spot_img
Homeຂ່າວການພັດທະນາຈະສຶກສາຄວາມເປັນໄປໄດ້ ໃນການພັດທະນາຕະຫລາດປາກຊັນ ໃຫ້ເປັນຕະຫລາດທີ່ທັນສະໄໝ!

ຈະສຶກສາຄວາມເປັນໄປໄດ້ ໃນການພັດທະນາຕະຫລາດປາກຊັນ ໃຫ້ເປັນຕະຫລາດທີ່ທັນສະໄໝ!

Published on

03e667a1cd6586cbdfc24cd9893e11f2

ບໍລິສັດ ຂະ​ຍຸງ​ຄຳ​ທີລະ​ກຸນຂຸດ​ຄົ້ນ​ແຮ່​ທາດ ຈຳກັດ​ຜູ້​ດຽວ ໄດ້​ຮັບ​ອະນຸຍາດ​ໃຫ້​ສຶກ​ສາ​ຄວາມເປັນ​ໄປ​ໄດ້​ ໂຄງການ​ສຶກ​ສາ​ສຳຫຼວດ-ອອກ​ແບບ ແລະ ກໍ່ສ້າງຕະຫຼາດ​ປາກ​ຊັນ (ບ້ານ​ໂພນ​ໄຊ) ເມືອງ​ປາກ​ຊັນ ແຂວງ​ບໍ​ລິ​ຄຳ​ໄຊ ເພື່ອ​ພັດທະນາ​ໃຫ້​ເປັນ​ຕະຫຼາດ​ທີ່ມີ​ຄວາມ​ທັນ​ສະໄໝ ເປັນ​ລະບົບຄົບ​ຊຸດ ແນໃສ່​ເພື່ອ​ຮອງ​ຮັບ​ການຂະຫຍາຍຕົວ​ຂອງ​ເສດຖະກິດ-ສັງຄົມເຂດ​ໃນ​ອະນາຄົດ.

ພິທີ​ລົງ​ນາມ​ບົດ​ບັນທຶກຄວາມ​ເຂົ້າໃຈ​ໂຄງການ​ດັ່ງກ່າວ ໄດ້​ຈັດ​ຂຶ້ນ​ວັນ​ທີ 8 ກັນຍາ 2015 ຢູ່​ພະ​ແນກ​ແຜນການ ແລະ ການ​ລົງທຶນ​ແຂວງ​ບໍ​ລິ​ຄຳ​ໄຊ ລະຫວ່າງ​ທ່ານ ບຸນ​ທັນ ວົງ​ຊະນະ ຮອງ​ຫົວໜ້າ​ແຜນການ ແລະ ການ​ລົງທຶນ ແຂວງ​ບໍ​ລິ​ຄຳ​ໄຊ ກັບ​ທ່ານ ຫັດສະດີ ທີລະ​ກຸນ ປະທານ​ບໍລິສັດ ຂະ​ຍຸງ​ຄຳ​ທີລະ​ກຸນຂຸດ​ຄົ້ນ​ແຮ່​ທາດ ຈຳກັດ​ຜູ້​ດຽວ ໂດຍ​ຊ້ອງ​ໜ້າ​ທ່ານ ​ດຣ. ກອງແກ້ວ ໄຊ​ສົງຄາມ ເຈົ້າແຂວງ​ບໍລິ​ຄຳ​ໄຊ ພ້ອມ​ດ້ວຍ​ບັນດາ​ພະແນກ​ການ ແລະ ແຂກ​ຖືກ​ເຊີນ.

ໂຄງການ​ສຶກ​ສາສຳ​ຫຼວດ-ອອກ​ແບບ ແລະ ກໍ່ສ້າງ​ຕະຫຼາດປາກ​ຊັນ ຄາດ​ຄະເນ​ວ່າ​ຈະ​ກໍ່ສ້າງເປັນ​ອາຄານ 4 ຊັ້ນ ມູນ​ຄ່າ​ການລົງທຶນ​ເບື້ອງ​ຕົ້ນ 12 ລ້ານ​ໂດ​ລາສະຫະລັດ ຫຼື ປະມານ 96 ຕື້​ກວ່າກີບ ໂດຍ​ມອບ​ໃຫ້​ບໍລິສັດ​ ຂະ​ຍຸງຄຳ​ທີລະ​ກຸນ​ຂຸດ​ຄົ້ນ​ແຮ່​ທາດ ຈຳກັດ​ຜູ້​ດຽວ ເປັນ​ຜູ້​ລົງທຶນ​ໃນ​ການລົງ​ສຳ​ຫຼວດ​ອອກ​ແບບ ໄລ່​ລຽງ ບົດ​ວິພາກ​ເສດຖະກິດ ແລະ ບົດປະ​ເມີນ​ຜົນ​ກະທົບ​ທາງ​ດ້ານ​ສິ່ງແວດ​ລ້ອມ-ສັງຄົມ ເຊິ່ງ​ຄາດ​ວ່າຈະ​ໃຊ້​ເວລາ​ປະມານ 3 ເດືອນ ພາຍຫຼັງ​ລົງ​ນາມ​ບົດ​ບັນທຶກຄວາມ​ເຂົ້າໃຈ​ຄັ້ງ​ນີ້ ຈາກ​ນັ້ນ ກໍ່​ຈະ​ໄດ້​ນຳ​ສະເໜີ​ພະແນກການກ່ຽວຂ້ອງ​ຂອງ​ແຂວງ ເພື່ອ​ເຊັນສັນຍາ​ພັດທະນາ​ໂຄງການ​ດັ່ງກ່າວ ໃນ​ຂັ້ນ​ຕອນ​ຕໍ່​ໄປ.

 

ແຫລ່ງຂ່າວ:

ວຈໝ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...