູນຍິງຂຶ້ນ. ສະນັ້ນ ການກຳອົດເອົາວັນທີ 8 ກັນຍາ ຂອງທຸກໆປີ ເປັນວັນແຫ່ງການຮຽນຮູ້ສາກົນ ຫຼື ວັນສາກົນແຫ່ງການລຶບລາງຄວາມບໍ່ຮູ້ໜັງສື ຈຶ່ງເປັນຄວາມພະຍາຍາມ ທີ່ຈະຮຽກຮ້ອງໃຫ້ລັດຖະບານທຸກໆປະເທດ ທົ່ວໂລກ ແລະ ທຸກໆຄົນໃນສັງຄົມ ໃຫ້ຄວາມສຳຄັນເຖິງ ຄວາມຈຳເປັນທີ່ຈະຕ້ອງລົງທຶນເຂົ້າໃນການສຶກສາ ເພື່ອແກ້ໄຂຄວາມບໍ່ຮູ້ໜັງສືຂອງປະຊາກອນໂລກ ໂດຍເປົ້າໝາຍສະຫັດສະຫັດຂອງການສຶກສາ ຄື ເພີ່ມອັດຕາການອ່ານອອກຂຽນໄດ້ 50 ເປີເຊັນ ໃນປີ 2015.
ຈາກຂໍ້ມູນຂອງ ຢູເນສໂກ ໃນ 2014 ພົບວ່າ ມີປະຊາກອນ 781 ລ້ານຄົນ ທົ່ວໂລກ ບໍ່ສາມາດອ່ານ, ຂຽນ ແລະ ຄິດໄລ່ເລກໄດ້ ໂດຍ 2 ໃນ 3 ເປັນແມ່ຍິງ ແລະ ເດັກນ້ອຍ 250 ລ້ານກວ່າຄົນ ແລະ ເຄິ່ງໜຶ່ງຂອງແມ່ຍິງເຫຼົ່ານັ້ນ ໄດ້ຮຽນໜັງສື ແຕ່ບໍ່ສາມາດອ່ານອອກໄດ້ ສ່ວນໃຫຍ່ແມ່ນຢູ່ທະວີຟແອຟຣິກາ ແລະ ປະເທດທີ່ເກີດສົງຄາມກາງເມືອງ.
ຫຼ້າສຸດ ເມື່ອວັນທີ 3 ກັຍຍາ ຜ່ານມາ ກອງທຶນເພື່ອເດັກນ້ອຍແຫ່ງອົງການສະຫະປະຊາຊາດ ຫຼື ຢູນິເຊຟ (United Nations Children’s Fund) ໄດ້ເຜີຍແຜ່ບົດລາຍງານ ກ່ຽວກັບ ຜົນກະທົບ ແລະ ຄວາມຂັດແຍ່ງດ້ານອາວຸດ ຕໍ່ການສຶກສາຂອງເຍົາວະຊົນ ທີ່ອາໄສຢູ່ 6 ແຫ່ງໃນຂົງເຂດຕາເວັນອອກກາງ ແລະ ແອຟຣິກາເໜືອ ໄດ້ແກ່ ປະເທດຊີເຣຍ, ອິຣັກ, ລິເບຍ, ຊູດານ, ເຢເມນ ແລະ ປາເລສຕາຍ ໂດຍປີຜ່ານມາ ມີການໂຈມຕີໂຮງຮຽນທັງໝົດ 214 ຄັ້ງ ສ້າງຄວາມເສຍຫາຍໃຫ້ແກ່ສະຖານທີ່ການສຶກສາ 8.850 ແຫ່ງ ແລະ ມີເດັກນ້ອຍ 13 ລ້ານຄົນ ບໍ່ສາມາດເຂົ້າເຖິງການສຶກສາຂັ້ນພື້ນຖານໄດ້ ນອກນັ້ນ ຍັງມີເດັກນ້ອຍກວ່າ 2 ລ້ານຄົນ ຕ້ອງຂາດໂຮງຮຽນ ແລະ ຄູສອນ 52 ພັນກວ່າຄົນ ກາຍເປັນຄົນວ່າງງານ ໂດຍສະເພາະໃນອິຣັກ ມີເດັກນ້ອຍຢ່າງໜ້ອຍ 9 ແສນຄົນ ຕ້ອງຢຸດການຮຽນ ແລະ ໂຮງຮຽນກວ່າ 1.200 ແຫ່ງຖືກທຳລາຍ ຈາກສົງຄາມໃນປະເທດ.

11951753_1666608800218960_619503992567694807_n

ຂອບໃຈຂ່າວແລະພາບຈາກ: ໜັງສືພິມສຶກສາ-ກິລາ

ບົດຄວາມຫຼ້າສຸດ

ສະຫຼຸບຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ພ້ອມທັງວາງແຜນທິດທາງວຽກຈຸດສຸມ ເດືອນກັນຍາ 2025

ຜົນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ແລະ ອັດລົງໃນຕອນເຊົ້າ ວັນທີ 26 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ,...

ໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ສຳລັບພໍ່ແມ່ທີ່ປະຖິ້ມເດັກ

ພໍ່ແມ່ທີ່ປະຖິ້ມເດັກ ມີໂທດຈຳຄຸກສູງສຸດ 7 ປີ ແລະ ປັບໄໝສູງສຸດ 30,000,000 ກີບ ການປະຖິ້ມລູກ ຫຼື ການປ່ອຍໃຫ້ເດັກນ້ອຍຢູ່ໂດຍບໍ່ມີການດູແລ ຈະຖືກດຳເນີນຄະດີຕາມກົດໝາຍ, ເນື່ອງຈາກເປັນການລະເມີດສິດທິເດັກ ແລະ ສ້າງອັນຕະລາຍຕໍ່ຊີວິດຂອງເດັກ....

ຄົ້ນຄວ້າ-ປຶກສາຫາລື 8 ບັນດາຫົວຂໍ້ທີ່ສໍາຄັນ ໃນກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025

ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ກອງປະຊຸມສະໄໝສາມັນຂອງລັດຖະບານ ປະຈຳເດືອນສິງຫາ 2025 ໄດ້ໄຂຂຶ້ນໃນຕອນເຊົ້າ ວັນທີ 25 ສິງຫາ2025 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສອນໄຊ ສີພັນດອນ,...

ປັບສູງສຸດ 2,000 ໂດລາ ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ

ສິງກະໂປເຂັ້ມງວດ ຈັດຢາສູບໄຟຟ້າ ຢູ່ໃນໝວດຢາເສບຕິດ ພ້ອມທັງຕັ້ງຄ່າປັບໄໝສູງສຸດ 2,000 ໂດລາ ຫຼື ປະມານ 45 ລ້ານກີບ ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 18 ສິງຫາ 2025 ຜ່ານມາ,...